ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ພິຈາລະນາເຖິງສິ່ງແວດລ້ອມນິເວດ ແລະ ການພັດທະນາແບບສີຂຽວ ແມ່ນເສັ້ນທາງໃໝ່ເສັ້ນໜຶ່ງຂອງຈີນໃນການຊຸກຍູ້ການພັດທະນາຢ່າງມີຄຸນນະພາບສູງ. ຢູ່ຊົນນະບົດ, ການຜັນຂະຫຍາຍທັດສະນະພັດທະນາແບບສີຂຽວ ກ່ອນອື່ນໝົດຕ້ອງລົງມືຈາກການປັບປຸງສິ່ງແວດລ້ອມບ່ອນຢູ່ອາໄສໃຫ້ດີຂຶ້ນ ເຊິ່ງກໍແມ່ນໜຶ່ງໃນຄຳເຫັນຕ່າງໆທີ່ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນສະເໜີຕໍ່ບັນດາປະແທນກອງປະຊຸມສະພາປະຊາຊົນແຫ່ງຊາດ. ນັບແຕ່ປີ 2018 ເປັນຕົ້ນມາ, ຈີນເລີ່ມດຳເນີນການເຄື່ອນໄຫວປັບປຸງສິ່ງແວດລ້ອມບ່ອນຢູ່ອາໄສຂອງປະຊາຊົນໃນຊົນນະບົດໃຫ້ດີຂຶ້ນ ແລະຈະດຳເນີນເປັນເວລາ 3 ປີ. ທ່ານສີຈິ້ນຜິງ ກ່າວວ່າ: ຕ້ອງຊຸກຍູ້ວຽກງານດັ່ງກ່າວຢ່າງຈິງຈັງ, ເພີ່ມທະວີໃນການອະນຸລັກຮັກສາສິ່ງແວດລ້ອມຊີວະພາບກະສິກຳ ແລະ ການປ້ອງກັນ-ແກ້ໄຂບັນຫາມົນລະພິດຢູ່ຊົນນະບົດ, ວາງແຜນເປັນເອກະພາບແລະຊຸກຍູ້ການຄຸ້ມຄອງລະບົບນິເວດຂອງພູຜາປ່າໄມ້, ແມ່ນ້ຳລຳເຊ, ໜອງບຶງ, ທົ່ງນາ ແລະ ທົ່ງຫຍ້າ. ນອກນີ້, ທ່ານສີຈິ້ນຜິງ ຍັງກ່າວຕື່ມວ່າ: ຕ້ອງສ້າງຕາໜ່າງຕິດຕາມກວດກາສິ່ງແວດລ້ອມຂອງແຫຼ່ງຜະລິດຕະພັນກະສິກຳໃຫ້ສົມບູນ, ສ້າງລະບຽບການສາມາດຢ້ອນຄືນກວດກາບ່ອນຜະລິດຜະລິດຕະພັນກະສິກຳໄດ້ ແລະ ລະບຽບການລະຫັດຄຸນນະພາບ ໃຫ້ສົມບູນ ເພື່ອຮັບປະກັນໃຫ້ປະຊາຊົນບໍລິໂພກຜະລິດຕະພັນກະສິກຳທີ່ປອດໄພດີແລະໄວ້ວາງໃຈໄດ້.
ຄຳເຫັນ
0