ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ໂດຍອີງຕາມການພັດທະນາເສດຖະກິດ-ສັງຄົມ ແລະ ສະພາບປະຊາກອນ ໄດ້ກຳນົດຮັກສາດິນປູກຝັງຕ້ອງມີເຖິງ 120 ລ້ານເຮັກຕາ ເຊິ່ງເປັນຂີດເສັ້ນຕ່ຳສຸດເພື່ອຮັບປະກັນຄວາມປອດໄພດ້ານສະບຽງອາຫານຂອງຊາດ. ມື້ນີ້, ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ເນັ້ນໜັກອີກຄັ້ງໜຶ່ງວ່າ: ຕ້ອງຮັກສາດິນປູກຝັງບໍ່ໃຫ້ແຕະຕ້ອງເຖິງຂີດເສັ້ນຕ່ຳສຸດເດັດຂາດ, ຮັບປະກັນການສະໜອງຜະລິດຕະພັນກະສິກຳທີ່ສຳຄັນ ໂດຍສະເພາະແມ່ນສະບຽງ ເຊິ່ງກໍເປັນໜ້າທີ່ສຳຄັນອັນດັບໜຶ່ງຂອງອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ໃນການຈັດຕັ້ງປະຕິບັດຍຸດທະສາດການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ. ທ່ານສີຈິ້ນຜິງ ກ່າວຕື່ມວ່າ: ອຳນາດການປົກຄອງທ້ອງຖິ່ນຕ່າງໆຕ້ອງເພີ່ມທະວີຄວາມຮັບຜິດຊອບ, ສ້າງກົນໄກ-ໂຄງປະກອບການປະຕິບັດກົດໝາຍຕິດຕາມຄຸ້ມຄອງທີ່ດິນໃຫ້ສົມບູນ, ເດັດດ່ຽວສະກັດກັ້ນການກະທຳຕໍ່ທີ່ດິນທີ່ຜິດກົດໝາຍ.
ຄຳເຫັນ
0