ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 13 ມີນານີ້, ກອງປະຊຸມປະຈຳປີຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ປິດລົງຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ແລະຜູ້ນຳພັກ-ລັດທ່ານອື່ນໆໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ທ່ານວ່າງຢາງ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ກ່າວປາໄສວ່າ: ປີນີ້ແມ່ນປີທີ່ປະເທດສາທາລະນະລັດ ປະຊາຊົນຈີນໄດ້ຮັບການສະຖາປະນາຂຶ້ນຄົບຮອບ 70 ປີ. ໃນ 70 ປີຜ່ານມາ, ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ຕັ້ງໜ້າເຂົ້າຮ່ວມການສ້າງຕັ້ງ ແລະສ້າງສາປະເທດຈີນໃໝ່, ຄົ້ນຫາແນວທາງປະຕິຮູບ, ບັນລຸຄວາມໄຝ່ຝັນຂອງຈີນອັນໃຫຍ່ຫຼວງ ແລະສ້າງຜົນງານທີ່ຈ່າລຶກໄວ້ໃນປະຫວັດສາດ. ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໄດ້ເຂົ້າສູ່ຍຸກສະໄໝໃໝ່, ເວທີຂອງສະພາປຶກສາການເມືອງປະຊາຊົນກໍກວ້າງຂວາງກວ່າເກົ່າ ແລະມີຄວາມຮັບຜິດຊອບຫຼາຍກວ່າເກົ່າ. ສະພາປຶກສາການເມືອງປະຊາຊົນຄວນຍຶດໝັ້ນລັກສະນະສະເພາະຂອງຕົນ, ຍຶດໝັ້ນໃນທິດທາງປະຫວັດສາດໃໝ່, ຊຸກຍູ້ພາລະກິດສະພາປຶກສາການເມືອງປະຊາຊົນໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.
ກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຄັ້ງທີ 2 ສະໄໝທີ 13 ໄດ້ດຳເນີນມາເປັນເວລາ 11 ວັນ ເຊິ່ງມີສະມາຊິກສະພາປຶກສາການເມືອງຫຼາຍກວ່າ 2100 ຄົນຈາກພັກການເມືອງດ ອົງການຈັດຕັ້ງ, ຊົນເຜົ່າ ແລະວົງການຕ່າງໆຂອງຈີນເຂົ້າຮ່ວມກອງປະຊຸມຄັ້ງນີ້.
ຄຳເຫັນ
0