黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຢູ່​ຈີນ ຜູ້​ເປັນ​ພະຍາດ​ຊຳ​ເຮື້ອ​ຈະ​ສາມາດຖອນ​ເງິນ​ປິ່ນປົວ​ຄືນໄດ້ 50%

2019-03-15 16:51:43 CRI

​ ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນກ່າວໃນ​ພິທີ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ມີນາ​ນີ້ຢູ່​ນະຄອນຫຼວງປັກ​ກິ່ງວ່າ: ​ໃນ​ປີ​ນີ້, ຜູ້​ເປັນ​ພະຍາດ​ຊຳ​ເຮື້ອ​ຕ່າງໆ ​ເຊັ່ນ: ພະຍາດ​ຄວາມດັນ​ເລືອດ​ສູງ, ພະຍາດ​ເບົາຫວານ ​ແລະ​ພະຍາດອື່ນໆ ຈະ​ສາມາດ​ຖອນ​​ເງິນ​ປິ່ນປົວ​ຄືນ​ໄດ້ 50%. ​ໃນຂະນະ​ດຽວ​ກັນ, ກໍຈະ​ຍົກ​ສູ​ງອັດຕາ​ການ​ຖອນ​ເງິນ​ຄືນ​ໃຫ້​ຄົນ​ເຈັບທີ່​ໄດ້​ເຂົ້າຮ່ວມ​ການ​ປະກັນ​ສຸຂະພາບພະຍາດ​ຮ້າຍ​ແຮງ.

ທ່ານຫຼີ​ເຄີ້ສຽງ ກ່າວ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ຈີນ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ລະບຽບ​ການ​ຮັບປະກັນ​ການ​ປິ່ນປົວ​ສຸຂະພາບ​ໂດຍ​ພື້ນຖານ​ໃຫ້​ແກ່​ທົ່ວ​ປວງ​ຊົນ​ເທົ່າ​ນັ້ນ ​ແຕ່​ຍັງ​ໄດ້​ສ້າງ​ກົ​ນໄກການ​ປະກັນ​ສຸຂະພາບ​ພະຍາດ​ຮ້າຍ​ແຮງ ບົນ​ພື້ນຖານ​ການ​ສ້າງ​ລະບຽບ​ການ​ດັ່ງກ່າວ ​​ໂດຍໃຫ້​ລັດຖະບານ​ແລະ​ປະຊາຊົນ​ແບກ​ຫາບ​ຮ່ວມ​ກັນ ​ເຊິ່ງ​ເປັນ​ມາດ​ຕະການ​ສຳຄັນ​ໃນ​ການຫຼຸດຜ່ອນ​ການ​ແບກ​ຫາບ​ໃຫ້​ແກ່​ຜູ້​ເປັນ​ພະຍາດ​ຮ້າຍ​ແຮງ ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ຜູ້​ທຸກ​ຍາກ ​ແລະ​ສາມາດ​ຖື​ວ່າ​ເປັນ​ການ​ປະດິດ​ສ້າງ​ໃໝ່​ຢ່າງ​ໜຶ່ງ​ໃນ​ໂລກ.

ທ່ານຫຼີ​ເຄີ້ສຽງ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ປີຜ່ານມາ, ຈີນ​ໄດ້ຫຼຸດລາຄາຢາ​ປິ່ນປົວ​ພະຍາດ​ມະ​ເຮັງ​ 17 ຊະນິດໃຫ້​ຕ່ຳລົງຫຼາຍກວ່າ 50% ​ແລະ ຍັງ​ໄດ້​ຈັດ​ເຂົ້າ​ໃນ​ການ​ປະກັນ​ສຸຂະພາບອີກ​ດ້ວຍ ​ເຊິ່ງ​ເປັນ​ການຫຼຸດຜ່ອນການ​ແບກ​ຫາບ​ຢ່າງຫຼວງຫຼາຍໃຫ້​ແກ່​ຜູ້​ເປັນ​ພະຍາດ​ມະ​ເຮັງ ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ທຸກ​ຍາກ. ສຳລັບ​ປີ​ນີ້, ລັດຖະບານ​ຍັງ​ຈະອອກ​ມາດ​ຕະການ 2 ປະການ ຄື: ໜຶ່ງ, ກຳນົດ​ເອົາ​ຢາ​ປິ່ນປົວ​ພະຍາດ​ຄວາມດັນ​ເລືອດ​ສູງ, ພະຍາດ​ເບົາຫວານ​ ແລະອື່ນໆ​ໃຫ້​ເຂົ້າ​ຢູ່ໃນ​ການ​ປະກັນ​ສຸຂະພາບ ​ໂດຍ​ຈະ​ສາມາດ​ຖອນ​ເງິນປິ່ນປົວ​ຄືນ​ໄດ້ 50%. ມາດ​ຕະການ​ນີ້​ຈະ​ເປັນດີຕໍ່​ຜູ້​ເປັນ​ພະຍາດ​ຄວາມດັນ​ເລືອດ​ສູງ ​ແລະ ​ເປັນ​ພະຍາດ​ເບົາ​ຫວານ​​ໃນຊາວ​ຈີນຈຳນວນ 400 ລ້ານ​ຄົນ ​ແລະ ສອງ, ຈະຍົກ​ສູງ​ອັດຕາ​ການ​ຖອນ​ເງິນ​ຄືນ​ໃຫ້​ຜູ້​ເປັນ​ພະຍາດ​ຮ້າຍ​ແຮງ ​ເຊິ່ງ​ຈະ​ເປັນ​ຜົນ​ດີ​​ແກ່​ຜູ້​ເປັນ​ພະຍາດ​ຮ້າຍ​ແຮງ​ຈຳນວນ 10 ລ້ານ​ກວ່າ​ຄົນ.

ຄຳ​ເຫັນ

0