ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ພິທີອັດກອງປະຊຸມສະພາປະຊາຊົນແຫ່ງຊາດຈີນຄັ້ງທີ 2 ສະໄໝທີ 13 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງໃນຕອນເຊົ້າວັນທີ 15 ມີນານີ້ໂດຍໄດ້ລົງຄະແນນສຽງຕໍ່ຮ່າງມະຕິວ່າດ້ວຍບົດລາຍງານວຽກງານລັດຖະບານ,ຮ່າງກົດໝາຍວ່າດ້ວຍການລົງທຶນຂອງຕ່າງປະເທດແຫ່ງ ສປ ຈີນ, ຮ່າງມະຕິວ່າດ້ວຍສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມປີ 2018 ແລະແຜນການພັດທະນາເສດຖະກິດສັງຄົມປີ 2019, ລົງຄະແນນສຽງຕໍ່ຮ່າງມະຕິວ່າດ້ວຍສະພາບການຈັດຕັ້ງປະຕິບັດແຜນງົບປະມານຂັ້ນສູນກາງແລະທ້ອງຖິ່ນປີ 2018 ແລະແຜນງົບປະມານຂັ້ນສູນກາງແລະທ້ອງຖິ່ນປີ 2019, ຮ່າງມະຕິວ່າດ້ວຍບົດລາຍງານວຽກງານຂອງຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດ, ຮ່າງມະຕິວ່າດ້ວຍບົດລາຍງານວຽກງານສານປະຊາຊົນສູງສຸດ, ຮ່າງມະຕິວ່າດ້ວຍບົດລາຍງານວຽກງານອົງການໄອຍະການສູງສຸດ, ຮ່າງມະຕິວ່າດ້ວຍຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດທີ່ຮັບເອົາຄຳຮ້ອງຂໍຂອງທ່ານຈ່າງຢົງຊຸ້ນ ທີ່ຂໍລາອອກຈາກຕຳແໜ່ງກຳມະການຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດ.
ພາຍຫຼັງກອງປະຊຸມສະພາປະຊາຊົນແຫ່ງຊາດຈີນຄັ້ງທີ 2 ສະໄໝທີ 13 ອັດລົງແລ້ວ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນຈະພົບປະທັງໃຫ້ສຳພາດຕໍ່ນັກຂ່າວຈີນແລະຕ່າງປະເທດທີ່ເກັບກຳຂ່າວກ່ຽວກັບກອງປະຊຸມສະພາປະຊາຊົນແຫ່ງຊາດຄັ້ງທີ 2 ສະໄໝທີ 13 ຢູ່ຫ້ອງໂຖງຄຳຊັ້ນທີ 3 ຂອງຫໍສະພາປະຊາຊົນ.
ຄຳເຫັນ
0