ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 15 ມີນານີ້, ທ່ານຫຼີເຄິ້ສຽງ ນາຍົກລັດຖະມົນຕີຈີນໄດ້ໃຫ້ສຳພາດນັກຂ່າວທັງພາຍໃນ ແລະຕ່າງປະເທດຢູ່ນະຄອນຫຼວງປັກກິ່ງວ່າ: ຈີນ ແລະສະຫະພາບເອີຣົບເປັນຄູ່ຄ້າໃຫຍ່ທີ່ສຸດເຊິ່ງກັນ ແລະກັນ, ຈີນ ແລະເອີຣົບມີການຮ່ວມມື ທັງມີຄວາມຂໍ້ຂັດແຍ້ງ, ແຕ່ໃນໄລຍະຜ່ານມາໄດ້ມີປະສົບການໃນການແກ້ໄຂຄວາມຂັດແຍ້ງ, ສິ່ງທີ່ສຳຄັນທີ່ສຸດແມ່ນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ, ຄວນສືບຕໍ່ນຳໃຊ້ປະສົບການເຫຼົ່ານີ້.
ທ່ານກ່າວຕື່ມວ່າ: ປັດຈຸບັນນີ້, ຈີນ ແລະເອີຣົບພວມຊຸກຍູ້ການເຈລະຈາດ້ານການລົງທຶນ, ເພື່ອໃຫ້ການລົງທຶນສອງຝ່າຍເປີດປະຕູສູ່ພາຍນອກຫຼາຍກວ່າເກົ່າ ເຊິ່ງຈະສ້າງປະໂຫຍດໃຫ້ທັງສອງຝ່າຍຢ່າງຍຸຕິທຳ. ສອງຝ່າຍຄວນມີຈິດໃຈການເປີດປະຕູສູ່ພາຍນອກ, ແກ້ໄຂຄວາມຂັດແຍ້ງຢ່າງເໝາະສົມໃນການຮ່ວມມືກັນເພື່ອ ໃຫ້ສາຍພົວພັນຈີນ-ເອີຣົບພັດທະນາຢ່າງໝັ້ນທ່ຽງ.
ຄຳເຫັນ
0