黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກ​ຈີນ​ເນັ້ນມີຄວາມ​ໝັ້ນ​ໃຈ​ຕໍ່​ອະນາຄົດ​ຂອງ​ເສດຖະກິດ​ປະ​ເທດ​ຕົນ

2019-03-15 17:47:34 cri

ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 2 ສະ​ໄໝ​ທີ 13 ​ໄດ້​ອັດ​ລົງ​ໃນ​ວັນ​ທີ 15 ມີນາ​ນີ້​ຢູ່​ນະຄອນຫຼວງປັກ​ກິ່ງ. ກອງ​ປະຊຸມ​ຄັ້ງນີ້​ໄດ້​ຜ່ານ​ການ​ຮັບຮອງ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ຊຸດ​ປັດຈຸບັນ, ​ໄດ້​ຮັບຮອງ​ເອົາ “​ກົດໝາຍວ່າ​ດ້ວຍ​ການ​ລົງທຶນ​ຂອງ​ນັກທຸລະກິດ​ຕ່າງປະ​ເທດ” ​ເຊິ່ງມີ​ຈຸດປະສົງ​ເພື່ອ​ຊຸກຍູ້​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ມີ​ລະດັບ​ສູງ​. ​ໃນ​ພິທີ​ຖະ​ແຫຼງຂ່າວຫຼັງອັດ​ປະຊຸມ, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ກ່າວ​ວ່າ: ບໍ່​ວ່າ​ຈະ​ມີ​ສະພາບ​ການ​ໃໝ່​ເກີດ​ຂຶ້ນ​ເປັນ​ຄື​ແນວ​ໃດ​ກໍຕາມ ຈີນ​ກໍ​ຈະ​ຮັກສາ​ໃຫ້​ເສດຖະກິດ​ມີ​ຄວາມ​ໝັ້ນທ່ຽງ, ຮັກສາ​ໃຫ້​ເສດຖະກິດ​ມີ​ທ່າ​ອ່ຽງການ​ພັດທະນາ​ທີ່​ດີ​ແລະ​ບໍ່​ມີ​ການ​ປ່ຽນ​ແປງ, ​ເສດຖະກິດ​ຈີນ​ຈະ​ເປັນ​ປັດ​ໄຈ​ສຳຄັນ​ອັນໜຶ່ງ​ແຫ່ງ​ການ​ເຮັດ​ໃຫ້​ເສດຖະກິດ​ໂລກ​ມີ​ຄວາມ​ໝັ້ນທ່ຽງ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ.

​ໃນ “​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​” ປີ​ນີ້ ​ໄດ້​ລະບຸ​ວ່າ: ​ເປົ້າໝາຍ​ທີ່​ຄາດຄ​ະ​ເນໄວ້​ຂອງ​ຈັງຫວະ​ການ​ເຕີບ​ໂຕ​ຂອງລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫຼື GDP ຂອງ​ຈີນ​ໃນ​ປີ 2019 ​ໄດ້​ກຳນົດ​ໃຫ້​​ເຕີບ​ໂຕຢູ່​ລະຫວ່າງ 6%-6,5% ​ເຊິ່ງຊ້າ​ລົງ​ເລັກ​ໜ້ອຍ​ເມື່ອ​ທຽບ​ກັບ​ປີ 2018 ​​ແຕ່ມີ​ຄວາມ​ຄ່ອງ​ແຄ້ວຫຼາຍກວ່າ. ທ່ານຫຼີ​ເຄີ້ສຽງ ກ່າວ​ວ່າ: ນີ້​ເປັນ​ການ​ເຕີບ​ໂຕ​ບົນ​ພື້ນຖານ​​ຕົວ​ເລກ​ພື້ນຖານ​​ໃນ​ລະດັບສູງ ​ແລະ ມີ​ປະລິມານ​ຢ່າງ​ມະຫາສານ. ຈີນ​ຈະນຳ​ໃຊ້​ມາດ​ຕະການ​ຕ່າງໆ ​ເຊັ່ນ: ​ສືບ​ຕໍ່​ຊຸກຍູ້​ການຫຼຸດສ່ວຍ​ສາ​ອາກອນ, ຫຼຸດຄ່າ​ທຳນຽມ​ຕ່າງໆ, ຫຼຸດຜ່ອນ​ເງື່ອນ​ໄຂ​​ແຫ່ງການ​ເຂົ້າ​ເຖິງ​ຕະຫຼາດຈີນ ​​ແລະ ສ້າງ​ສະພາບ​ແວດ​ລ້ອມ​ການ​ແຂ່ງຂັນ​ຢ່າງ​ຍຸຕິ​ທຳ​ແລະສະ​ເໝີ​ພາບ ​ແລະ​ມາດ​ຕະການອື່ນໆ ​ເພື່ອ​ກະຕຸ້ນ​ຄວາມ​ມີ​ຊີວິດ​ຊີວາ​ຂອງ​ຕະຫຼາດ, ຮັບ​ມື​ກັບ​ແຮງ​ກົດ​ດັນ​ຕ່າງໆ​ທີ່​ອາດ​ຈະ​ເຮັດ​ໃຫ້​ເສດຖະກິດ​ພັດທະນາ​ຊ້າ​ລົງ ​ແລະ ຊຸກຍູ້​ການ​ພັດທະນາ​ຢ່າງ​ມີ​ຄຸນ​ນະພາ​ບສູງ.

ທ່ານຫຼີ​ເຄີ້​ສຽງກ່າວ​ເນັ້ນ​ໜັກ​ວ່າ, ​ທີ່​ຈິງ​ແລ້ວ, ​ປີ​ນີ້​ຈີນ​ໄດ້ຫຼຸດ​ສ່ວຍ​ສາອາ​ກອນ​ໃຫ້​ໜ້ອຍ​ລົງຫຼາຍກວ່​າ​ເກົ່າ​ເປັນການ​ປະ​ຕິ​ຮູບ​ສຳ​ຄັນ​ຢ່າງ​ໜຶ່ງ ແລະ ການ​ຄັດ​ເລືອກ​ທີ່​ສຳ​ຄັນ, ລັດ​ຖະ​ບານ​ແລະ​ອຳ​ນາດ​ການ​ປົ​ກ​ຄອງ​ຈະ​ມີ​ງົບ​ປະ​ມາ​ນ​ລາຍ​ຈ່າຍ​ໜ້ອຍ​ລົງ ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ແລະ​ປະ​ຊາ​ຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍກວ່າ​ເກົ່າ. ທ່ານ​ກ່າວ​ເນັ້ນ​ວ່າ: “​ການຫຼຸດ​ສ່ວຍ​ສາອາ​ກອນ​ໝາຍ​ຄວາມ​ວ່າ​ລາຍ​ຮັບຈະຫຼຸດ​ລົງ, ປີ​ນີ້​ພວກ​ເຮົາ​ໄດ້​ວາງ​ງົບ​ປະ​ມານ​ລາຍ​ຈ່າຍ​​ໃຫ້ມີ​ຈັງ​ຫວະ​ເຕີບ​ໂຕ​ເທົ່າ​ທຽມ​ກັບ​ການ​ເຕີບ​ໂຕ​ຂອງ GDP ເພື່ອຮັບ​ປະ​ກັນ​ງົບ​ປະ​ມານ​ລາຍ​ຈ່າຍ​ໃນ​ຂົ​ງ​ເຂດ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທີ່​ສຳ​ຄັນ ແລະ ​ໃນ 3 ໂຄງ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກໄດ້​ເພີ່ມ​ຂຶ້ນຫຼາຍ​ກວ່າ​ເກົ່າ. ສະ​ນັ້ນ, ຄົນ​ທັງຫຼາຍ​ຢາກ​ຖາມ​ວ່າ, ເງິນ​ມາ​ຈາກ​ໃສ? ​ການ​ຂາດ​ດຸນ​ງົບ​ປະ​ມານ​ກໍ​ມີ​ແຕ່​ຈະ​ສູງກວ່າ​ປີ​ຜ່ານ​ມາ​ພຽງ 0,2% ເທົ່າ​ນັ້ນ, ​ເມື່ອ​ຂາດ​ດຸນ​ງົບ​ປະ​ມານ, ເຮົາ​ຊິ​ເຮັດ​ຈັ່ງ​ໃດ? ວິ​ທີ​ຂອງ​ພວກ​ເຮົາ​ແມ່ນ, ລັດ​ຖະ​ບານ​ແລະ​ອຳ​ນາດ​ການ​ປົກ​ຄອງ​ຈະ​ມີ​ງົບ​ປະ​ມານ​ລາຍ​ຈ່າຍ​ໜ້ອຍ​ລົງ, ບໍ່​ພຽງ​ແຕ່​ຈະ​ເຮັ​ດ​ໃຫ້​ງົບ​ປະ​ມານ​ລາຍ​ຈ່າຍ​ສາ​ທາ​ລະ​ນະ​ລັກ​ສະ​ນະ​ທົ່ວ​ໄປຫຼຸດ​ລົງ​ເທົ່າ​ນັ້ນ, ຫາກ​ຍັງ​​ມີ​ຄຳສັ່ງ​ໃຫ້​ສະ​ຖາ​ບັນ​ການ​ເງິນແລະ​ລັດ​ວິ​ສາ​ຫະ​ກິດ​ຂັ້ນ​ສູນ​ກາງ​ສະ​ເພາະ​​ເພີ່ມ​ທະ​ວີ​ການມອບ​ພັນ​ທະ​ງົບ​ປະ​ມານ​ໃຫ້​ຄັງ​ເງິນ​ແຫ່ງ​ຊາດ ແລະ ເກັບ​ເອົາ​ເງິນ​ທຶນ​ທີ່​ຄ້າງ​ໄວ້​ເປັນ​ເວ​ລາ​ດົນ​ນານ​ກັບ​ຄືນ​ມາ. ພວກ​ເຮົາ​ໄດ້​ຫ້າງ​ຫາ​ເງິນ​ທຶນ​ໄດ້​ປະ​ມານ 1 ພັນ​ຕື້ຢວນ.”

ໃນ​ກອງ​ປະ​ຊຸມ​ຂ່າວ, “ການ​ປະ​ຕິ​ຮູບ” ເປັນ​ຄຳ​ສັບ​ທີ່​ທ່ານຫຼີ​ເຄີ້​ສຽງ​ເນັ້ນຫຼາຍ​ເທື່ອ. ທ່ານ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ, ລັດ​ຖະ​ບານ​ຈີນ​ຈະ​ສືບ​ຕໍ່​ຍຶດ​ໝັ້ນ​ທິດ​ທາງ​ການ​ປະ​ຕິ​ຮູບ​ທີ່​ມຸ້ງ​ໜ້າ​​ສູ່​ຕະຫຼາດ, ຍຶດ​ໝັ້ນ​​ການຊຸກ​ຍູ້​ການ​ປະ​ຕິ​ຮູບ​ແບບ​ມຸ້ງ​ໜ້າ​​ສູ່​ຕະຫຼາດ ແລະ ຖືກ​ຕ້ອງ​ຕາມ​ກົດ​ໝາຍ.

ກົດ​ໝາຍ​ວ່າ​ດ້ວຍການ​ລົງ​ທຶນຂອງ​ຕ່າງ​ປະ​ເທດ​ທີ່​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ລົງ​ຄະ​ແນນ​ສຽງ​ແລະ​ຮັບ​ຮອງ​ໃນ​ວັນ​ທີ 15 ມີ​ນາ​ນີ້​ຈະ​ເລີ່ມ​ປະ​ຕິ​ບັດ​ໃນ​ວັນ​ທີ 1 ມັງ​ກອນ​ປີ​ໜ້າ. ທ່ານ​ຫຼີ​ເຄີ້​ສຽງ​ຊີ້​ໃຫ້​ເຫັນ​ວ່າ, ກົດ​ໝາຍ​ສະ​ບັບ​ນີ້​ທັງ​ແມ່ນ​ເວ​ທີ​ປົກ​ປັກ​ຮັກ​ສາ​ການ​ລົງ​ທຶນ​ຂອງຕ່າງ​ປະ​ເທດ​ໃຫ້​ດີກວ່າ​ເກົ່າ, ດຶງ​ດູດ​ການ​ລົງ​ທຶນ​ຕ່າງ​ປະ​ເທດ, ທັງ​ເປັນ​ການ​ກະ​ທຳ​ທີ່​ເຮັດ​ໃຫ້​ລັດ​ຖະ​ບານ​ມີ​ລະ​ບຽບແບບ​ແຜນ. ພ້ອມ​ກັນ​ນັ້ນ​ທ່ານ​ຫຼີ​ເຄີ້​ສຽງ ກ່າວ​ວ່າ, ການ​ລົງ​ທຶນ​ຈາກ​ຮົງ​ກົງ, ມາ​ກາວ​ແລະ​ໄຕ​ຫວັນ​​ເໝາະໃຊ້​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ. ໃນ​ຂະ​ບວນ​ການ​ສ້າງ​ກົດ​ໝາຍ​ຫຼື​ເອກ​ກະ​ສາ​ນະ​​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ, ລັດ​ຖະ​ບານ​ກາງ​ຈີນ​ຈະ​ຮັບ​ຟັງ​ຄວາມ​ເຫັນ​ຂອງ​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ, ມາ​ກາວ​ແລະ​ໄຕ້​ຫວັນ​ຢ່າງ​ຕັ້ງ​ໃຈ, ປົກ​ປັກ​ຮັ​ກ​ສາ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມກົດ​ໝາຍ​ຂອງ​ເຂົາ​ເຈົ້າ​ໃຫ້​ດີ.

ສຳ​ລັບ​ບັນ​ຫາ​ຄວາມ​ຂັດ​ແຍ້ງ​​ກັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ, ທ່ານ​ຫຼີ​ເຄີ້​ສຽງ​ກ່າວ​ວ່າ: “ໃນ​ໄລ​ຍະ​ຜ່ານ​ມາ, ບັນ​ຫາອັນ​ເຄັ່ງ​ຮ້ອນກໍ​ຄື​ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ, ແຕ່​ວ່າ​ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ສອງ​ຝ່າຍ​ບໍ່​ເຄີຍ​ຢຸດ​ຕິ​ມາ​ໂດຍ​ຕະ​ຫຼອດ. ພວກ​ເຮົາ​ຫວັງ​ວ່າ​ການ​ປຶກ​ສາ​ຫາ​ລື​ສາ​ມາດ​ໄດ້​ຮັບ​ໝາກ​ຜົນ, ສາ​ມາດ​ບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ນີ້​ກໍ​ແມ່ນ​ຄວາມ​​ມຸ້ງ​ຫວັງ​ຂອງ​ປະ​ຊາ​ຄົມ​ໂລກ. ສຳ​ລັບ​ຄວາມ​ຂັດ​ແຍ້ງ​ກັນ​ແລະ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ, ປະ​ຊາ​ຊົນ​ຈີນ​ແລະ​ອາ​ເມ​ຣິ​ກາ​ມີ​ປັນ​ຍາ​ແລະ​ມີຄວາມ​ສາ​ມາດ​ອັນ​ພຽງ​ພໍ​​ທີ່​ຈະແກ້​ໄຂ​ແລະ​ຄວບ​ຄຸມ​ໄດ້, ​ລວມ​ທັງ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ​​​ສອດ​ຄ່ອງ​ກັບ​ກະ​ແສ​ໂລກກາ​ພິ​ວັດ​ແລະຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ແລະ​ຂະ​ຫຍາຍ​ສາຍ​ພົວ​ພັນ​ໄປ​ຕາມ​ທິດ​ທາງ​ທີ່​ຖືກ​ຕ້ອງ.”

ທ່ານ​ຫຼີ​ເຄີ້​ສຽງ ເນັ້ນ​ໜັກ​ວ່າ, ຄວາມ​ຂັດ​ແຍ້ງກັນ​ດ້ານ​ການ​ຄ້າ​ແມ່ນ​ເລື່ອງ​ສອງ​ຝ່າຍ​ຈີນ​ແລະ​ອາ​ເມ​ຣິ​ກາ, ຈີນ​ຈະ​ບໍ່​ສວຍ​ໃຊ້​ຝ່າຍ​ທີ່​ສາມ​ແລະ​ຈະ​ບໍ່​ທຳ​ລາຍ​ຝ່າຍ​ທີ​ສາມ. ມື້​ດຽວ​ກັນ, ທ່ານ​ຍັງ​ໄດ້​ຊີ້​ແຈງຫຼັກ​ໝັ້ນ​ຂອງ​ຈີນ​ກ່ຽວ​ກັບ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຊັ່ນ: ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ຣັດ​ເຊຍ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ສະ​ຫະ​ພາບ​ເອີ​ຣົບ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ, ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີ, ບັນ​ຫາ​ແຫຼມ​ເກົາ​ຫຼີ​ແລະ​ບັນ​ຫາ​ອື່ນໆ.

 

 

ຄຳ​ເຫັນ

0