ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 15 ມີນານີ້, ທ່ານ ຫຼີເຄີ້ສຽງ ກ່າວໃນຂະນະທີ່ໃຫ້ສຳພາດຕໍ່ນັກຂ່າວຈີນແລະຕ່າງປະເທດວ່າ:ພາຍໃຕ້ສະພາບການທີ່ການຄ້າໂລກໃນປີ 2018 ຊຸດໂຊມລົງ,ມູນຄ່າການຄ້າລະຫວ່າງຈີນ-ຣັດເຊຍໄດ້ບັນລຸຫຼາຍກວ່າ 100 ຕື້ໂດລາ,ອາດເວົ້າໄດ້ວ່ານີ້ແມ່ນຂີດໝາຍໃໝ່ອັນໜຶ່ງ.
ທ່ານ ຫຼີເຄີ້ສຽງ ກ່າວຕື່ມວ່າ,ການຮ່ວມມືລະຫວ່າງຈີນ-ຣັດເຊຍໄດ້ມີຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງ. ທ່ານໄດ້ສົ່ງເສີມໃຫ້ສອງຝ່າຍເປີດກວ້າງຂົງເຂດການຮ່ວມມື,ຊຸກຍູ້ການສ້າງໂຄງການໃຫຍ່ແລະການຄ້າສິນຄ້າລາຍໃຫຍ່,ທັງຊຸກຍູ້ວິສາຫະກິດຂະໜາດນ້ອຍເຊິ່ງລວມທັງການຮ່ວມມືດ້ານການຄ້າເອເລັກໂຕຣນິກ. ສາມາດດຳເນີນການຮ່ວມມືໃນຂົງເຂດການບິນແລະການບິນອະວະກາດ,ທັງສາມາດດຳເນີນການແລກປ່ຽນການໄປມາຫາສູ່ກັນລະຫວ່າງປະຊາຊົນທ້ອງຖິ່ນຂອງສອງປະເທດ,ປັບປຸງໝາກຜົນທີ່ໄດ້ຮັບໃນດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍໃຫ້ບັນລຸມູນຄ່າຫຼາຍກວ່າ 100 ຕື້ໂດລາ,ແລະສຸມທຸກຄວາມພະຍາຍາມກ້າວເດີນໄປໜ້າເພື່ອບັນລຸເປົ້າໝາຍມູນຄ່າການຄ້າເພີ່ມຂຶ້ນໜຶ່ງເທົ່າ.
ຄຳເຫັນ
0