尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຊຸກ​ຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຈີນ-ຍີ່​ປຸ່ນ​-​ສ.ເກົາ​ຫຼີ ມີ​ຜົນ​ດີ​ຕໍ່​ທັງ​ສາມ​ຝ່າຍ

2019-03-15 17:58:01 cri

ວັນ​ທີ 15 ມີ​ນາ​ນີ້, ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ,ທ່ານ​ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນກ່າວ​ວ່າ, ພາຍ​ໃຕ້​​ສະ​ພາບ​ການ​ທີ່​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ໂລກ​ໃນ​ປັດ​ຈຸ​ບັນ​ເພີ່ມ​ຫຼ​າຍ​ຂຶ້ນ,ກາ​ນ​ຊຸກ​ຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີ,​ການບັນ​ລຸ​ການ​ເຊັນ​ສັນ​ຍາ​ຮອບ​ດ້ານ,ມີ​ລະ​ດັບ​ສູງ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ນັ້ນ,ລ້ວນ​ແຕ່​ມີ​ຜົນ​ດີ​ຕໍ່​ທັງ​ສາມ​ຝ່າຍ.
 

ທ່ານ​ກ່າວ​ວ່າ,ປີ​ນີ້​ແມ່ນ​ປີ​ແຫ່ງ​ການ​ສ້າງ​ກົນ​ໄກ​ກອງ​ປະ​ຊຸມ​ຜູ້​ນຳ​ຈີນ-ຍີ່​ປຸ່ນ​-​ສ.ເກົ​າ​ຫຼີ​ຄົບ​ຮອບ 20 ປີ,ໃນ​ຖາ​ນະເປັນປະ​ເທດ​ປະ​ທານ​,ຈີນ​ຈະ​ຮ່ວມ​ກັບ​ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີ​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ຫົວ​ຂໍ້​ປະ​ຊຸມ. ໃນ​ຫົວ​ຂໍ້​ປະ​ຊຸມ​ຄວນ​ລວມ​ທັງ​ການ​ຊຸກ​ຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ຍີ່​ປຸນ-ສ.ເກົາ​ຫຼີ. ເຖິງວ່າໃນ​ທ່າມ​ກາງ​ທີ່​ຈີນ​ມີ​ການ​ຂາດ​ດຸນ​ການ​ຄ້າ​ທີ່​ອ່າວ​ຫຼາຍ​ຕໍ່​ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີ​ກໍ່​ຕາມ,ແຕ່​ຈີນ​ກໍ່​ຍິນ​ດີ​ດຳ​ເນີນ​ການ​ແຂ່ງ​ກັນ​ຢ່າງ​ສະ​ເໝີ​ພາບ,ເພື່ອ​ໃຫ້​ຜູ້​ບໍ​ລິ​ໂພກ​ມີ​ການ​​ເລືອກເຟັ້ນ​ຫຼາຍກວ່າ​ເກົ່າ. ບໍ່​ວ່າ​ຈະ​ບັນ​ລຸ​ການ​ເຊັນ​ສັນ​ຍາ​ເຂດການ​ຄ້າ​ເສ​ລີ​ຈີນ-ຍີ່​ປຸ່ນ​-​ສ.ເກົາ​ຫຼີ ຫຼື​ສັນ​ຍາ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ຫຼື RCEP ​ສະ​ບັບ​ໃດ,ຈີນ​ກໍ່​ມີ​ຄວາມ​ປາ​ຖະ​ໜາຢາກ​ເຫັນ​ຜົນ​ສຳ​ເລັດ​ດັ່ງ​ກ່າວ.

ຄຳ​ເຫັນ

0