吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຍຶດໝັ້ນ​ການ​ປອດ​ນິວ​ເຄຼຍຢູ່​ແຫຼມເກົາຫຼີ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ

2019-03-15 16:57:36 cri

ວັນ​ທີ 15 ມີນາ​ນີ້, ທ່ານ​ຫຼີ​ເຄິ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ກ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ຈີນ​ຍຶດໝັ້ນ​ການ​ປອດ​ນິວ​ເຄຼຍຢູ່​ແຫຼມເກົາຫຼີ​ຢ່າງ​ສ​ະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຫວັງ​​ໃຫ້​ເກີດສັນຕິພາບ ​ແລະ​ຄວາມ​ໝັ້ນຄົງຢູ່​ແຫຼມ​ເກົ່າ​ຫຼີ. ​ແກ້​ໄຂ​ບັນຫາ​ແຫຼ​ມ​ເກົາຫຼີ​ບໍ່​ພຽງ​ແຕ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ສອງ​ເກົາຫຼີ​ເທົ່າ​ນັ້ນ, ຍັງ​ມີ​ຜົນດີຕໍ່​ພາກ​ພື້ນ ​ແລະ​ທົ່ວ​ໂລກ.

ທ່ານ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ທັງ​ພາຍ​ໃນ ​ແລະ​ຕ່າງປະ​ເທດ​ວ່າ: ບັນຫາ​ແຫຼມ​ເກົາຫຼີ​ມີ​ຄວາມ​ສະຫຼັບ​ສັບ​ຊ້ອນ ​ແລະ​ມີມາ​ແຕ່​ບູຮານ​ນະ​ການ, ບໍ່​ສາມາດ​ແກ້​ໄຂ​​ໄດ້​ຢ່າງງ່າຍ​ດາຍ. ພາຍຫຼັງ​ຜູ້ນຳ​ສປປ.​ເກົາຫຼີ ​ແລະ​ອາ​ເມຣິກາ​ພົບ​ປະ​ກັນຢູ່​ນະຄອນຫຼວງ​ຮາ​ໂນ້ຍປະ​ເທດ​ຫວຽດນາມ​ແລ້ວ, ສອງ​ຝ່າຍ​ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ​ຈະ​ສືບ​ຕໍ່​ມີ​ການ​ພົວພັນກັນ, ສະ​ນັ້ນ​ເມື່ອມີ​ການ​ພົວພັນກັນ​ຈຶ່ງ​ດີກ​ວ່າ​ບໍ່​ມີ. ຫວັງ​ວ່າ​ບັນດາຝ່າຍ​ຈະສາມາດ​ຮັກສາ​ມາ​ນະ​ຈິດ, ​ກຳ​ເອົາ​ກາລະ​ໂອກາດ​ທີ່​ດີ, ​ໂດຍ​ສະ​ເພາະ​ແມ່ນ​ປັດ​​ໄຈ​ອັນ​ຕັ້ງໜ້າ​ທີ່​ມີ​ຢູ່​ໃນ​ປັດຈຸບັນ, ຊຸກຍູ້​ການ​ເຈລະຈາ, ​ໂດຍ​ສະ​ເພາະ​ການ​ເຈລະຈາ​ລະຫວ່າງ​ສປປ.​ເກົາຫຼີ ​ແລະ​ອາ​ເມຣິກາ ​ເພື່ອ​ບັນລຸ​ໝາກຜົນ​ທີ່​ຄາ​ດ​ຫວັງ​ຮ່ວມ​ກັນ.

ຄຳ​ເຫັນ

0