黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

CRI ຈັດກິດຈະກຳປະກວດຮູບຖ່າຍພາຍໃຕ້ຫົວຂໍ້: ມີເຈົ້າເປັນເພື່ອນຕາມໜຶ່ງແລວໜຶ່ງເສັ້ນທາງ

2019-03-20 15:10:50 cri

ຕາມຂາວ CRI: ວັນທີ 28 ກຸມພານີ້ ກິດຈະກຳປະກວດຮູບຖ່າຍພາຍໃຕ້ຫົວຂໍ້: ມີເຈົ້າເປັນເພື່ອນຕາມໜຶ່ງແລວໜຶ່ງເສັ້ນທາງທີ່ເວັບໄຊທາງການຂອງວິທະຍຸສາກົນແຫ່ງປະເທດຈີນ (CRI ຫຼື www.cri.cn) ເປັນເຈົ້າພາບ ໄດ້ຈັດຂຶ້ນຢ່າງເປັນທາງການ ເຊິ່ງເວັບໄຊດັ່ງກ່າວຈະຜ່ານຈາກສື່ໃໝ່, ສື່ອອນລາຍທີ່ຢູ່ຕ່າງປະເທດ ແລະສື່ຕ່າງ ປະເທດທີ່ ເປັນຄູ່ຮ່ວມມືເຊີນຊວນເພື່ອນມິດທົ່ວໂລກສົ່ງຜົນງານເຂົ້າຮ່ວມກິດຈະກຳປະກວດຮູບຖ່າຍຄັ້ງນີ້.

ກິດຈະກຳປະກວດຮູບຖ່າຍຄັ້ງນີ້ມີຈຸດປະສົງເພື່ອສ່ອງແສງເຖິງໝາກຜົນແຫ່ງການສ້າງສາໜຶ່ງແລວໜຶ່ງເສັ້ນ ທາງ ດ້ວຍຮູບຖ່າຍຕ່າງໆ, ສະແດງໃຫ້ເຫັນເຖິງເນື້ອໃນຈິດໃຈຂອງເສັ້ນທາງສາຍໄໝທີ່ຖືສັນຕິພາບ, ການຮ່ວມມື, ເປີດປະຕູ, ຄວາມໂອບເອື້ອອາລີ, ຮຽນຮູ້ເຊິ່ງກັນແລະກັນ ແລະຕ່າງຝ່າຍຕ່າງຖອດຖອນກັນ, ຮັບຜົນປະໂຫຍດຮ່ວມ ກັນເປັນໃຈກາງ, ຊີ້ໃຫ້ເຫັນການປ່ຽນແປງໃໝ່ແລະສະພາບການ ໃໝ່ທີ່ເກີດຂຶ້ນຍ້ອນຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນ ທາງ, ບັນທຶກມິດຕະພາບ, ການໄປມາຫາສູ່ກັນ, ການແລກປ່ຽນດ້ານວັດທະນະທຳ ແລະຄວາມຮັກແພງອັນຈິງໃຈ ລະຫວ່າງປະຊາຊົນຈີນກັບປະຊາຊົນບັນດາປະເທດຢູ່ລຽບຕາມໜຶ່ງແລວໜຶ່ງເສັ້ນທາງ, ທັງສະແດງໃຫ້ເຫັນເຖິງ ຮີດຄອງປະເພນີວັດທະນະທຳ ຂອງປະເທດຕ່າງໆ.

ກິດຈະກຳດັ່ງກ່າວຈະຈັດຂຶ້ນແຕ່ວັນທີ 28 ກຸມພາຫາ ວັນທີ 10 ເມສາ 2019, ໃນນັ້ນ ວັນທີ 28 ກຸມພາ-ວັນທີ 28 ມີນາ ເປັນໄລຍະທີ່ຮັບເອົາຜົນງານຮູບຖ່າຍຜ່ານທາງອິນເຕີແນັດ, ວັນທີ 29 ມີນາ-ວັນທີ 9 ເມສາ ເປັນຂັ້ນຕອນຄັດເລືອກຂັ້ນຕົ້ນ, ການລົງຄະແນນສຽງທາງເວັບໄຊ້ ແລະຕັດສິນຜົນງານຊະນະເລີດຈາກຄະນະ ກຳມະການທີ່ເປັນນັກວິຊາການ, ວັນທີ 10 ເມສາເປັນມື້ປະກາດຜົນການປະກວດ.

ໃນໄລຍະຈັດກິດຈະກຳດັ່ງກ່າວ, ປະຊາຊົນຜູ້ໃຊ້ອິນເຕີແນັດຂອງປະເທດຕ່າງໆສາມາດສົ່ງຜົນງານຮູບຖ່າຍຂອງ ຕົນເອງເຂົ້າຮ່ວມໄດ້ທີ່ອີເມວ: withyou2019@qq.com ຫຼື ໂພສຜົນງານຮູບຖ່າຍຂອງຕົນເອງໃສ່ໜ້າເຟກບຸກ ຂອງຕົນເອງແລ້ວແທັກ(tag) CRI-FM93 ເຊິ່ງຂໍ້ກຳນົດລະອຽດໃຫ້ທ່ານຊອກເບິ່ງໃນເວັບໄຊ: www.cri.cn/withyou.

    ບັນທຶກເສັ້ນທາງແຫ່ງການພົບພໍ້ກັນ ແລະພັດທະນາຮ່ວມກັນດ້ວຍນິ້ວມືຂອງທ່ານ. ກ້ອງຖ່າຍຂອງທ່ານຈະເປັນ ສັກຂີພິຍານໃຫ້ແກ່ປະຫວັດສາດ ແຫ່ງການໄປມາຫາສູ່ກັນຢ່າງມີໄມຕີຈິດມິດຕະພາບລະຫວ່າງປະຊາຊົນປະເທດ ຕ່າງໆໃນສະຕະວັດທີ 21.

ຄຳ​ເຫັນ

0