ເລີ່ມແຕ່ວັນທີ 28 ກຸມພາ 2019 ນີ້ເປັນຕົ້ນໄປ, ເວັບໄຊທາງການຂອງວິທະຍຸສາກົນແຫ່ງປະເທດຈີນ (CRI ຫຼື www.cri.cn) ຈະຈັດກິດຈະກຳປະກວດຮູບຖ່າຍພາຍໃຕ້ຫົວຂໍ້ວ່າ: “ມີເຈົ້າເປັນເພື່ອນຕາມໜຶ່ງແລ້ວໜຶ່ງເສັ້ນທາງ” ຂຶ້ນຢູ່ໃນຂອບເຂດທົ່ວໂລກ ເຊິ່ງມີຈຸດປະສົງເພື່ອສ່ອງແສງເຖິງໝາກຜົນແຫ່ງການສ້າງສາໜຶ່ງແລວໜຶ່ງເສັ້ນທາງດ້ວຍຮູບຖ່າຍຕ່າງໆ, ສະແດງໃຫ້ເຫັນເຖິງເນື້ອໃນຈິດໃຈຂອງເສັ້ນທາງສາຍໄໝທີ່ຖືສັນຕິພາບ, ການຮ່ວມມື, ເປີດປະຕູ, ຄວາມໂອບເອື້ອອາລີ, ຮຽນຮູ້ເຊິ່ງກັນ ແລະກັນ ແລະຕ່າງຝ່າຍຕ່າງຖອດຖອນເຊິ່ງກັນ ແລະກັນ, ໃຫ້ໄດ້ຮັບຜົນປະໂຫຍດຮ່ວມກັນເປັນໃຈກາງ, ຊີ້ໃຫ້ເຫັນການປ່ຽນແປງໃໝ່ ແລະສະພາບການໃໝ່ທີ່ເກີດຂຶ້ນຍ້ອນຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ, ບັນທຶກມິດຕະພາບ, ການໄປມາຫາສູ່ກັນ, ການແລກປ່ຽນດ້ານວັດທະນະທຳ ແລະຄວາມຮັກແພງອັນຈິງໃຈລະຫວ່າງປະຊາຊົນຈີນກັບປະຊາຊົນຂອງບັນດາປະເທດຢູ່ລຽບຕາມໜຶ່ງແລວໜຶ່ງເສັ້ນທາງ, ທັງສະແດງໃຫ້ເຫັນເຖິງຮີບຄອງປະເພນີວັດທະນະທຳຂອງປະເທດຕ່າງໆ, ເຊິ່ງເວັບໄຊດັ່ງກ່າວຈະຜ່ານຈາກສື່ໃໝ່, ສື່ອອນລາຍທີ່ຢູ່ຕ່າງປະເທດ ແລະສື່ຕ່າງປະເທດທີ່ເປັນຄູ່ຮ່ວມມືເຊີນຊວນເພື່ອນມິດທົ່ວໂລກສົ່ງຜົນງານເຂົ້າຮ່ວມກິດຈະກຳປະກວດຮູບຖ່າຍຄັ້ງນີ້ ໂດຍມີຂໍ້ກຳນົດລະອຽດມີດັ່ງນີ້:
ວັນທີ 28 ກຸມພາ - ວັນທີ 28 ມີນາ 2019.
ມີເຈົ້າເປັນເພື່ອນຢູ່ຕາມໜຶ່ງແລວໜຶ່ງເສັ້ນທາງ.
ກ: ຮູບຖ່າຍທີ່ຈະສົ່ງເຂົ້າຮ່ວມກິດຈະກຳ ຕ້ອງເປັນຮູບຖ່າຍດີຈີຕອນທີ່ຖ່າຍເອງໂດຍໃຊ້ກ້ອງຖ່າຍຮູບດີຈີຕອນ ຫຼື ໂທລະສັບມືຖື.
ຂ: ຮູບຖ່າຍທີ່ຈະສົ່ງເຂົ້າຮ່ວມກິດຈະກຳເປັນຮູບຖ່າຍສີ ຫຼື ຂາວດຳກໍໄດ້ເປັນຮູບດ່ຽວ ຫຼື ຮູບຊຸດກໍໄດ້. ຖ້າເປັນຮູບຊຸດ, ຢ່າງໜ້ອຍຕ້ອງມີ 3 ຮູບຂຶ້ນໄປ ແຕ່ບໍ່ຄວນຫຼາຍກວ່າ 10 ຮູບ ເຊິ່ງຮູບຖ່າຍທີ່ສົ່ງມາຄວນເປັນໄຟລ໊ຮູບນາມສະກຸນ JPEG.
ຄ: ກິດຈະກຳນີ້ບໍ່ຈຳກັດສັນຊາດຂອງຜູ້ເຂົ້າຮ່ວມ, ເວລາສົ່ງຮູບຖ່າຍມາທາງອີເມວຕ້ອງລະບຸຊື່ ແລະນາມສະກຸນ, ສັນຊາດ, ທີ່ຢູ່, ບ່ອນຖ່າຍຮູບ ແລະຕ້ອງຕັ້ງຫົວຂໍ້ໃຫ້ຮູບ ແລະມີການແນະນຳໂດຍຫຍໍ້ກ່ຽວກັບເນື້ອໃນຂອງຮູບຖ່າຍ.
ງ: ທ່ານສາມາດຂຽນເລື່ອງກ່ຽວກັບເບື້ອງຫຼັງຮູບຖ່າຍທີ່ສົ່ງມາຮ່ວມກິດຈະກຳນັ້ນໂດຍຫຍໍ້ ແລະສົ່ງໄຟລ໊ມາພ້ອມຮູບຖ່າຍໄດ້.
ທ່ານສາມາດເລືອກສົ່ງທາງໃດທາງໜຶ່ງຂ້າງລຸ່ມນີ້:
ວິທີທີ 1: ສົ່ງຮູບທາງອີເມວໄປທີ່ withyou2019@qq.com
ວິທີທີ 2: ໂພສຮູບຖ່າຍຂອງທ່ານໃສ່ໜ້າເຟດບຸກຂອງທ່ານ ແລ້ວຂຽນອະທິບາຍວ່າເຂົ້າຮ່ວມກິດຈະກຳປະກວດຮູບຖ່າຍ “ມີເຈົ້າເປັນເພື່ອນຕາມໜຶ່ງແລວໜຶ່ງເສັ້ນທາງ” ແລ້ວແທັກ (tag) ໃຫ້ cri-fm93.
ອີງຕາມຫຼັກການເປີດເຜີຍ, ຍຸດຕິທຳ ແລະທ່ຽງທຳ, ການຕັດສິນຜົນຊະນະເລີດຈະໃຊ້ທັງກຳມະການທີ່ເປັນນັກວິຊາການມາໃຫ້ຄະແນນ, ທັງໃຫ້ຜູ້ໃຊ້ອິນເຕີແນັດລົງຄະແນນສຽງທາງເວັບໄຊ.
ລາງວັນທີ 1 ມີ 10 ລາງວັນ ເຈົ້າຂອງຜົນງານໄດ້ຮັບໃບຢັ້ງຢືນ ແລະຖືກເຊີນໄປຮ່ວມພິທີມອບລາງວັນຂອງກິດຈະກຳປະກວດຮູບຖ່າຍຄັ້ງນີ້ ແລະເຂົ້າຮ່ວມກິດຈະກຳຖ່າຍຮູບຢູ່ຈີນ. ແລະຍັງມີລາງວັນຊົມເຊີຍອີກ 100 ລາງວັນ ເຈົ້າຂອງຜົນງານຈະໄດ້ຮັບໃບຢັ້ງຢືນ ແລະຂອງຂວັນຕ່າງໆ.
ກ: ຮູບຖ່າຍທີ່ສົ່ງຮ່ວມກິດຈະກຳຄັ້ງນີ້ຖືເປັນຜົນງານທີ່ຝ່າຍເຈົ້າພາບມີສິດນຳໃຊ້ໂດຍບໍ່ມີການຈ່າຍຄ່າທົດແທນ ແລະມີສິດມອບໝາຍໃຫ້ຝ່າຍທີສາມເພື່ອນຳໃຊ້. ເຈົ້າພາບມີສິດວາງສະແດງ, ໂຄສະນາ ແລະພິມຈຳໜ່າຍຮູບຖ່າຍທີ່ເຂົ້າຮ່ວມກິດຈະກຳຄັ້ງນີ້.
ຂ: ທ່ານສາມາປັບຕ່າງຮູບຖ່າຍໄດ້ໂດຍໃຊ້ຊອບແວຕ່າງໆ, ແຕ່ຕ້ອງບໍ່ປ່ຽນແປງເນື້ອໃນຂອງຮູບ, ບໍ່ກະທົບເຖິງລັກສະນະຄວາມເປັນຈິງຂອງຮູບ.
ຄ: ຫາກກວດພົບວ່າຮູບຖ່າຍທີ່ສົ່ງມາເປັນຮູບລະເມີດຜົນງານຂອງຄົນອື່ນ, ຜູ້ທີ່ລະເມີດຈະຖືກຕັດສິດທັນທີ.
ງ: ຜົນງານຮູບຖ່າຍທີ່ໄດ້ຮັບລາງວັນຈະຖືກຈັດເຂົ້າໃນປຶ້ມປະມວນຮູບຖ່າຍ” ມີເຈົ້າເປັນເພື່ອນຕາມໜຶ່ງແລວໜຶ່ງເສັ້ນທາງ” ແລະເຜີຍແຜ່ທາງເວັບໄຊຂອງ CRI ທີ່ເປັນຫຼາຍພາສາຕ່າງປະເທດ.
ຈ: ກິດຈະກຳຄັ້ງນີ້ຈະບໍ່ເກັບຄ່າໃດໆຈາກຜູ້ຮ່ວມກິດຈະກຳ.
ຄຳເຫັນ
0