ໃນຊຸມປີຜ່ານມາ, ເສດຖະກິດຈີນໄດ້ຂະຫຍາຍຕົວຈາກໄລຍະຂະຫຍາຍຕົວດ້ວຍຄວາມໄວສູງກ້າວເຂົ້າສູ່ໄລຍະພັດທະນາຢ່າງມີຄຸນນະພາບສູງ ເຊິ່ງມີຈຸດພິເສດຄື ຄຸນນະພາບຕ້ອງນຳໜ້າການເຕີບໂຕດ້ານປະລິມານ, ຫັນຈາກລະບົບທີ່ຖືຜະລິດຕະພັນທີ່ມີເຕັກນິກຕ່ຳ,ແລະມູນຄ່າເພີ່ມໜ້ອຍເປັນຫຼັກນັ້ນ ໄປສູ່ ຜະລິດຕະພັນທີ່ມີເຕັກນິກສູງແລະມີມູນຄ່າເພີ່ມສູງເປັນຕົ້ນຕໍ, ຈາກການພັດທະນາທີ່ອາໄສຈຳນວນປັດໄຈການຜະລິດຫັນໄປສູ່ການພັດທະນາທີ່ເປັນມິດກັບສິ່ງແວດລ້ອມ. ຢູ່ນະຄອນຫຼວງປັກກິ່ງ, ການພັດທະນາຢ່າງມີຄຸນນະພາບສູງນັບມື້ນັບໄດ້ກາຍເປັນຈຸດພິເສດສຳຄັນໃນການພັດທະນາຂອງຕົວເມືອງທັນສະໄໝແຫ່ງນີ້, ໃນນີ້ ການປະດິດສ້າງດ້ານວິທະຍາສາດເຕັກນິກກຳລັງກາຍເປັນພື້ນຖານສຳຄັນອັນໜຶ່ງໃນການຄ້ຳຊູການພັດທະນາປັກກິ່ງຢ່າງມີຄຸນນະພາບສູງ.
ບໍລິສັດວິທະຍາສາດເຕັກນິກ megvii ປັກກິ່ງຈຳກັດທີ່ສ້າງຕັ້ງຂຶ້ນຢູ່ເຂດຈົ່ງກ່ວນຊຸ່ນເມື່ອປີ 2011 ເປັນບໍລິສັດວິທະຍາສາດເຕັກນິກສູງແຫ່ງໜຶ່ງ, ປີ 2018 , ບໍລິສັດນີ້ໄດ້ຖືກຄັດເລືອກໃຫ້ເປັນໜຶ່ງໃນ 10 ບໍລິສັດຄອມພິວເຕີປັນຍາປະດິດດ້ານຈັກຂຸວິນຍານຄວາມພິວເຕີຂອງໂລກ. ເຕັກນິກຕົ້ນຕໍຂອງບໍລິສັດດັ່ງກ່າວແມ່ນວິທີຄິດໄລ່ຂອງປັນຍາປະດິດກ່ຽວກັບຈັກຂຸວິນຍານຄວາມພິວເຕີແລະເຕັກນິກແຊນເຊີ ເຊິ່ງລວມທັງການຈຳແນກໜ້າຕາຄົນ, ຈຳແນກຮ່າງກາຍຄົນ, ຈຳແນກການທ່າມື, ຈຳແນກໃບຢັ້ງຢືນ, ຈຳແນກຮູບພາບແລະອື່ນໆ. ທ່ານເຊ້ຢີ້ນານ ຮອງປະທານບໍລິສັດ megvii ໃຫ້ຮູ້ວ່າ: ໃນເບື້ອງຕົ້ນທີ່ບໍລິສັດຫາກໍ່ສ້າງຕັ້ງຂຶ້ນ, ເພື່ອໃຫ້ມີຄວາມແຕກຕ່າງກັບບໍລິສັດອື່ນ, ບໍລິສັດເຮົາໄດ້ຜະລິດຜະລິດຕະພັນຜ່ານປະຕູດ້ວຍລະບົບຈຳແນກໃບໜ້າ, ປັດຈຸບັນ, ຜະລິດຕະພັນນີ້ໄດ້ຮັບການເຜີຍແຜ່ນຳໃຊ້ໂດຍທົ່ວໄປໃນອາຄານເຮັດວຽກ, ໂຮງຮູບເງົາທີ່ມີຊື່ສຽງແລະທະນາຄານຫຼາຍແຫ່ງໃນນະຄອນຫຼວງປັກກິ່ງກໍໄດ້ນຳໃຊ້ເຕັກນິກນີ້ເຊັ່ນກັນ.
ນອກຈາກສະໜອງການອອກແບບອັດສະລິຍະໃຫ້ແກ່ວິສາຫະກິດຂະໜາດໃຫຍ່ຕ່າງໆແລ້ວ, ບໍລິສັດວິທະຍາສາດເຕັກນິກ Megvii ຍັງໄດ້ຄົ້ນຄວ້າຜະລິດຕະພັນຮາດແວອັດສະລິຍະຕ່າງໆອີກດ້ວຍ ໂດຍໄດ້ຜະສົມຜະສານກັນກັບອຸດສາຫະກຳດັ້ງເດີມຢ່າງແນບນຽມ ແລະ ສະໜອງແຜນການແກ້ໄຂບັນຫາດ້ວຍປັນຍາປະດິດ. ທ່ານ ເຊ້ຢີ້ນານ ໄດ້ຍົກເອົາຮ້ານຄ້າຂະໜາດນ້ອຍແຫ່ງໜຶ່ງມາເປັນຕົວຢ່າງ ໂດຍໄດ້ນຳໃຊ້ກ້ອງວົງຈອນປິດອັດສະລິຍະເຄື່ອງໜຶ່ງ ເຊື່ອມເຂົ້າກັບເຄື່ອງໃຊ້ອັດສະລິຍະຂອງບໍລິສັດຕົນ ກໍສາມາດຊ່ວຍເກັບກຳຂໍ້ມູນທີ່ຮ້ານຄ້າດັ້ງເດີມຕ່າງໆບໍ່ສາມາດເກັບກຳໄດ້ ທັງຊ່ວຍວິເຄາະດ້ວຍອັດສະລິຍະ ຈຶ່ງສາມາດຊ່ວຍຮ້ານຄ້ານ້ອຍແຫ່ງນີ້ປະຢັດຕົ້ນທຶນແຮງງານໄດ້ ແລະ ເພີ່ມຜົນກຳໄລທຸລະກິດ. ທ່ານກ່າວຕື່ມວ່າ: ຮ້ານຄ້າທີ່ມີເນື້ອທີ່ 300-400 ຕາແມັດແຫ່ງໜຶ່ງ ເມື່ອນຳໃຊ້ອຸປະກອນດັ່ງກ່າວກໍສາມາດກາຍເປັນຮ້ານຄ້າດີຈີຕອນໄດ້ ໂດຍສາມາດຮູ້ໄດ້ວ່າ ແຕ່ລະມື້ສິນຄ້າຕ່າງໆທີ່ວາງຢູ່ເທິງຖ້ານຂາຍເປັນຄືແນວໃດ, ກຳໄລຂອງສິນຄ້າແຕ່ລະຢ່າງເປັນຄືແນວໃດ, ປະສິດທິພາບຂອງພະນັກງານແຕ່ລະຄົນເປັນແນວໃດ ແລະອື່ນໆ ກໍສາມາດສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດໃນລະບົບອຸປະກອນດັ່ງກ່າວ.
ໃນສາຍຕາຂອງບໍລິສັດວິທະຍາສາດເຕັກນິກ Megvii ອັດສະລິຍະບໍ່ແມ່ນເພື່ອເຂົ້າມາແທນມະນຸດ, ແຕ່ແມ່ນການຫັນປ່ຽນແລະຍົກລະດັບທັງນັ້ນ ແລະ ໃນທີ່ສຸດ ມັນຈະສ້າງຄວາມສະດວກໃຫ້ແກ່ວຽກງານ ແລະ ຊີວິດການເປັນຢູ່, ທັງຍົກປະສິດທິພາບໃຫ້ສູງຂຶ້ນ ແລະ ສ້າງຄວາມຜາສຸກໃຫ້ແກ່ສັງຄົມມະນຸດ ໂດຍຄືກັນກັບການປະຕິວັດເຕັກໂນໂລຊີອື່ນໆ.
ຢູ່ເຂດຈົ່ງກ່ວນຊຸ່ນ ນະຄອນຫຼວງປັກກິ່ງ ຍັງມີວິສາຫະກິດວິທະຍາສາດເຕັກນິກສູງຄືກັບບໍລິສັດວິທະຍາດເຕັກນິກ Megvii ຢ່າງຫຼວງຫຼາຍ. ໃນເຂດນິຄົມວິທະຍາສາດເຕັກນິກຕົ່ງເຊິ່ງ ເຂດຈົ່ງກ່ວນຊຸ່ນ, ມີວິສາຫະກິດແຫ່ງໜຶ່ງຊື່ວ່າ ກຸ່ມບໍລິສັດບິກດາຕາຈູສຟັນຈຳກັດ ໄດ້ສຸມໃສ່ “ທຸລະກິດຊັບສິນຂໍ້ມູນ” ມາເປັນເວລາດົນນານ. ປັດຈຸບັນ, ເວົ້າໃນດ້ານການອອກແບບແລະນຳໃຊ້ຖານຂໍ້ມູນໃຫຍ່ແລ້ວ, ບໍລິສັດຈູສຟັນຈຳກັດໄດ້ສົມທົບທຶນຮ່ວມກັບອຳນາດການປົກຄອງທ້ອງຖິ່ນ 80 ແຫ່ງຂອງຈີນເພື່ອສ້າງຕັ້ງບໍລິສັດນຳໃຊ້ຖານຂໍ້ມູນໃຫຍ່ແລະຄຸ້ມຄອງທຸລະກິດຊັບສິນຂໍ້ມູນໃນຕົວເມືອງ ແລະ ໄດ້ຄົ້ນຄວ້າ-ອອກແບບກໍລະນີການນຳໃຊ້ຂໍ້ມູນຂອງອຳນາດການປົກຄອງຕ່າງໆ 4.000 ກວ່າກໍລະນີ.
ຕາມຄວາມເຫັນຂອງບໍລິສັດ JUSFOUN, ອົງການປົກຄອງໄດ້ເຕົ້າໂຮມຂໍ້ມູນຢ່າງຫຼວງຫຼາຍ, ເມື່ອນຳໃຊ້ຂໍ້ມູນເຫຼົ່ານີ້ໃຫ້ດີແລ້ວ, ຈະຊຸກຍູ້ການຍົກລະດັບການຄຸ້ມຄອງສັງຄົມຂອງຈີນ, ຫັນປ່ຽນຮູບແບບການພັດທະນາຂອງເສດຖະກິດ ແລະຊ່ວຍພັດທະນາເສດຖະກິດຈີນດ້ວຍຄຸນນະພາບສູງ.
ປີ 2018, ວິສາຫະກິດເຕັກນິກສູງໃໝ່ແຫ່ງຊາດໃນນະຄອນຫຼວງປັກກິ່ງມີເຖິງ 25000 ແຫ່ງ, ເພີ່ມຂຶ້ນ 25%, ວິສາຫະກິດຢູ່ນີຄອນບັນລຸ 80 ແຫ່ງ, ໂດຍສະເລ່ຍແລ້ວມີວິສາຫະກິດປະດິດສ້າງໃໝ່ 199 ແຫ່ງເກີດຂຶ້ນໃນແຕ່ລະມື້, ມູນຄ່າການຊື້ຂາຍໃນສັນຍາເຕັກນິກເພີ່ມຂຶ້ນ 10,5%. ມາຮອດທ້າຍປີ 2018, ໃນນະຄອນຫຼວງປັກກິ່ງ ສະເລ່ຍແລ້ວແຕ່ລະ 1 ໝື່ນຄົນມີສິດທິບັດຈຳນວນ 111,2 ສະບັບ, ປະລິມານຮ້ອງຂໍສິດທິບັດເພີ່ມຂຶ້ນ 13,6% ແລະປະລິມານໄດ້ຮັບສິດທິບັດເພີ່ມຂຶ້ນ 15,47% ເມື່ອທຽບໃສ່ປີ 2017.
ຄຳເຫັນ
0