Next

ຕາມຂ່າວ CRI: ສາຂາບໍລິສັດຜະລິດນ້ຳມັນອໍໂດສທີ່ຂຶ້ນກັບກຸ່ມບໍລິສັດພະລັງງານແຫ່ງຊາດຈີນໄດ້ສ້າງຕັ້ງຂຶ້ນເມື່ອປີ 2008, ຕັ້ງຢູ່ຕາແສງອູລັນມູລົນກິ່ງແຂວງຢີ່ກິນໂຮໂລຂອງນະຄອນອໍໂດສເຂດມົງໂກໃນ. ສາຂາບໍລິສັດດັ່ງກ່າວໄດ້ດຳເນີນການຜະລິດເປັນແຫ່ງດຽວໃນໂລກທີ່ປ່ຽນຖ່ານຫີນເປັນນ້ຳມັນໂດຍກົງໄດ້ໃນລະດັບລ້ານໂຕນ, ແລະມີສິດຊັບສິນທາງປັນຍາເປັນຂອງຕົນເອງ. ການທີ່ສາມາດແກ້ໄຂການລະບາຍນ້ຳເປື້ອນຂອງໂຄງການດັ່ງກ່າວແມ່ນຫາຍາກທີ່ສຸດ, ເຄື່ອງບຳບັດນ້ຳເປື້ອນໄດ້ເຄື່ອນໄຫວເປັນຢ່າງດີນັບແຕ່ຖືກນຳໃຊ້ເປັນຕົ້ນມາ, ນ້ຳທີ່ລະບາຍອອກກໍໄດ້ມາດຕະຖານ, ປັດຈຸບັດອັດຕາການບຳບັດນ້ຳເປື້ອນໃຫ້ສາມາດມາໃຊ້ຄືນໃໝ່ໄດ້ບັນລຸເຖິງ 98% ຂຶ້ນໄປ, ໄດ້ບັນລຸເປົ້າໝາຍທີ່ບໍ່ລະບາຍມົນລະພິດຈັກໜ້ອຍ.
PreviousNext
ຄຳເຫັນ
0