ທາງລົດໄຟລາວຈີນແມ່ນໂຄງການຂີດໝາຍສຳຄັນທີ່ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນເຊື່ອມຕໍ່ກັບແຜນຍຸດທະສາດຂອງລັດຖະບານລາວທີ່ຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລມາເປັນປະເທດເຊື່ອມໂຍງເຊື່ອມຈອດ. ນັບແຕ່ເລີ່ມການກໍ່ສ້າງທາງລົດໄຟສາຍນີ້ແຕ່ເດືອນທັນວາປີ 2016 ເປັນຕົ້ນມາ, ໂຄງການນີ້ໄດ້ສ້າງຄວາມສົນໃຈແລະດຶງດູດປະຊາຊົນລາວຈຳນວນຫຼວງຫຼາຍທີ່ຢູ່ເຂດລຽບທາງລົດໄຟລາວຈີນ. ຕາມສະຖິຕິໃນປັດຈຸບັນ, ມີປະມານ 32000 ເທື່ອຄົນໄດ້ຮ່ວມວຽກໃນໂຄງການທາງລົດໄຟລາວຈີນຫຼັງການຝຶກອົບຮົມພິເສດ ເຊິ່ງກຳມະກອນແລະພະນັກງານເຕັກນິກຫຼາຍຄົນໄດ້ເສີມຂະຫຍາຍບົດບາດອັນສຳຄັນໃນການກໍ່ສ້າງ.
ໃນອາກາດຮ້ອນຂອງເດືອນເມສາ, ລົດຍົກສະຫຼັບສັບຊ້ອນກັນ, ສຽງຂອງລົດ ຈົກດິນ, ລົດດຸດ ແລະລົດໃຫຍ່ບັນທຸກແລ່ນສວນກັນໄປມາຢ່າງຄຶກຄື້ນ ນີ້ຄືພາບ ການກໍ່ສ້າງທີ່ຟົດຟື້ນຢູ່ພາກສະໜາມທາງລົດໄຟລາວຈີນຕອນຫຼວງພະບາງ.
ທ້າວນິພົນ ພາພົງໄຊ ແມ່ນນາຍຊ່າງສ້ອມແປງໃນພາກສະໜາມ. ເມື່ອເວົ້າເຖິງທ້າວນິພົນ, ນາງລິວສຽວເຟີ່ຍ ໝູ່ຮ່ວມງານຂອງທ້າວນິພົນຍ້ອງຍໍວ່າ: “ຕອນນີ້ ເຄື່ອງຈັກແລະອຸປະກອນຕ່າງໆໃນໂຄງການເຮົາ, ລາວສາມາດແປງໄດ້ເກືອບທຸກຢ່າງເລີຍ, ເຊັ່ນລົດຈົກດິນ, ລົດແກ່ດິນ, ລົດໂມ້, ຈັກໂມ້, ລົດເຈາະດິນ, ເຮືອ ແລະອື່ນໆ, ລາວແປງໄດ້ໝົດ.”
ກ່ອນມາເຮັດວຽກຢູ່ໂຄງການທາງລົດໄຟລາວຈີນ, ທ້າວນິພົນແມ່ນຜູ້ຂັບລົດຢູ່ເທິງເຮືອຂົນສົ່ງທາງແມ່ນ້ຳຂອງ ແລະມີພື້ນຖານໃນການສ້ອມແປງລົດ. ຫຼັງຈາກທ້າວນິພົນເຮັດວຽກຢູ່ໂຄງການໃນປີ 2017, ທ້າວນິພົນນອນເດິກແຕ່ລຸກເຊົ້າທຸກມື້ ເພື່ອຮຽນຮູ້ເຕັກນິກນຳນາຍຊ່າງສ້ອມແປງຂອງຈີນ, ດັ່ງນັ້ນເຕັກນິກການສ້ອມແປງຂອງລາວກໍ່ນັບມື້ນັບຊຳນານ. ປີທຳອິດໃນການເຮັດວຽກ, ທ້າວນິພົນກໍເຄີຍສ້ອມແປງເຄື່ອງຈັກແລະອຸປະກອນປະເພດຕ່າງໆ 500 ເຄື່ອງ. ປັດຈຸບັນ, ເຕັກນິກຂອງລາວໄດ້ກ້າວໄປສູ່ການເປັນນ່າຍຊ່າງສ້ອມແປງລະດັບສູງແລ້ວ. ທ້າວນິພົນທີ່ກຳລັງຈ້ອງມອງຂົວທາງລົດໄຟລາວຈີນທີ່ມີໂຄງສ້າງສຳເລັດໃນເບື້ອງຕົ້ນແລ້ວເວົ້າວ່າ: “ຂ້ອຍໝັ້ນໃຈຕົນເອງຫຼາຍດຽວນີ້, ຂ້ອຍຄິດວ່າຖ້າວ່າຂ້ອຍມີທຶນພຽງພໍ, ຂ້ອຍໄປເຮັດເອງກະໄດ້. ແຕ່ຖ້າວ່າບໍລິສັດຍັງມີຄວາມຕ້ອງການ, ຂ້ອຍກໍ່ຢາກເຮັດວຽກນຳບໍລິສັດຈີນຕໍ່.”
ທາງລົດໄຟລາວຈີນພາຍໃນປະເທດລາວເລີ່ມຈາກບໍ່ເຕັ່ນທາງພາກເໜືອຂອງລາວທີ່ຕິດກັບປະເທດຈີນ, ຜ່ານແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງວຽງວັນແລ້ວໄປຮອດນະຄອນຫຼວງວຽງຈັນ, ມີຄວາມຍາວ 414 ກິໂລແມັດ. ການກໍ່ສ້າງໂຄງການດັ່ງກ່າວມີ 6 ຕອນ, ແຮງງານຄົນລາວທີ່ເຮັດວຽກຢູ່ພາກສະໜາມແຕ່ລະຕອນລ້ວນແຕ່ມີນາຍຊ່າງແລະອາຈານຄົນຈີນອົບຮົມແລ້ວຈຶ່ງສາມາດເຂົ້າຮ່ວມວຽກໄດ້. ເດືອນພະຈິກປີ 2017, ຢູ່ໂຄງການທາງລົດໄຟລາວຈີນຕອນທີ່ຮັບເໝົາກໍ່ສ້າງໂດຍບໍລິສັດວິສະວະກຳເລກ 3 ຂອງກຸ່ມບໍລິສັດ Powerchina ໄດ້ສ້າງສູນອົບຮົມພະນັກງານລາວເປັນພິເສດ ໂດຍໄດ້ສົ່ງເສີມພະນັກງານລາວທັງຫຼາຍເຂົ້າຮ່ວມການຝຶກອົບຮົມດ້ວຍການສ້າງຫ້ອງຮຽນໃໝ່ ແລະຈ່າຍເງິນເດືອນໃຫ້ເຂົາເຈົ້າ. ທ່ານລິວຊ່ຽນຫຼີ ຜູ້ຮັບຜິດຊອບສູນດັ່ງກ່າວກ່າວວ່າ: “ພວກຂ້າພະເຈົ້າຈະດຳເນີນທິດສະດີຂອງວິສາຫະກິດຈີນທີ່ສ້າງໂຄງການຢູ່ບ່ອນໃດ, ກໍສ້າງຄວາມສຸກໃຫ້ແກ່ປະຊາຊົນຢູ່ບ່ອນນັ້ນ, ດັ່ງນັ້ນ ພວກເຮົາອົບຮົມຜູ້ມີຄວາມຮູ້ຄວາມສາມາດທີ່ມີວິຊາສະເພາະໃນການກໍ່ສ້າງທາງລົດໄຟຂອງລາວ ເພື່ອບໍລິການການສ້າງທາງລົດໄຟລາວຈີນ. ປັດຈຸບັນ ໃນນັກຮຽນຄົນລາວຈຳນວນ 300 ກວ່າຄົນທີ່ໄດ້ຮຽນຈົບຈາກສູນພວກຂ້າພະເຈົ້າ, ສ່ວນຫຼາຍໄດ້ກາຍເປັນກຳລັງຫຼັກໃນການກໍ່ສ້າງໂຄງການແລ້ວ.”
ທ້າວຄຳຜິວ ຕະວະ ອາຍຸ 35 ປີ, ແມ່ນນັກຮຽນຊຸດທຳອິດຂອງສູນຝຶກອົບຮົມພະນັກງານລາວ ເພື່ອຮຽນຮູ້ເຕັກນິກການຈອດເຫຼັກນຳອາຈານຄົນຈີນ. ປັດຈຸບັນ, ລາວໄດ້ເຮັດວຽກຢູ່ໂຮງງານຜະລິດອຸປະກອນເຫຼັກຢູ່ໂຄງການທາງລົດໄຟລາວຈີນຕອນທີ 4 ທີ່ຫຼວງພະບາງ, ລາວສາມາດສຳເລັດໃນການຈອດເຫຼັກ, ຕັດເຫຼັກ, ເຈາະເຫຼັກແລະວຽກງານອື່ນໆດ້ວຍຕົນເອງ, ຍັງກາຍເປັນອາຈານຂອງພະນັກງານລາວຄົນອື່ນອີກດ້ວຍ. ໃນກອງປະຊຸມປະຈຳປີຂອງບໍລິສັດທາງລົດໄຟລາວຈີນທີ່ໄດ້ຈັດຂຶ້ນໃນຕົ້ນປີນີ້, ທ້າວຄຳຜິວຕະວະໄດ້ຮັບໃບຍ້ອງຍໍ “ນາຍຊ່າງການສ້າງທາງລົດໄຟ”. ທ້າວຄຳຜິວ ຕະວະກ່າວວ່າ: “ແຕ່ກີ້ພວກເຮົາມີແຕ່ເຮັດນາເຮັດສວນເພື່ອລ້ຽງຄອບຄົວ, ເຮັດນາເຮັດສວນກໍບໍ່ກຸ້ມກິນ, ຕອນນີ້ລາຍໄດ້ຂອງເຮົາແມ່ນ 5-6 ເທົ່າຂອງແຕ່ກີ້. ຄັນບໍ່ໄດ້ເຮັດວຽກຢູ່ບໍລິສັດນີ້ກໍບໍມີເຮືອນຢູ່, ຂ້ອຍຢາກເຮັດວຽກນຳບໍລິສັດນີ້ຕໍ່ໄປ.”
ທາງລົດໄຟລາວຈີນຈະສ້າງສຳເລັດແລະເລີ່ມເປີດນຳໃຊ້ໃນເດືອນທັນວາປີ 2021 ແລະຈະມີພະນັກງານຄົນລາວຈຳນວນຫຼວງຫຼາຍກໍ່ຄືນິພົນ ພາພົງໄຊ ແລະ ຄຳຜິວຕະວະ ຍິນດີສືບຕໍ່ເຮັດວຽກເພື່ອທາງລົດໄຟລາວຈີນ. ທາງລົດໄຟລາວຈີນກໍຕ້ອງການຜູ້ມີຄວາມຮູ້ຄວາມສາມາດຫຼາຍເພື່ອເຂົ້າຮ່ວມການກໍ່ສ້າງແລະການດຳເນີນງານ. ທ່ານຈວີ່ກົວຈ່ຽງ ຜູ້ອຳນວຍການໃຫຍ່ຂອງບໍລິສັດທາງລົດໄຟລາວຈີນກ່າວວ່າ, ບໍລິສັດຈະຮ່ວມມືກັບສະຖາບັນຄົ້ນຄ້ວາແລະໂຮງຮຽນວິຊາຊີບຕ່າງໆ, ເພີ່ມທະວີການອົບຮົມແລະບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດພະນັກງານລາວໃຫ້ຫຼາຍຂຶ້ນຕື່ມອີກ, ຮອດເວລານັ້ນ, ພວກເຮົາເຊື່ອວ່າ ຈະມີທ້າວນິພົນ ພາພົງໄຊ ແລະທ້າວຄຳຜິວ ຕະວະທີ່ມີສີມືດີເດັ່ນນັບມື້ນັບຫຼາຍຂຶ້ນ, ເພື່ອຮ່ວມກັນສ້າງສາ, ດຳເນີນ ແລະຮັກສາທາງລົດໄຟລາວຈີນໃຫ້ດີ ແລະສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນລາວຫຼາຍຂຶ້ນກວ່າເກົ່າ.
ຄຳເຫັນ
0