ໂຄງການເຂື່ອນໄຟຟ້ານ້ຳອູລາວແມ່ນໂຄງການສຳຄັນລະດັບຊາດຂອງປະເທດລາວ, ລົງທຶນກໍ່ສ້າງໂດຍບໍລິສັດ Power China ດ້ວຍຮູບແບບ BOT ກໍຄືບໍລິສັດເປັນຜູ້ກໍ່ສ້າງ, ດຳເນີນງານ ແລະ ຈະມອບໃຫ້ປະເທດລາວເປັນຜູ້ຄຸ້ມຄອງແລະນຳໃຊ້ໃນທີ່ສຸດ. ໂຄງການນີ້ແມ່ນມີຄວາມຈຳເປັນຕ້ອງໄດ້ຍົກຍ້າຍ ປະຊາຊົນ 10 ຕົວ ເມືອງຂອງແຂວງຜົ້ງສາລີ ແລະ ແຂວງຫຼວງພະບາງຈຳນວນ 126000 ກວ່າຄົນໄປຢູ່ບ່ອນໃໝ່. ນັບແຕ່ເລີ່ມການກໍ່ສ້າງໂຄງການແຕ່ປີ 2011 ເປັນຕົ້ນມາ, ກຸ່ມບໍລິສັດ Power China ໄດ້ສ້າງບ້ານໃໝ່ໃຫ້ແກ່ປະຊາ ຊົນດັ່ງກ່າວ ແລະ ຊ່ວຍເຫຼືອເຂົາເຈົ້າດຳລົງຊີວິດຢູ່ບ່ອນໃໝ່. ຕໍ່ໄປ ເຊີນຟັງລາຍລະອຽດກ່ຽວກັບຊີວິດໃໝ່ຂອງປະຊາຊົນທີ່ຢູ່ບ້ານຫ້ວຍລໍ ແຫ່ງໃໝ່.
ເມື່ອຮອດບ້ານຫ້ວຍລໍເຊິ່ງເປັນບ້ານຕັ້ງໃໝ່, ນັກຂ່າວໄດ້ເຫັນເຮືອນໃໝ່ຫຼາຍຫຼັງ ທີ່ມີ ຫຼັງຄາສີແດງແລະຝາສີຂາວ ເຊິ່ງເປັນເອກະລັກພິເສດຂອງລາວໄດ້ສ້າງ ຢູ່ແຄມພູ, ມີທາງຢາງກວ້າງ 4 ແມັດສາຍໜຶ່ງເນັ່ງເຂົ້າສູ່ບ້ານ. ຢູ່ສອງຟາກທາງ, ພໍ່ແມ່ປະຊາຊົນພວມປູກຕົ້ນໄມ້ເພື່ອສ້າງຄວາມຮົມເຢັນແລະສວຍງາມໃຫ້ແກ່ ບ້ານ.
ທ້າວເອເລັກ ປະຊາຊົນທີ່ຍ້າຍມາຢູ່ບ້ານຫ້ວຍລໍແຫ່ງໃໝ່ນີ້ເປັນເວລາ 1 ປີປາຍແລ້ວ ລາວເວົ້າຕໍ່ນັກຂ່າວວ່າ, ການປາສະຈາກບ້ານເດີມບໍ່ແມ່ນງ່າຍ, ເມື່ອໄດ້ຍິນວ່າຕ້ອງໄດ້ຍົກຍ້າຍໄປຢູ່ບ່ອນໃໝ່ໃນເບື້ອງຕົ້ນ, ຕົນເອງບໍ່ແນ່ໃຈວ່າຊີ ວິດຈະມີການປ່ຽນແປງແນວໃດ. ທ້າວເອເລັກເວົ້າວ່າ: “ດຳລົງຊີວິດຢູ່ບ່ອນເດີມມາ ຫຼາຍປີ, ມີຄວາມຊິນເຄີຍແລ້ວ, ວ່າຕ້ອງໄດ້ຍົກຍ້າຍໄປຢູ່ບ່ອນໃໝ່, ໃນໃຈຂອງປະຊາຊົນສ່ວນຫຼາຍເຊິ່ງລວມທັງຂ້ອຍກໍມີຄວາມວິຕົກກັງວົນຫຼາຍ.”
ເພື່ອຜ່ອນຄາຍຄວາມວິຕົກກັງວົນຂອງພໍ່ແມ່ປະຊາຊົນ ແລະ ຊ່ວຍ ເຫຼືອເຂົາເຈົ້າດຳລົງຊີວິດໃໝ່ເປັນຢ່າງດີໂດຍໄວ, ກຸ່ມບໍລິສັດ Power China ໄດ້ຈ້າງບໍລິສັດລາວເປັນຝ່າຍກໍ່ສ້າງບ້ານໃໝ່ຕາມເອກະລັກພິເສດຂອງຮູບຊົງລາວ ແລະ ວິຖີຊີວິດຂອງພໍ່ແມ່ປະຊາຊົນລາວ. ປັດຈຸບັນນີ້, ຢູ່ບ້ານຫ້ວຍລໍມີວັດ ວາອາຮາມ, ໂຮງຮຽນ, ຫ້ອງການບ້ານ, ໂຮງໝໍ, ຕະຫຼາດແລະສິ່ງກໍ່ສ້າງຕ່າງໆທີ່ ຄົບຊຸດ, ນອກຈາກນີ້ແລ້ວ, ຍັງປູທາງໃຫ້ເຂົ້າສູ່ທຸກຄອບຄົວ, ເຮັດໃຫ້ແຕ່ລະ ຄອບຄົວມີມ້ຳ ແລະໄຟຟ້າໃຊ້ຢ່າງສະດວກສະບາຍ.
ຈາກເຮືອນເກົ່າຍ້າຍມາຢູ່ເຮືອນໃໝ່ທີ່ກວ້າງໃຫຍ່ແລະແຈ້ງສະຫວ່າງກ່ວາເກົ່າ, ທ້າວເອເລັກໄດ້ຄ່ອຍໆປັບຕົວເອງໃຫ້ເຂົ້າກັບສະພາບແວດລ້ອມໃໝ່ແລະຊີວິດ ໃໝ່ຢູ່ບ້ານໃໝ່ແລ້ວ. ທ້າວເວົ້າວ່າ: “ເສັ້ນທາງຂອງບ້ານເກົ່າຍາກຫຼາຍ, ບາງທີລົດ ຈັກເຂົ້າບໍ່ໄດ້ລົດຖີບກໍເຂົ້າບໍ່ໄດ້. ຍາມຝົນຕົກຈະມີຂີ້ຕົມດິນເປື້ອນຕ່າງໆ, ຖະໜົນຫົນທາງແຮ່ງໄປຍາກຫຼາຍ. ພາຍຫຼັງໂຄງການຍ້າຍເຮົາມາຢູ່ນີ້ ຮູ້ສຶກມີຄວາມສະບາຍຫຼາຍຂຶ້ນ, ຫົນທາງດີຂຶ້ນຫຼາຍແລ້ວ, ຄັນມີລົດໃຫຍ່ກໍສາມາດຂັບເຂົ້າມາຮອດ ເຮືອນໂດຍບໍ່ມີບັນຫາ.”
ການຍ້າຍປະຊາຊົນອອກໄປ, ກໍຕ້ອງເຮັດໃຫ້ປະຊາຊົນມີຄວາມໝັ້ນຄົງ ແລະ ສ້າງຄວາມສຸກໃຫ້ແກ່ປະຊາຊົນໄດ້. ດັ່ງນັ້ນ, ບໍລິສັດລົງທຶນຢູ່ຕ່າງ ປະເທດຂອງກຸ່ມບໍລິສັດ Power China ໄດ້ຮ່ວມມືກັບຝ່າຍທີ່ກ່ຽວຂ້ອງ, ນຳເອົາເຕັກນິກການປູກຝັງທີ່ກ້າວໜ້າ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນ ປ່ຽນແປງວິ ທີການປູກຝັງລ້ຽງສັດທີ່ເກົ່າແກ່, ເພີ່ມລາຍຮັບ ແລະ ຍົກລະດັບຊີວິດການເປັນ ຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ. ທ່ານຮວງຢ້ຽນເຕີ ຜູ້ຊ່ວຍຜູ້ອຳນວຍການ ໃຫຍ່ບໍລິສັດດັ່ງກ່າວກ່າວວ່າ: “ມອບປາໃຫ້ເຂົາເຈົ້າບໍ່ທໍ່ສອນ ເຂົາເຈົ້າຕຶກປາ. ພວກເຮົາໄດ້ຂໍງົບປະມານສະເພາະ ເພື່ອໃຊ້ໃນການຊ່ວຍເຫຼືອພໍ່ແມ່ປະຊາຊົນ ຟື້ນຟູອາຊີບ, ຊ່ວຍເຂົາເຈົ້າ ຮຽນຮູ້ເຕັກນິກທີ່ມີປະໂຫຍດຕໍ່ຊີວິດການເປັນຢູ່ໃນຕໍ່ ໜ້າຂອງເຂົາເຈົ້າ.”
ທ່ານຊອຍດາວ ພອຍມະນີ ນາຍບ້ານບ້ານຫ້ວຍລໍບອກກັບນັກຂ່າວວ່າ, ບໍລິສັດຈີນໄດ້ສ້າງໂອກາດປະກອບອາຊີບຕ່າງໆໃຫ້ແກ່ປະຊາຊົນບ້ານໃໝ່ຕາມ
ສະພາບຕົວຈິງ ເພື່ອເພີ່ມລາຍຮັບໃຫ້ແກ່ປະຊາຊົນ. ທ່ານເວົ້າວ່າ: “ນອກຈາກໄດ້ຮັບປະຊາຊົນໄປຮ່ວມວຽກໃນໂຄງການແລ້ວ, ບໍລິສັດຈີນໄດ້ກວດກາເບິ່ງວຽກງານຟື້ນຟູຊີບ, ຈັດສັນອາຊີບໃຫ້ແກ່ພໍ່ແມ່ປະຊາຊົນ, ສົ່ງເສີມປະຊາຊົນໃຫ້ມີອາຊີບໃນການລ້ຽງສັດ, ຄ້າຂາຍບໍລິການ ແລະອື່ນໆໂດຍອີງຕາມ ເງື່ອນໄຂແລະອາຊີບເດີມຂອງແຕ່ລະຄອບຄົວ, ແລ້ວຈັດການອົບຮົມດ້ານ ການລ້ຽງສັດ, ການປູກຜັກ ແລະອື່ນໆໃຫ້ເຂົາເຈົ້າມີຄວາມຮູ້ທີ່ກ່ຽວຂ້ອງ.”
ປັດຈຸບັນ, ບ້ານຫ້ວຍລໍມີປະຊາຊົນ 134 ຄອບຄົວ 600 ກວ່າຄົນ. ຫຼັງຈາກ ຍ້າຍມາຢູ່ບ້ານໃໝ່ແລ້ວ, ປະຊາຊົນຜູ້ເຮັດນາເຮັດສວນ ບໍ່ໄດ້ປະການເຮັດໄຮ່ເຮັດນາແຕ່ກ່ອນໄປ, ແຕ່ຍັງມີຄວາມຫວັງໃໝ່ໆອີກ. ທ່ານຊອຍດາວ ພອຍມະນີເວົ້າວ່າ: “ຫຼັງການຍົກຍ້າຍມາ, ບໍລິສັດໄດ້ຢາຍແກ່ນຜັກໃຫ້ແຕ່ລະຄອບຄົວ, ສົ່ງອາຈານ ມາອົບຮົມວິທີການປູກຜັກທີ່ປອດສານຜິດ. ປັດຈຸບັນນີ້ພວກເຮົາສາມາດປູກກິນເອງໄດ້ແລ້ວ, ບໍ່ຕ້ອງໄປຊື້ຢູ່ຕະຫຼາດ. ຕໍ່ໄປຄັນເປັນໄປໄດ້, ປະຊາຊົນທີ່ບໍ່ມີອາຊີບຈະສາມາດສົ່ງໄປຂາຍຢູ່ຕະຫຼາດ.”
ເວລາທີ່ນັກຂ່າວໄປເອົາຂ່າວແມ່ນເດື່ອນເມສາ ເຊິ່ງເປັນໄລຍະທີ່ປີໃໝ່ ລາວໃກ້ຈະ ວຽນມາເຖິງ. ຢູ່ໂຮງຮຽນປະຖົມແຫ່ງໃໝ່ຂອງບ້ານຫ້ວຍລໍ, ນ້ອງນັກຮຽນທັງຫຼາຍພວມຮຽນຮ້ອງເພງຈີນທີ່ມີຊື່ວ່າ “ສະບາຍດີປີໃໝ່”. ສຽງເພງຂອງພວກນ້ອງນັກຮຽນ ໄດ້ສະແດງເຖິງຄວາມພໍໃຈແລະການຄອງ ຄອຍຕໍ່ຊີວິດໃໝ່ຂອງພໍ່ ແມ່ປະຊາຊົນທີ່ຍ້າຍມາດຳລົງຊີວິດຢູ່ບ້ານໃໝ່ແຫ່ງນີ້.
ກຳລັງຕິດຕັ້ງຂອງເຂື່ອນໄຟຟ້ານ້ຳອູບັນລຸ 1 ລ້ານ 2 ແສນ 72000 ກິໂລວັດ, ຫຼັງຈາກສ້າງສຳເລັດໃນປີ 2020 ແລ້ວ, ສາມາດຮັບປະກັນ ການສະໜອງໄຟຟ້າ 12% ໃນທົ່ວປະເທດລາວ ເຊິ່ງສາມາດຊຸກຍູ້ການ ສ້າງເຄືອຂ່າຍໄຟຟ້າຢູ່ພາກ ເໜືອຂອງລາວໃຫ້ມີລະດັບສູງຂຶ້ນແລະ ການເຊື່ອມຈອດດ້ານການສົ່ງໄຟຟ້າ, ສາມາດຕອບສະໜອງຄວາມ ຕ້ອງການຕໍ່ໄຟຟ້າ ຂອງຕະຫຼາດພາຍໃນປະເທດ, ທັງຊ່ວຍເຫຼືອປະເທດ ລາວເພີ່ມລາຍຮັບ ໃນການສົ່ງໄຟຟ້າອອກໄປຕ່າງປະເທດ ແລະ ຊຸກຍູ້ຂະບວນການເຊື່ອມໂຍງເຂົ້າກັນດ້ານໄຟຟ້າໃນພາກພື້ນອີກດ້ວຍ.
ຄຳເຫັນ
0