ຕາມຂ່າວສານຊີນຮວາ: ວັນທີ 25 ເມສານີ ຢູ່ທີ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດ ສປ ຈີນໄດ້ພົບປະກັບທ່ານດູເຕີເດ ປະທານາທິບໍດີຟິລິບປິນ.
ທ່ານສີຈິ້ນຜິງຊີ້ອອກວ່າ, ໃນ 3 ປີຕໍ່ໜ້ານີ້, ການພົວພັນຈີນ-ຟິລິບປິນໄດ້ສຳເລັດການຟື້ນຟູເປັນປົກກະຕິ, ປັບປຸງໃຫ້ດີຂຶ້ນ ແລະໄດ້ຍົກລະດັບໃຫ້ສູງຂຶ້ນ, ໄດ້ກ້າວເຂົ້າສູ່ໄລຍະການພັດທະນາອັນໃໝ່.ພຶດຕິກຳຢັ້ງຢືນໃຫ້ເຫັນວ່າ, ຈີນ-ຟິລິບປິນຍຶດໝັ້ນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ, ໄປຕາມກະແສແຫ່ງຍຸກສະໄໝ, ນີ້ແມ່ນສອດຄ່ອງກັບຄວາມປາຖະໜາຂອງປະຊາຊົນ ແລະກໍ່ແມ່ນການເລືອກທີ່ຖືກຕ້ອງພຽງອັນດຽວ. ຂ້າພະເຈົ້າໄດ້ໂອ້ລົມກັບທ່ານເທື່ອໃດລ້ວນແຕ່ມີຄວາມຈິງໃຈແລະກົງໄປກົງມາ ກໍແມ່ນເພື່ອຄວາມຜາສຸກຂອງປະຊາຊົນທັງສອງປະເທດພວກເຮົາ. ຂ້າພະເຈົ້າຍິນດີຮ່ວມກັບທ່ານປະທານາທິບໍດີສືບຕໍ່ໃຫ້ການພົວພັນລະຫວ່າງສອງປະເທດຂະຫຍາຍໄປຕາມທິດທີື່ຖືກຕ້ອງເປັນຢ່າງດີຈາກມູງສູງແຫ່ງຍຸດທະສາດ. ສອງຝ່າຍຕ້ອງຍຶດໝັ້ນທິດທາງໃຫຍ່ທີ່ມມມີມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ, ສ້າງສະຖານະພາບກວມລວມທີ່ຮ່ວມມືກັນພັດທະ ນະໄປ, ເສີມຂະຫຍາຍສະຕິປັນຍາໃນການແກ້ໄຂຄວາມຂັດແຍ້ງກັນ, ກຳກັບສະແສຫຼັກແຫ່ງການພັດທະນາຂອງໂລກ. ຈີນຍິນດີເຊື່ອມຈອດກັບຍຸດທະສາດພັດທະນາຂອງຟິລິບປິນ, ສ້າງຈຸດເດັ່ນໃນການຮ່ວມມືພາຍໃນຂອບ ໜຶ່ງແລວໜຶ່ງເສັ້ນທາງ, ລົງເລິກການເຊື່ອມໂຍງແລະການພັດທະນາລະຫວ່າງຈີນ-ຟິລິບປິນກໍ່ຄືໃນທົ່ວພາກພື້ນ. ສອງຝ່າຍຄວນປະຕິບັດຕາມຄຳໝັ້ນສັນຍາຕໍ່ກັນ, ເສີມສ້າງຈິດໃຈເປັນຄູ່ຮ່ວມກນ, ຮັກສາສັນຕິພາບແລະສະຖຽນລະພາບຂອງທະເລຈີນໃຕ້, ເພີ່ມທະວີການຮ່ວມມືທາງທະເລ. ຈີນຈະສືບຕໍ່ອອກແຮງສະໜັບສະໜູນວຽກງານທີ່ເປັນທຳຂອງຟິລິບປິນໃນບັນຫາຕ່າງໆເຊັ່ນ: ການປາບຢາເສບຕິດ, ຕ້ານການກໍ່ການຮ້າຍແລະອື່ນໆ.
ທ່ານດູເຕີເດວກ່າວວ່າ, ຂ້າພະເຈົ້າມາຈີນແມ່ນເພື່ອສັນຕິພາບແລະການພັດທະນາ, ຂໍສະແດງຄວາມຊົມເຊີຍຕໍ່ຜົນງານອັນມະຫາສານທີ່ຈີນໄດ້ຮັບນັບແຕ່ສ້າງຕັ້ງ ສປ ຈີນໃນ 70 ປີມານີ້. ຈີນແມ່ນເພື່ອນດີທີ່ໄວ້ໃຈໄດ້ຢ່າງຍາວນານຂອງຟິລິບປິນ. ຟີລິບປິນຈະຍຶດໝັ້ນນະໂຍບາຍການຕ່າງປະເທດທີ່ເອກະລາດແລະເປັນເຈົ້າຕົນເອງ. ຂ້າພະເຈົ້າຍິນດີຮ່ວມກັບທ່ານປະທານສີຈິ້ນຜິງ ຜ່ານຜ່າອຸປະສັກຕ່າງໆ, ຍຶດໝັ້ນທັດສະນະຄະຕິອັນແນ່ວແນ່, ການຮ່ວມມືຢ່າງມີໄມຕີຈິດມິດຕະພາບກາຍເປັນສະແສຫຼັກຂອງການພົວພັນຟິລິບປິນ-ຈີນ. ຟິລິບປິນມີຄວາມໝັ້ນໃຈອັນເຕັມປ່ຽມຕໍ່ການຮ່ວມກັນສ້າງສາ ໜຶ່ງແລວໜຶ່ງເສັ້ນທາງ, ຍິນດີນຳໃຊ້ໂອກກາດທີ່ນຳມາຈາກການຮ່ວມມືໃນຂອບ ໜຶ່ງແລວໜຶ່ງເສັ້ນທາງ ໃຫ້ດີ, ບັນລຸເປົ້າໝາຍພັດທະນາແຫ່ງຊາດ. ຟິລິບປິນຍິນດີດແກ້ໄຂບັນຫາທາງທະເລຢ່າງເໝາະສົມ ໂດຍຈະບໍ່ກະທົບເຖິງການຂະຫຍາຍຕົວຂອງການພົວພັນລະຫວ່າງສອງປະເທດ.
ຄຳເຫັນ
0