ຕາມຂ່າວ CRI: ນະຄອນຣຸ້ຍຈິ່ນແຂວງຈ່ຽງຊີ່ຖືກຂະໜານນາມວ່າ “ເມືອງສີແດງດັ້ງເດີມເຊິ່ງໝາຍເຖິງການປະຕິວັດແລະບ່ອນກຳເນີດຂອງສາທາລະນະລັດປະຊາຊົນຈີນ”, ບໍ່ພຽງແຕ່ມີຊັບພະຍາກອນທ່ອງທ່ຽວປະຕິວັດເທົ່ານັ້ນ, ຍັງເປັນເມືອງສີຂຽວທີ່ມີຊື່ສຽງໃນທົ່ວປະເທດຈີນ. ມີສະພາບແວດລ້ອມອັນດີງາມເຮັດໃຫ້ຂະແໜງການທ່ອງທ່ຽວສີຂຽວຂອງນະຄອນຣຸ້ຍຈິ່ນໄດ້ຮັບການພັດທະນາຢ່າງວ່ອງໄວ.
ໄປເຖິງນະຄອນຣຸ້ຍຈິ່ນ, ນັກທ່ອງທ່ຽວສາມາດໄປທ່ຽວຊົມອານຸສອນສະຖານການປະຕິວັດ, ທັງສາມາດໄປເບິ່ງຕາແສງຢຸນຊືຊ່ານແລະນຸ່ງເຄື່ອງໃນຊຸດກອງທັບແດງ, ແລະສຳພັດກັບ “ການເດີນທັບທາງໄກ” 5 ກິໂລແມັດດ້ວຍຕົນເອງ, ຍັງສາມາດຂຸດມ້ຽນໜໍ່ໄມ້ໄຜ່ແລະດື່ມນ້ຳຊາຢູ່ຕາແສງຢື້ຕຸ່ງໃນລະດູໃບໄມ້ປົ່ງ, ໄປຊົມດອກບົວຢູ່ຕາແສງວູຢາງໃນລະດູຮ້ອນແລະອື່ນໆ.
ຄຽງຄູ່ກັບຂະແໜງການທ່ອງທ່ຽວພັດທະນາຢ່າງວ່ອງໄວ, ຊາວບ້ານທັງຫຼາຍໄດ້ດຳເນີນທຸລະກິດແບບເຮືອນພັກ, “ສີແດງປະສົມປະສານກັບສີຂຽວ” ພວມເຮັດໃຫ້ນະຄອນຣຸ້ຍຈິ່ນເຊິ່ງເປັນເຂດທີ່ໝັ້ນຂອງການປະຕິວັດດັ້ງເດີມຫຼຸດພົ້ນຈາກຄວາມທຸກຍາກແລະຮັ່ງມີຂຶ້ນຢ່າງວ່ອງໄວ.
ຄຳເຫັນ
0