ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມໃນວັນທີ 25 ເມສານີ້ຢູ່ນະຄອນຫຼວງປັກກິ່ງ.
ທ່ານສີຈິ້ນຜິງ ໄດ້ຝາກຄວາມຢື້ຢາມຖາມຂ່າວຜ່ານທ່ານຫງວຽນຊວນຟຸກໄປຍັງທ່ານຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ສສ ຫວຽດນາມ. ທ່ານສີຈິ້ນຜິງ ກ່າວວ່າ: ຈີນແລະຫວຽດນາມແມ່ນປະຊາຄົມຮ່ວມຊາຕາກຳທີ່ມີຄວາມໝາຍທາງຍຸດທະສາດ. ສອງຝ່າຍຄວນຖືເອົາທິດທາງ “16 ຕົວໜັງສື” ແລະ “ຈິດໃຈ 4 ດີ” ເປັນທິດຊີ້ນຳ, ສາມັກຄີ-ປອງດອງກັນແລະຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອຮ່ວມກັນຂຽນປະຫວັດສາດໜ້າໃໝ່ແຫ່ງການຮ່ວມມືທາງຍຸດທະສາດຮອບດ້ານລະຫວ່າງສອງປະເທດ; ສອງຝ່າຍຄວນເສີມຂະຫຍາຍບົດບາດຂອງກົນໄກການແລກປ່ຽນລະຫວ່າງສອງພັກ, ລົງເລິກການຖອດຖອນບົດຮຽນເຊິ່ງກັນແລະກັນດ້ານການກໍ່ສ້າງພັກແລະການບໍລິຫານລັດ; ຄວນກຳແໜ້ນຫຼັກການແຫ່ງການເຊື່ອມຕໍ່ລະຫວ່າງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ “ສອງແລວທາງໜຶ່ງວົງ”, ໂດຍສຸມໃສ່ການຊຸກຍູ້ການຮ່ວມມືໃນຂົງເຂດຈຸດສຸມຕ່າງໆ ເຊັ່ນ: ການກໍ່ສ້າງພື້ນຖານໂຄງລ່າງ, ຄວາມສາມາດການຜະລິດ, ເຂດຮ່ວມມືເສດຖະກິດຂ້າມຊາຍແດນ ແລະອື່ນໆ; ຕ້ອງຍົກລະດັບການເຊື່ອມຈອດລະຫວ່າງສອງປະເທດ, ຊຸກຍູ້ອະນຸພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ມີການພັດທະນາຢ່າງປະສົມປະສານກັນ; ຕ້ອງເປີດກວ້າງຊ່ອງທາງການແລກປ່ຽນລະຫວ່າງປະຊາຊົນສອງຊາດ, ເຮັດໃຫ້ມິດຕະພາບລະຫວ່າງສອງປະເທດສືບທອດໄປຮອດທຸກເຊັ່ນຄົນ; ຕ້ອງເພີ່ມທະວີການປະສານງານກັນໃນວຽກງານສາກົນ, ປົກປັກຮັກສາຜົນປະໂຫຍດຮ່ວມຂອງສອງປະເທດກໍຄືປະເທດພວມພັດທະນາອັນໄພສານ; ສອງຝ່າຍຄວນຮ່ວມກັນປົກປັກຮັກສາສັນຕິພາບແລະສະຖຽນລະພາບທາງທະເລດ້ວຍການກະທຳຕົວຈິງ.
ທ່ານຫງວຽນຊວນຟຸກ ໄດ້ສົ່ງຄວາມຢື້ຢາມຖາມຂ່າວອັນສະໜິດສະໜົມຂອງທ່ານຫງວຽນຟູຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ສສ ຫວຽດນາມເຖິງທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ໄດ້ກ່າວຊົມເຊີຍໝາກຜົນອັນມະຫັດສະຈັນທີ່ຈີນຍາດມາໄດ້ ນັບແຕ່ສາທາລະນະລັດປະຊາຊົນຈີນສ້າງຕັ້ງຂຶ້ນຕະຫຼອດໄລຍະ 70 ປີ່ຜ່ານມາ ໂດຍສະເພາະຢ່າງຍິ່ງນັບແຕ່ດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກຕະຫຼອດໄລຍະ 40 ປີຜ່ານມານີ້.
ຄຳເຫັນ
0