黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ທ່ານ​ສີ​ຈິ້​ນ​ຜິງ​ຈັດ​ກອງ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສຸດຍອດ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ເພື່ອ​ການ​ຮ່ວມ​ມື​ສາ​ກົນ​ຄັ້ງ​ທີ 2

2019-04-27 21:04:38 cri

图片默认标题_fororder_2019-04-27_211404

 

ຕອນ​ເຊົ້າ​ວັນ​ທີ 27, ກອງ​ປະ​ຊຸມ​ສຸດຍອດ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ເພື່ອ​ການ​ຮ່ວມ​ມື​ສາ​ກົນ​ຄັ້ງ​ທີ 2 ໄດ້​ໄຂ​ກອງ​ປະ​ຊຸມ​ສຸ​ດຍອດ​ໂຕະ​ມົນ ໂດຍ​ທ່ານ​ສີ​ຈິ້ນ​ຜິງ​ເປັນ​ປະ​ທານກອງ​ປະ​ຊຸມ​ແລະ​ກ່າວ​​ໄຂກ​ອງ​ປະ​ຊຸມ. ຕອນ​ບ່າຍ ບັນ​ດາ​ຝ່າຍ​ທີ່​ຮ່ວມ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ຜ່ານ​​ການຮັບ​ຮ​ອງ​ຖະ​ແຫຼງ​ການ​ຮ່ວ​ມ​ຂອງກອງ​ປະ​ຊຸມ​ໂຕະ​ມົນ​ຂອງກອງ​ປະ​ຊຸມ​ສຸດຍອດ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ເພື່ອ​ການ​ຮ່ວມ​ມື​ສາ​ກົນ​ຄັ້ງ​ທີ 2 ພາຍ​ໃຕ້​ຫົວ​ຂໍ້​ວ່າ: ຮ່ວມ​ກັນ​ສ້າງ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ອັນ​ສວຍ​ງາມ. ຫຼັງ​ຈາກ​ນັ້ນ ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ເພື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ ​ເພື່ອ​ແຈ້ງ​ສະ​ພາບ​ການ​ແລະ​ໝາກ​ຜົນ​ສຳ​ຄັນ​ກ່ຽວ​ກັບກອ​ງ​ປະ​ຊຸມ​ໂຕະ​ມົນ​ຂອງກອງ​ປະ​ຊຸມ​ສຸດຍອດ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ເພື່ອ​ການ​ຮ່ວມ​ມື​ສາ​ກົນຄັ້ງ​ທີ 2.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ເມື່ອ​ທຽບ​ກັບ​ຄັ້ງ​ທຳ​ອິດ​ແລ້ວ, ກອງ​ປະ​ຊຸມ​ປີນີ້​ມີ​ຂະ​ໜາດ​ໃຫຍ່ກວ່າ​ເກົ່າ, ມີ​ເນື້ອ​ໃນ​ອຸ​ດົ​ມ​ສົມ​ບຸນກວ່າ​ເກົ່າ, ບັນ​ດາ​ປະ​ເທດ​ທີ່​ຮ່ວມ​ປະ​ຊຸມມີ​ຫຼາຍກວ່າ​ເກົ່າ, ແລະ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ໃຫຍ່​ຫຼວງວ່າ​ເກົ່າ. ໃນ​ໄລ​ຍະ​ຈັດກອງ​ປະ​ຊຸມ, ພວກ​ເຮົາ​ໄດ້​ຈັດ​ພິ​ທີ​ເປີດ​ກອງ​ປະ​ຊຸມ, ໄຂ​ກອງ​ປະ​ຊຸມ​ລະ​ດັບ​ສູງ, ຍັງ​ໄດ້​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື​ຍ່ອຍ 12 ຄັ້ງ ແລະ​ກອງ​ປ​ະ​ຊຸມ​ໃຫຍ່​ຂອງ​ນັກ​ທຸ​ລະ​ກິດ ໂດຍ​ມີ​ຜູ້​ຕາງ​ໜ້າ​ວົງ​ການ​ຕ່າງໆ​ຂອງ 150 ກວ່າ​ປະ​ເທດ​ເຂົ້າ​ຮ່ວມ. ມື້ນີ້ ຜູ້​ນຳ​ຈາກ 38 ປະ​ເທດ​ ພ້ອມດ້ວຍ​ຜູ້​ບໍ​ລິ​ຫານ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ໄດ້​ຈັດ​ກອງ​ປະ​ຊຸມ​ໂຕະ​ມົນ​ຂຶ້ນ.

ໃນ​ກອງ​ປະ​ຊຸມ​ໂຕະ​ມົນ​ມື້ນີ້ ບັນ​ດາ​ການ​ນຳ​ແລະ​​ຜູ້​ບໍ​ລິ​ຫານ​ໄດ້​ປະ​ກອບ​ຄຳ​ເຫັນ​ໄດ້​ປິ່ນ​ອ້ອມ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັນ, ຂຸດ​ຄົ້ນ​ພະ​ລັງ​ແຮງອັນ​ໃໝ່​ເພື່ອຊຸກ​ຍູ້​ການ​ເຕີບ​ໂຕ​, ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ​ແລະ​ຍືນ​ຍົງ, ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ການ​ປະ​ຊຸມ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ອື່ນໆ ໄດ້​ລົງ​ເລິກ​ການ​​ປຶ​ກ​ສາຫາ​ລື​ກັນ, ໄດ້​ປັບ​ປຸງ​ທັດ​ສະ​ນະ​ການ​ຮ່ວມ​ມື​ໃຫ້​ສົມ​ບູນ​ຂຶ້ນ, ຕົກ​ລົງ​ຈຸດ​ສຸມ​ຂອງ​ການ​ຮ່ວມ​ມື, ແລະ​ເນັ້ນ​ກົນ​ໄກ​ການ​ຮ່ວມ​ມື, ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງ​ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ໃຫ້​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ ເຊິ່ງ​ຄວາມ​ເປັນ​ເອ​ກະ​ພາບ​ການ​ດັ່ງ​ກ່າວ​ໄດ້​ຖືກ​ບັນ​ທຶກ​ໄວ້​​ຖ​ະ​ແຫຼງ​ການ​ຮ່ວມ​ທີ່​ໄດ້​​ຜ່ານການ​ຮັບ​ຮອງ​ໃນ​ກອງ​ປະ​ຊຸມ​ໂຕະ​ມົນ ເຊິ່ງ​ຈະ​ກາຍ​ເປັນ​ເຂັ້ມ​ທິດ​ຊີ້​ນຳ​ນຳ​ພາ​ການ​ຮ່ວມ​ມື​ສາ​ກົນ​ໃນ​ຂອບ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ໃນ​ຕໍ່​ໜ້ານີ້.

ພວກ​ເຮົາ​ຕັ້ງ​ໜ້າ​ຕີ​ລາ​ຄາ​ຕໍ່​ຄວາມ​ຄືບ​ໜ້າ​ທີ່​ໄດ້​ຮັບ​ແລະ​ຄວາມ​ໝາຍ​ຂອງ​ການ​ຮ່ວມ​ມື​ໃນ​ຂອບ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ, ໃນ 5 ປີ​ປາຍ​ທີ່​ດຳ​ເນີນ​ການ​ຮ່ວມ​ມື​ກັນ​ສ້າງ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ໄດ້​ຮັບ​ໝາກ​ຜົນ​ເບື້ອງ​ຕົ້ນ​ຢ່າງ​ຫຼວງ​ຫຼາຍ, ແລະ​ອຳ​ນວຍ​ຊ່ອງ​ຫວ່າງ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​​ຂອງປະ​ເທດ​ຕ່າງໆ​ກໍ່​ຄື​ທົ່ວ​ໂລກ​, ໄດ້​ສ້າງ​ເວ​ທີ​ໃຫ້​ແກ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ແລະ​ປະ​ກອບ​ສ່ວນ​ອັນ​ໃໝ່​ໃຫ້​ແກ່​ການ​ສ້າງ​ເປັນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ.

ພວກ​ເຮົາ​ໄດ້​ສ້າງ​ເນື້ອ​ໃນ​mujອຸ​ດົມ​ສົມ​ບູນ​ໃຫ້​ແກ່​ທັດ​ສະ​ນະ​ການ​ຮ່ວມ​ມື​ໃນ​ການ​ຮ່ວມ​ກັນ​ສ້າງ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ, ໄດ້​ເປັນ​ເອ​ກະພາບ​ກັນ​​ສຸມ​ໃສ່​ການ​ສ້າງ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ ເຊິ່ງ​ເປົ້າ​ໝາຍ​ຮ່ວມ​ຂອງ​ພວກ​ເຮົາກໍ່​ຄື: ຮ່ວມ​ມື​ກັນ ພະ​ຍາ​ຍາມ​ໃຫ້​ປະ​ເທດ​ຕ່າງໆ​ ໄດ້​ເຊື່ອມ​ຈອດ​ກັນ​ຢ່າງ​ບັງ​ເກີດ​ຜົນ​ກວ່າ​ເກົ່າ, ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ​ຢ່າງ​ແຂງ​ແຮງກວ່າ​ເກົ່າ, ໃຫ້​ການ​ຮ່ວມ​ມື​ສາ​ກົນ​ມີ​ຄວາມ​ແໜ້ນ​ແຟ້ນ​ກວ່າ​ເກົ່າ, ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ.

ພວກ​ເຮົາ​ໄດ້​ກຳ​ນົດ​ຈຸດ​ສຸມ​ໃນ​ການ​ຮ່ວມ​ມື​ກັນ​ສ້າງ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ໃນ​ອະ​ນາ​ຄົດ ໂດຍ​ຕົກ​ລົງ​ວ່າ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ໃນ​ຂົງ​ເຂດ​ຫຼາຍກວ່າ​ເກົ່າ.

ພວກ​ເຮົາ​ເປັນ​ເອ​ກະ​ພາບ​ກັນ​ສະ​ໜັບ​ສະ​​ໜູນ​ການ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ເຊື່ອມ​ຈອດ​ກັນ​ໃນ​ທົ່ວ​ໂລກ, ເພີ່ມ​ທະ​ວີ​ກົນ​ໄກ​ການ​ຮ່ວມ​ມື. ພວກ​ເຮົາ​ລ້ວນ​ແຕ່​ສະ​ໜັບ​ສະ​ໜູນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ, ໃຫ້​ໄດ້​ຮັບ​ໝາກ​ຜົນ​ແທ້​ຈິງ​ຫຼາຍກວ່າ​ເກົ່າ. ໃນ​ໄລ​ຍະ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້ ບັນ​ດາ​ໄດ້​ບັນ​ລຸ​ໝາກ​ຜົນຕົວ​ຈິງ 283 ຂໍ້. ໃນ​ກອງ​ປະ​ຊຸມ​ໃຫຍ່​ນັກ​ທຸ​ລະ​ກິດ​ທີ່​ຈັດ​ຂຶ້ນ​ໃນ​ໄລ​ຍະ​ນີ້ ​ໄດ້ນັກ​ທຸ​ລະ​ກິດ​ຢ່າງ​ຫຼວງ​ຫຼາຍ​ເຂົ້າ​ຮ່ວມ ໂດຍ​ໄດ້​ເຊັ​ນ​ສັນ​ຍາ​ຮ່ວມ​ມື​ໃນ​ໂຄງ​ການ​ຕ່າງໆ​ທີ່​ມີ​ມູນ​ຄ່າຈຳ​ນວນ 64 ຕື້​ໂດ​ລາ​ສະ​ຫະ​ລັດ, ເຊິ່ງ​ໝາກ​ຜົນ​ເຫຼົ່າ​ນີ້​ໄດ້​ຢືນ​ຢັນ​ຢ່າງ​ເຕັມ​ສ່ວນ​ແລ້ວ​ວ່າ, ການ​ຮ່ວມ​ມື​ກັນ​ສ້າງ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ແມ່ນ​​ສອດ​ຄ່ອງ​ຍຸກ​ສະ​ໄໝ, ​ຖືກ​ກັບ​ຈິດ​ໃຈ​ປະ​ຊາ​ຊົນ, ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ປະ​ຊາ​ຊົນ, ແລະ​ມີ​ຜົນ​ດີ​ຕໍ່​ທົ່ວ​ໂລກ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ສົ່ງ ​ສັນ​ຍານ​ອັນ​ຈະ​ແຈ້ງ​ອັນ​ໜຶ່ງ​ຕໍ່​ພາຍນອກ​ໄດ້​ຮັບ​ຮູ້ວ່າ: ການ​ຮ່ວມ​ມື​ກັນ​ສ້າງ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ໄດ້​ຂະ​ຫຍາຍ​ໄປ​ສູ່​ວົງ​ກວ້າງ, ມີ​ໝູ່​ເພື່ອນ​ນັບ​ມື້​ນັບ​ຫຼາຍ, ການ​ຮ່ວມ​ມື​ມີ​ຄຸນ​ນະ​ພາບ​ນັບ​ມື້​ນັບ​ສູງ​ຂຶ້ນ, ການ​ພັດ​ທະ​ນາ​ມີ​ອະ​ນາ​ຄົດ​ນັບ​ມື້​ນັບ​ດີ​ຂຶ້ນ. ຂ້າ​ພະ​ເຈົ້າ​ເຄີຍ​ກ່າວ​ມາ​ຫຼາຍ​ຄັ້ງ​ແລ້ວ​ວ່າ: ຂໍ້​ລິ​ເລີ່ມ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ກຳ​ເນີດ​ຢູ່​ຈີນ, ແຕ່​ໂອ​ກາດ​ແລະ​ໝາກ​ຜົນເປັນ​ຂອງ​ທົ່ວ​ໂລກ. ການ​ຮ່ວມ​ກັນ​ສ້າງ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ຖື​ເປັນ​ໂຄງ​ການ​ໄລ​ຍະ​ຍາວ​ໄກ​ອັນ​ໜຶ່ງ, ຖື​ເປັນ​ພາ​ລະ​ກິດ​ຮ່ວມ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື. ຈີນ​ຍິນ​ດີ​ຮ່ວມ​ກັບ​ທຸກ​ຝ່າຍ ຜັນ​ຂະ​ຫຍາຍ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​​ພາບ​ກັນ​ທຸກ​ຢ່າງ​​ໃນກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ໃຫ້​ດີ, ​ບົນ​ຈິດ​ໃຈ​ໂອບ​ເອື້ອ​ອາ​ລີ, ຮ່ວມ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ສ້າງ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ໃຫ້​ຂະ​ຫຍາຍ​ຕົວ​ເຂົ້າ​ສູ່​ລວງ​ເລິກຢ່າງ​ແທ້​ຈິງ ໜັກ​ແໜ້ນ ມີ​ຄຸນ​ນະ​ພາບ​ສູງ ແລະ​ເດີນ​ໄປ​​ໜ້າ​ຢ່າງ​ສະ​ຫວ່າງ​ສະ​ໄຫວ ເພື່ອ​ສ້າງອ​ະ​ນາ​ຄົດ​ອັນ​ສວຍ​ງາມກວ່າ​ເກົ່າ.

ຄຳ​ເຫັນ

0