刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟິ​ລິບ​ປິນ​ເຫັນ​ດີ​ຂະ​ບວນ​ການ​ໂລ​ກາ​ພິ​ວັດ​ແບບກວມ​ລວມ​ໃນ​ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ

2019-04-27 17:02:48 cri

 

ວັນ​ທີ 26 ເມ​ສາ​ນີ້, ທ່ານ​ຣາ​ມອນ ໂລ​ເປ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຟິ​ລິບ​ປິນ​ກ່າວ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງວ່າ, ຟິ​ລິບ​ປິນ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່ຄວາມ​ເຫັນ​ກ່ຽວ​ກັບ​ຂະ​ບວນ​ການ​ໂລ​ກາ​ພິ​ວັດ​ແບບກວມ​ລວມ ແລະຫຼັກ​ໝັ້ນ​ຄັດ​ຄ້ານລັດ​ທິ​ປົກ​ປ້ອງ​ການ​ຄ້​າ​ທີ່​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​​ໄດ້​ກ່າວ​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ​ສອງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ດັ່ງ​ກ່າວ, ເຊິ່ງ​ຄວາມ​ເຫັນ​ດັ່ງ​ກ່າວ​ກໍ​ເປັນ​ທັດ​ສະ​ນະຂອງ​ທ່ານ​ໂຣດ​ຣິ​ໂກ ດູ​ເ​ຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ມາ​ໂດຍ​ຕະຫຼອ​ດ​.

ທ່ານ​ຣາ​ມອນ ໂລ​ເປ​ສ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ​ກ່າວ​ຕໍ່​ນັກ​ຂ່າວ​ວ່າ, ມາດ​ຕະ​ການ​ຕ່າງ​ໆ ເປັນ​ຕົ້ນ​ການຫຼຸດ​ພາ​ສີ​ລົງ​ຕື່ມ​ອີກ ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ຍິນ​ດີ​ຮັກ​ສາ​ຄວາມ​ດຸນ​ດ່ຽງ​ດ້ານ​ການ​ຄ້າ​ກັບ​ປະ​ເທດ​ອື່ນ, ​ຈົນ​ວ່າ​ຍິນ​ດີ​ຊ່ວຍ​ເຫຼືອ​ປະ​ເທດອື່ນ​ໃນ​ການ​ສົ່ງ​ອອກ​ສິນ​ຄ້າ​ໃຫ້ຫຼາຍ​ຂຶ້ນກວ່າ​ເກົ່າ ແຕ່ບໍ່​ແມ່ນ​ພຽງ​ແຕ່​ຄິດ​ຫາ​ຜົນ​ປະ​ໂຫຍດ​ແຕ່​ຝ່າຍ​ດຽວ​ຈາກ​ການ​ຄ້າ​ກັບ​ປະ​ເທດ​ອື່ນ. ທ່ານ​ກ່າວ​ຕື່​ມ​ວ່າ, ພາຍ​ໃຕ້​ການ​ຊຸກ​ຍູ້​​ຈາກ​​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ບໍ​ລິ​ສັດ​ຈີນ​ຕັ້ງ​ໜ້າ​ຊອກ​ຫາ​ໂອ​ກາດ​ການ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ ແລະຟິ​ລິບ​ປິນ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ກັບ​ຈີນ​​ກໍໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍ​ສົມ​ຄວນ.

ຄຳ​ເຫັນ

0