ໃນໄລຍະກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີສອງ, ສະຖານີວິທະຍຸໂທລະພາບສູນກາງຈີນໄດ້ລາຍງານບົດວິຈານຕ່າງໆທີ່ມີຫົວເລື່ອງວ່າ “ພວກເຮົາກຳລັງຢູ່ກາງທາງ” ດ້ວຍຫຼາຍພາສາ. ຂະນະທີ່ສື່ສຳຄັນຕ່າງໆຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້ກໍໄດ້ເຜີຍແຜ່ບັນດາວົດວິຈານດັ່ງກ່າວ.
ບັດດາບົດວິຈານດັ່ງກ່າວຂຽນໂດຍນັກວິຈານຂອງສະຖານີວິທະຍຸໂທລະພາບສູນກາງຈີນ ໂດຍອີງຕາມສະພາບຕົວຈິງຂອງແຕ່ລະປະເທດເປົ້າໝາຍ. ໂດຍອີງໃສ່ຄວາມເອົາໃຈໃສ່ທີ່ຕ່າງກັນຂອງມິດລາຍການບັນດາປະເທດທີ່ມີຕໍ່ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ວິເຄາະລະດັບການເຊື່ອມໂຍງເຂົ້າກັນລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ກັບແຜນຍຸດທະສາດການພັດທະນາຂອງບັນດາປະເທດເປົ້າໝາຍ, ຕີລາຄາໝາກຜົນຂອງການຮ່ວມມືໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ໃນແຕ່ລະປະເທດ ແລະຈ້ອງມອງອະນາຄົນແຫ່ງການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ໃນໄລຍະກອງປະຊຸມ, ບົດບິຈານດັ່ງກ່າວຈະໄດ້ລົງພິມໃນສື່ມວນຊົນຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້ຫຼາຍກວ່າ 30 ບົດ.
ຄຳເຫັນ
0