何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ທ່ານ​ບຸນ​ຍັງ​ ວໍ​ລະ​ຈິດຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງທ່ານ​ລີ້​ຈ້ານ​ຊູ່

2019-04-28 14:48:39 CRI

图片默认标题_fororder_1124422900_15562990572741n

ວັນ​ທີ 26 ເມ​ສາ​ນີ້, ​ ​ທ່ານ​ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ລາວ ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ ທ່ານ​ລີ້​ຈ້ານ​ຊູ່ ຄະ​ນະ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນທັງ​ເປັນ​ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົ​ນ​ແຫ່ງ​ຊາດ​ຈີນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນຫຼວງ​ປັກ​ກິ່ງ.

 

ທ່ານ​ລີ້​ຈ້ານ​ຊູ່​ກ່າວ​ວ່າ, ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ ແລະ ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ບຸນ​ຍັງ​ວໍ​ລະ​ຈິດ​ຕ່າງ​ເປັນ​ຜູ້​ຊີ້​ນຳ​ນຳ​ພາ​ການ​ຂະ​ຫຍາຍ​ຕົວ​ຂອງ​ສາຍ​ພົວ​ພັ​ນ​ຈີນ-​ລາວ, ເຊິ່ງ​ເຮັດ​ໃຫ້​ສາຍ​ພົວ​ພັນ​ສອງ​ພັກ ແລະ ສອງ​ລັດ​ຖະ​ບານ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ. ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ນີ້, ໄດ້​ສະ​ເໜີ​ທັດ​ສະ​ນະ​ໃໝ່ ຈຸດ​ຢືນ​ໃໝ່ ແລະ ມາດ​ຕະ​ການ​ໃໝ່​ຕ່າງໆ. ນີ້​​ເປັນ​ໂອ​ກາດ​ໃໝ່​ທີ່​ຈີນ​ຈະ​ເພີ່ມ​ທະ​ວີ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງກວ່າ​ເກົ່າ, ທັງ​ເປັນ​ໂອ​ກາດ​ໃໝ່​ໃຫ້​ແກ່​ປະ​ເທດ​ຕ່າງໆ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ເພື່ອຮ່ວມ​ກັນ​ສ້າງ​ສາ ຮ່ວມ​ກັນ​ຊົມ​ໃຊ້ ແລະ ຮ່ວມ​ມື​ກັນ​ເພື່ອ​ການ​ພັດ​ທະ​ນາ. ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ, ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ຈີນ​-ລາວຖືກ​ຈາ​ລຶກ​ໄວ້​ໃນປະ​ຫວັດ​ສາດ​ໜ້າ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ​ການ​ຮ່ວມ​ມື​ດ້ານ​ນິ​ຕິ​ບັນ​ຍັດ​ກັບ​ສະ​ພາ​ແຫ່ງ​ຊາດ​ລາວ​.

 

ທ່ານ​ບຸນ​ຍັງ ວໍ​ລະ​ຈິດ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຂໍ້​ລິ​ເລີ່ມ​ໃໝ່​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ເພື່ອ​ຊຸກ​ຍູ້​ການ​ສ້າງ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ແລະ​ກ່າວ​ວ່າ​ລາວຍິນ​ດີ​ຮັດ​ແໜ້ນ​ການ​ຮ່ວມ​ມື​ກັບ​ຈີນ, ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-​ຈີນ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່ຢ່າງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0