ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 29 ເມສານີ້ ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ.
ໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ກ່າວວ່າ: ຈີນໃຫ້ຄວາມສຳຄັນຕໍ່ການຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ຈະປະຕິບັດຄືດັ່ງທີ່ເຄີຍເຮັດຜ່ານມາໃນການສະໜັບສະໜູນກຳປູເຈຍເດີນຕາມເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບຄວາມເປັນຈິງແຫ່ງຊາດຕົນ, ຍິນດີຮ່ວມກັບກຳປູເຈຍ, ຊຸກຍູ້ສາຍພົວພັນສອງປະເທດໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ. ສອງຝ່າຍຕ້ອງຈັດຕັ້ງປະຕິບັດແຜນການດຳເນີນງານແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຈີນ-ກຳປູເຈຍໃຫ້ດີ, ຍົກສູງຄຸນຄ່າຍຸດທະສາດແລະເພີ່ມເນື້ອໃນໃຫ້ອຸດົມສົມບູນເຂົ້າໃນການພົວພັນສອງປະເທດ. ຕ້ອງລົງເລິກການຮ່ວມມືສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຍິນດີຕ້ອນຮັບກຳປູເຈຍເຂົ້າການຮ່ວມ “ຊ່ອງທາງໃໝ່ທາງບົກແລະທາງທະເລ” ຢ່າງຕັ້ງໜ້າ.
ທ່ານ ຮຸນແຊນ ໄດ້ສະແດງຄວາມຊົມເຊີຍຝ່າຍຈີນທີ່ປະສົບຜົນສຳເລັດໃນການຈັດກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແນວໜຶ່ງເສັ້ນທາງ” ຄັ້ງທີ 2 ແລະກ່າວວ່າ: ໂລກຕ້ອງຮ່ວມກັນສ້າງ “ໜຶ່ງແນວໜຶ່ງເສັ້ນທາງ”. ກຳປູເຈຍໄດ້ຮັບຜົນປະໂຫຍດຫຼາຍຈາກຂໍ້ລິເລີ່ມນີ້. ກຳປູເຈຍຂໍສະແດງຄວາມຂອບໃຈຕໍ່ຈີນທີ່ໃຫ້ການຊ່ວຍເຫຼືອອັນລ້ຳຄ່າໃນໄລຍະຜ່ານມາ, ຍິນດີຮ່ວມກັບຝ່າຍຈີນ ຈັດຕັ້ງປະຕິບັດແຜນການດຳເນີນງານແຫ່ງການສ້າງປະຊາຄົມຮ່ວມຊາຕາກຳສອງປະເທດໃຫ້ດີ, ຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງສອງປະເທດໃນດ້ານການຄ້າ ແລະ ການລົງທຶນເປັນຕົ້ນ.
ຄຳເຫັນ
0