ທ່ານ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທໄດ້ໃຫ້ສຳພາດຕໍ່ສື່ມວນຊົນພາຍຫຼັງເຂົ້າຮ່ວມກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 2 ພ້ອມດ້ວຍກອງປະຊຸມສຸດຍອດໂຕມົນຢູ່ນະຄອນຫຼວງປັກກິ່ງວ່າ: ຕົນຮູ້ສຶກເພິ່ງພໍໃຈຫຼາຍຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດຄັ້ງນີ້. ທ່ານ ກ່າວຕື່ມວ່າ: ກອງປະຊຸມໂຕະມົນຂອງບັນດາຜູ້ນຳໄດ້ອອກຖະແຫຼງການຮ່ວມ, ບັນດາຝ່າຍທີ່ຮ່ວມປະຊຸມໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນວ່າ ຈະຮ່ວມກັນຊຸກຍູ້ການເຊື່ອມຕໍ່ເຊື່ອມຈອດກັນຢ່າງຮອບດ້ານລະຫວ່າງບັນດາປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ຊຸກຍູ້ການພັດທະນາແບບຍືນຍົງ.
ທ່ານ ປຣະຍຸດ ກ່າວອີກວ່າ: ສອງຝ່າຍໄທແລະຈີນຮູ້ສຶກເພິ່ງພໍໃຈຫຼາຍຕໍ່ສາຍພົວພັນແລະການຮ່ວມມືລະຫວ່າງສອງຝ່າຍໃນໄລຍະ 5 ປີຜ່ານມາ, ໂດຍສະເພາະແມ່ນໂຄງການທາງລົດໄຟ, ໂຄງການແລວເສດຖະກິດຢູ່ພາກຕາເວັນອອກຂອງໄທ ຫຼືວ່າໂຄງການຮ່ວມມືອື່ນໆ, ທ່ານ ປຣະຍຸດ ລ້ວນແຕ່ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດຕໍ່ນັກລົງທຶນຈີນໃຫ້ດີທີ່ສຸດ. ສອງຝ່າຍກ່າວວ່າ: ຈະພະຍາຍາມບັນລຸເປົ້າໝາຍທີ່ເຮັດໃຫ້ມູນຄ່າການຄ້າສອງຝ່າຍບັນລຸຫຼາຍກວ່າ 140 ຕື້ໂດລາໃນປີ 2021.
ຄຳເຫັນ
0