ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 30 ເມສາຜ່ານມາ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ແລະ ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວໄດ້ຮ່ວມກັນລົງນາມໃນ “ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຈີນລາວລະຫວ່າງພັກກອມມູນິດຈີນກັບພັກປະຊາຊົນປະຕິວັດລາວ”ຢູ່ນະຄອນຫຼວງປັກກິ່ງ.
ໃນແຜນແມ່ບົດດັ່ງກ່າວໄດ້ສະເໜີເປົ້າໝາຍລວມ ຄື ໃນ 5 ປີຂ້າງໜ້ານີ້, ຈະຊຸກຍູ້ແຜນການດຳເນີນງານ 5 ດ້ານ, ຄື ເພີ່ມທະວີການແລກປ່ຽນ ແລະ ຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດ, ການຮ່ວມມືຕົວຈິງ ແລະ ການເຊື່ອມຈອດກັນ, ຄວາມໝັ້ນຄົງດ້ານການເມືອງ ແລະ ສະຖຽນລະພາບ, ການແລກປ່ຽນວັດທະນະທຳ ແລະການທ່ອງທ່ຽວ, ການພັດທະນາແບບສີຂຽວ ແລະ ຍືນຍົງ ເຊິ່ງເປັນການກຳນົດວາລະດຳເນີນງານ ແລະ ທິດທາງໃຫ້ແກ່ການຂະຫຍາຍຕົວໃນໄລຍະຍາວຂອງສາຍພົວພັນຈີນ-ລາວ.
ຄຳເຫັນ
0