ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ກ່ອນຈະເດີນທາງໄປຈີນເພື່ອເຂົ້າຮ່ວມກອງປະຊຸມຍ່ອຍວ່າດ້ວຍການເຊື່ອມສາຍພົວພັນທາງຈິດໃຈຂອງປະຊາຊົນຂອງກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 2, ຄູແລະນັກຮຽນທີ່ຕາງໜ້າໂຮງຮຽນປະຖົມບ້ານໜອງປິງມິດຕະພາບລາວ-ຈີນຂອງລາວໄດ້ສົ່ງຈົດໝາຍໄປຍັງທ່ານສີຈິ້ນຜິງ ເລຂະທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໂດຍໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ຈີນທີ່ໃຫ້ ການຊ່ວຍເຫຼືອໃນການກໍ່ສ້າງໂຮງຮຽນປະຖົມບ້ານໜອງປິງມິດຕະພາບລາວ-ຈີນ ທັງໄດ້ສະແດງໃຫ້ເຫັນເຖິງຄວາມປາດຖະໜາອັນຕັ້ງໜ້າທີ່ເຂົ້າຮ່ວມການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ທ່ານສີຈິ້ນຜິງກໍໄດ້ສົ່ງຈົດໝາຍຕອບແກ່ຄູແລະນັກຮຽນດັ່ງກ່າວ, ສົ່ງເສີມໃຫ້ເຂົາເຈົ້າເປັນຜູ້ສືບທອດມິດຈະພາບລາວ-ຈີນ.
ໃນຈົດໝາຍຕອບຂອງທ່ານສີຈິ້ນຜິງໄດ້ຂຽນວ່າ, ຂ້າພະເຈົ້າໄດ້ຮັບຮູ້ຈາກຈົດໝາຍຂອງພວກເຈົ້າວ່າ, ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເຮັດໃຫ້ໂຮງຮຽນແລະບ້ານເກີດເມືອງນອນ, ການຮ່ຳຮຽນແລະຊີວິດການເປັນຢູ່ຂອງພວກເຈົ້າມີການປ່ຽນແປງທີ່ຕັ້ງໜ້າຫຼາຍຢ່າງ. ການທີ່ເຮັດໃຫ້ປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ພັດທະນາຮ່ວມກັນ ແລະເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນແມ່ນອຸດົມການແຕ່ຫົວທີທີ່ຂ້າພະເຈົ້າສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”. ການເພີ່ມທະວີການຮ່ວມມືໃນຂົງເຂດຊີວິດການເປັນຢູ່ຂອງປະຊາຊົນລະຫວ່າງລາວ-ຈີນ, ຊຸກຍູ້ການຮ່ວມມືລະຫວ່າງລາວ-ຈີນໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນເນື້ອໃນສຳຄັນຂອງການສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ. ລາວແລະຈີນເພີ່ມທະວີການຮ່ວມມື, ເຮັດໃຫ້ໂຄງການທີ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຫຼາຍກວ່າເກົ່າໄດ້ຮັບການຈັດຕັ້ງປະຕິບັດຕົວຈິງ ເຊິ່ງຈະເຮັດໃຫ້ຊີວິດການເປັນຢູ່ຂອງພວກເຮົາມີຄວາມສຸກຫຼາຍກວ່າເກົ່າ. ຂ້າພະເຈົ້າຫວັງວ່າຈະມີຜູ້ເຊື່ອມສາຍພົວພັນທາງຈິດໃຈຂອງປະຊາຊົນ ຄືດັ່ງກອງທຶນພັດທະນາສັນຕິພາບຈີນນັ້ນຫຼາຍກວ່າເກົ່າ ດຳເນີນການຮ່ວມມືຢູ່ບັນດາປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ເພື່ອສ້າງຄວາມສຸກໃຫ້ແກ່ປະຊາຊົນ. ຫວັງວ່າຫຼານນ້ອຍນັກຮຽນທັງຫຼາຍຈະຮຽນໃຫ້ເກັ່ງ ເພື່ອພັດທະນາກາຍເປັນເສົາຫຼັກຂອງປະເທດຊາດ ແລະ ເປັນຜູ້ສືບທອດມິດຕະພາບລາວຈີນ. ຂໍອວຍພອນໃຫ້ໂຮງຮຽນປະຖົມບ້ານໜອງປິງມິດຕະພາບລາວຈີນຈິ່ງພັດທະນາກ້າວຂຶ້ນເລື້ອໆ. ຍິນດີຕ້ອນຮັບພວກເຈົ້າຂີ່ຂະບວນລົດໄຟລາວ-ຈີນມາຢ້ຽມຢາມປັກກິ່ງໃນອີກບໍ່ດົນຂ້າງໜ້າ.
ຄຳເຫັນ
0