ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຂຽນໂດຍ : ຊາຍສີໄຄ
(ນັກຂ່າວພິເສດຂອງ CMG)
********
ກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງເພື່ອການຮ່ວມມືສາກົນ ຄັ້ງທີ 2 ຈະໄດ້ຈັດ ຂຶ້ນຢູ່ນະຄອນຫຼວງ ປັກກິ່ງ ສປ ຈີນ ໃນລະຫວ່າງວັນທີ 25-27 ເມສາ 2019 ນີ້. ໃນກອງປະຊຸມເທື່ອນີ້ຈະມີຜູ້ຕາງໜ້າຈາກ 150 ປະເທດແລະເຂດແຄວ້ນເຂົ້າຮ່ວມເກືອບ 1.000 ຄົນ. ພິເສດຈະມີປະມຸກລັດແລະຫົວໜ້າລັດຖະ ບານຈາກ 37 ປະເທດເຂົ້າ ຮ່ວມ( ຄັ້ງທີ 1 ມີ 29 ປະເທດ ) ໃນນັ້ນຜູ້ນຳຈາກ 10 ປະເທດສະມາຊິກ ອາຊຽນຈະ ເຂົ້າຮ່ວມທັງໝົດ, ສຳລັບ ສປປລາວ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ສປປລາວ ຈະເດີນທາງໄປຮ່ວມ ແລະເປັນເທື່ອທີ 2 ແລ້ວທີ່ທ່ານເດີນທາງເຂົ້າຮ່ວມກອງ ປະຊຸມສຸດ ຍອດທີ່ສຳຄັນຍິ່ງນີ້ ( ຄັ້ງທີ 1 ແມ່ນໃນເດືອນພຶດສະພາ 2017 ) . ສັງເກດ ຈາກຜູ້ນຳແລະຜູ້ຕາງໜ້າ ຈາກທົ່ວທຸກມຸມໂລກຈະເຂົ້າຮ່ວມເທື່ອນີ້ ສະທ້ອນໃຫ້ເຫັນຄວາມ ພົ້ນເດັ່ນຂອງຂໍ້ລິເລີ່ມນີ້ ແລະຄວາມສົນໃຈຈະໃຫ້ການຮ່ວມມືຈາກ ທົ່ວໂລກເພື່ອ ພັດທະນາຮ່ວມກັນ ຈະເລີນຮຸ່ງເຮືອງຮ່ວມກັນໃນປັດຈຸບັນ ແລະອະ ນາຄົດ.
ຄວາມຄິດລິເລີ່ມສ້າງໜຶ່ງແລວໜຶ່ງເສັ້ນທາງ ( ພາສາຈີນກາງເວົ້າວ່າ ອີ່ຕ້າຍ ອີ່ລູ້ , ພາສາ ອັງກິດຂຽນວ່າ Belt & Road Initiative ຂຽນຫຍໍ້ວ່າ BRI ) ແມ່ນສະເໜີຂຶ້ນມາໂດຍ ທ່ານ ສີຈິ້ນຜິງ, ປະທານປະ ເທດ ສປຈີນ ໃນປີ 2013ໂດຍມີເຄົ້າຄວາມຄິດມາຈາກເສັ້ນ ທາງສາຍໄໝບູຮານທີ່ມີປະຫວັດຍາວນານເຖິງ 2 ພັນກວ່າປີແລ້ວ, ໃນຍຸກນັ້ນປະຊາຊົນໃນ ພາກພື້ນ ຢູເຣເຊຍ ( ເຂດຕໍ່ກັນລະຫວ່າງທະວີບອາຊີ ແລະເອີຣົບ )ໄດ້ຄົ້ນຫາແລະເປີດ ເສັ້ນທາງເພື່ອແລະປ່ຽນການຄ້າຂາຍແລະແລກປ່ຽນວັດທະນະທຳນຳກັນ ທັງເປັນການ ເຊື່ອມໂຍງຄວາມສີວິໄລລະຫວ່າງອາຊີ-ເອີຣົບ-ອາຟຣິກາ ຈຶ່ງກາຍມາເປັນເສັ້ນທາງ ສາຍໄໝ ທີ່ທົ່ວໂລກຮູ້ຈັກດີ. ນໍ້າໃຈຂອງເສັ້ນທາງສາຍໄໝບູຮານຄື ສັນຕິພາບ ແລະການຮ່ວມມື, “ ການເປີດກວ້າງແລະເຊື່ອມໂຍງກັນ, ຮຽນຮູ້ແລະໄດ້ຮັບຜົນປະໂຫຍດ ຮ່ວມກັນ” ມັນໄດ້ແຜ່ວິວັດທະນາ ການຈາກລຸ້ນຕໍ່ລຸ້ນ ໄດ້ປະກອບສ່ວນສ້າງຄວາມຜາສຸກ ແລະການພັດທະນາໃຫ້ປະເທດຕ່າງໆທີ່ຕັ້ງຢູ່ຕາມລຽບເສັ້ນທາງຢ່າງຫຼວງຫລາຍ.
ເມື່ອມາເຖິງສັດຕະວັດທີ 21 ທີ່ເປັນຍຸກແຫ່ງການພັດທະນາແລະການຮ່ວມມື ມັນຍິ່ງມີ ຄວາມສຳຄັນຕໍ່ໂລກທີ່ຈະຍຶດຖືນໍ້າໃນແລະແນວຄິດຂອງເສັ້ນທາງສາຍໄໝບູຮານມານຳໃຊ້ ໃຫ້ເປັນປະໂຫຍດຕໍ່ມວນມະນຸດ ໂດຍສະເພາະໃນຍາມທີ່ໂລກປັດຈຸບັນພວມຜະເຊີນກັບ ວິກິດການເສດຖະກິດທີ່ຟື້ນຕົວຍາກ ແລະ ສະພາບການຂອງພາກພື້ນແລະຂອງໂລກທີ່ສັບ ສົນຢູ່ໃນຕອນນີ້. ສະນັ້ນ ທ່ານ ສີຈິນຜິງ ຈິ່ງເປັນຜູ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງໃນປີ 2013 ຈຸດປະສົງແມ່ນເພື່ອຍົກລະດັບການຮ່ວມມືໃນພາກພື້ນແລະການເຊື່ອມຈອດ ລະຫວ່າງທະວີບເພື່ອພັດທະນາຮ່ວມກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນ. ຂໍ້ລິເລີ່ມ ນີ້ປະກອບດ້ວຍ 2 ໂຄງການໃຫຍ່, ຄື : ແລວເສດຖະກິດເສັ້ນທາງສາຍໄໝ ແລະ ເສັ້ນ ທາງສາຍໄໝທາງທະເລສັດຕະວັດທີ 21. ໜຶ່ງແລວ ແມ່ນເນັ້ນການຮວມຕົວ ກັນຂອງຈີນ ກັບອາຊີກາງ, ຣັດເຊຍ ແລະ ເອີຣົບ, ເຊື່ອມໂຍງຈີນກັບອ່າວເປີເຊຍ, ເຂດທະເລເມດີ ເຕຣາເນ ຜ່ານອາຊີກາງ ແລະ ອາຊີຕາເວັນຕົກ, ເຊື່ອມຈອດຈີນກັບອາຊີຕາເວັນອອກ ສຽງໃຕ້( ອາຊຽນ )ອາຊີໃຕ້ແລະມະຫາສະມຸດອິນເດຍ; ໜຶ່ງເສັ້ນທາງ ແມ່ນຖືກອອກແບບ ແຄມຝັ່ງທະເລຈີນໄປຫາເອີຣົບຜ່ານທະເລຈີນໃຕ້ແລະມະຫາສະມຸດອິນເດຍເສັ້ນທາງໜຶ່ງ ແລະອີກເສັ້ນທາງໜຶ່ງແມ່ນຈາກແຄມຝັ່ງທະເລຈີນຜ່ານທະເລຈີນໃຕ້ໄປຫາມະຫາສະມຸດປາຊີຟິກ, ນີ້ຄືເສັ້ນທາງເຊື່ອມຈອດຂອງໂຄງການໜຶ່ງແລວໜຶ່ງເສັ້ນທາງ. ສ່ວນການຮ່ວມ ມືຂອງໂຄງການທີ່ຍິ່ງໃຫຍ່ມະຫຶມານີ້ກວມເອົາ 5 ຂະແໜງການໃຫຍ່ : ການປະສານງານ ດ້ານນະໂຍບາຍ, ການເຊື່ອມໂຍງສິ່ງອຳນວຍຄວາມສະດວກ ໂດຍສະເພາະແມ່ນການ ກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ, ການຄ້າທີ່ກວ້າງຂວາງ, ການເຊື່ອມໂຍງດ້ານການເງິນ ແລະການໄປມາຫາສູ່ລະຫວ່າງປະຊາຊົນ. ເພື່ອເປັນການຮອງຮັບແລະເຂົ້າ ເຖິງແຫຼ່ງ ທຶນໄດ້ງ່າຍກວ່າເກົ່າ ຈີນກໍ່ໄດ້ຮ່ວມກັບປະເທດແລະເຂດແຄວ້ນອື່ນໆທັງໃນອາຊີແລະ ພາກພື້ນອື່ນສ້າງຕັ້ງທະນາຄານລົງທຶນເພື່ອການພັດທະນາໂຄງລ່າງພື້ນຖານອາຊີ (AIIB )ຂຶ້ນມາແລະໄດ້ເລີ່ມປ່ອຍເງິນກູ້ໃຫ້ປະເທດທີ່ຕັ້ງຢູ່ລຽບໜຶ່ງແລວໜຶ່ງເສັ້ນທາງຫຼາຍ ຮ້ອຍຕື້ໂດລາສະຫະລັດແລ້ວ.
ຍ້ອນຫຼິງເຫັນເປົ້າໝາຍພັດທະນາທີ່ຈິງໃຈແລະຜົນປະໂຫຍດທີ່ຈະໄດ້ຮັບຮ່ວມກັນ, ມາຮອດວັນທີ 27 ມີນາ 2019 ນີ້ ມີ 125 ປະເທດແລະເຂດແຄວ້ນທີ່ພັດທະນາແລ້ວ ແລະພວມພັດທະນາ ແລະ 29 ອົງການຈັດຕັ້ງສາກົນໄດ້ເຊັນສັນຍາຮ່ວມມືກັບໂຄງ ການນີ້ແລ້ວ 170 ສະບັບ ຊຶ່ງກວມເອົາ 40%ຂອງລວມຍອດຜະລິດຕະພັນພາຍໃນ ( GDP )ຂອງໂລກ. ໃນ 5 ປີຜ່ານມານີ້ໜຶ່ງແລວໜຶ່ງເສັ້ນທາງໄດ້ມີການລົງທຶນໄປແລ້ວ 460 ຕື້ໂດລາ. ນັບແຕ່ປີ 2013-2018 ການຄ້າສິນຄ້າລະຫວ່າງຈີນກັບບັນດາປະ ເທດລຽບແລວທາງກໍ່ບັນລຸ 600 ຕື້ກວ່າໂດລາ. ພາບໂຄງການທີ່ເຫັນໄດ້ຢ່າງເດັ່ນຊັດ ຂອງໜຶ່ງແລວໜຶ່ງເສັ້ນທາງກໍ່ມີຫຼາຍ, ເຊັ່ນ: ໂຄງການລົດໄປຄວາມໄວສູງລາວ-ຈີນ, ລົດໄຟ ໄທ-ຈີນ, ລົດໄຟຄວາມໄວສູງຈາກນະຄອນຫຼວງຈາກາຕາ-ບັນດຸງ ອິນໂດເນເຊຍ, ທາງລົດໄຟຈາກປະເທດຮົງກາຣີ-ແຊັກບີ, ທ່າເຮືອ ກະວາດາ, ທ່າເຮືອ ຮຳບັນໂຕຕາ, ແລະທ່າເຮືອ ກາລີຟາ ກໍ່ພວມກໍ່ສ້າງໄປຕາມແຜນ; ມາຮອດເດືອນມີນາຜ່ານມານີ້ ຂະບວນລົດໄຟຂົນສົ່ງສິນຄ້າລະຫວ່າງຈີນກັບເອີຣົບກໍ່ໄດ້ແລ່ນເຖິງ 50 ນະຄອນຂອງ 15 ປະເທດ ຫລາຍກວ່ນ 14.000 ຖ້ຽວ. ໂຄງການເຊື່ອງໂຍງການຄ້າອີກຈຳນວນໜຶ່ງກໍ່ມີ ສວນອຸດສາຫະກຳຈີນ-ເບລາຣຸດ ແລະເຂດຮ່ວມມືເສດຖະກິດການຄ້າຄອງຊູເອດລະ ຫວ່າງຈີນ-ເອຢິບ. ນີ້ເປັນພຽງຕົວຢ່າງຈຳນວນໜຶ່ງຂອງຜົນສຳເລັດການຮ່ວມມືຂອງໜຶ່ງ ແລວໜຶ່ງເສັ້ນທາງນັບແຕ່ເລີ່ມຕົ້ນສ້າງມາ. ແຕ່ກໍ່ມີຫາງສຽງຈາກຝ່າຍຕາເວັນຕົກ ຈຳນວນ ໜຶ່ງວ່າ ໂຄງການໜຶ່ງແລວໜຶ່ງເສັ້ນທາງທີ່ຈີນເປັນຜູ້ລິເລີ່ມແມ່ນເປັນກັບດັກໜີ້ ສິນທີ່ຈີນມີຕໍ່ປະເທດພວມພັດທະນາ ແລະເປັນການແຜ່ອິດທິພົນທາງເສດຖະກິດຂອງຈີນ, ແຕ່ຄຽງຄູ່ກັບການສ້າງສາທີ່ນອນຢູ່ໃນຂອບຂໍລິເລີ່ມໜຶ່ງແລວໜຶ່ງເສັ້ນທາງຂອງປະເທດຕ່າງໆດຳເນີນໄປຢ່າງເລິກເຊິ່ງ ແລະໄດ້ບັນລຸໝາກຜົນຕ່າງໆ, ຜ່ານຈາກໂຄງການທາງລົດໄຟ, ເຮັດໃຫ້ແຜ່ນດິນໃຫຍ່ອາຟລີກາມີຄົມມະນາຄົມສະດວກຂຶ້ນ, ຜ່ານຈາກການຮ່ວມມືດ້ານພະລັງງານແສງຕາເວັນນຳເອົາສະພາບແວດລ້ອມທີ່ດີງາມມາໃຫ້ການຢູ່ຂອງປະຊາຊົນຫວຽດນາມ, ຜ່ານຈາກການເປີດດ່ານທີ່ມີຄວາມສະສດວກສະບາຍ, ເຂົ້າໄກ່ນ້ອຍ,ກາເຟດາວ, ເບຍລາວຂອງລາວໄດ້ຂຶ້ນສູ່ໂຕະອາຫານຂອງຈີນ, ຜ່ານຈາກການໄປມາຫາສູ່ກັນແລະການແລກປ່ຽນກັນດ້ານວັດທະນະທຳ, ເຮັດໃຫ້ສີວິໄລຕ່າງໆມີຄວາມເຂົ້າໃຈກັນຢ່າງເລິກເຊິ່ງກວ່າເກົ່າ, ເຊິ່ງທັງໝົດເຫຼົ່ານີ້ກໍ່ເປັນການຕອບຄຳສົງໃສຈາກພວກຝ່າຍຕາເວັນຕົກ. ຄຳສຸພາສິດລາວເວົ້າວ່າ: ເສັ້ນທາງພິສູດມ້າ, ການເວລາພິສູດຄົນ. ຜູ້ຂຽນເຫັນວ່າ, ແນວຄິດທີ່ຍິ່ງໃຫຍ່ອັນໜຶ່ງຕ້ອງຜ່ານການທົດສອບຈາກການເວລາ, ຄິດວ່າ ຜູ້ທີ່ມີສິດປະກອບຄຳເຫັນນັ້ນຕ້ອງແມ່ນປະຊາຊົນອັນໄພສານທີ່ໄດ້ຮັບຜົນປະໂຫຍດຈາກແນວຄິດດັ່ງກ່າວ.
ສຳລັບປະເທດລາວເຮົາທີ່ເປັນປະເທດບໍ່ຕິດກັບທະເລກໍຍິ່ງຈະໄດ້ຮັບຜົນປະໂຫຍດຈາກໂຄງການນີ້ຢ່າງຫຼວງຫຼາຍເພື່ອເຊື່ອມຕໍ່ກັບພາກພື້ນແລະໂລກ, ດັ່ງທ່ານບຸນຍັງ ວໍລະຈິດ ເຄີຍໃຫ້ສຳພາດໃນເວລາທີ່ເພິ່ນເດີນທາງໄປຮ່ວມກອງປະຊຸມຄັ້ງທີ 1 ໃນປີ 2017 ວ່າ : “ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ແທດເໝາະກັບນະໂຍບາຍຫັນປະເທດທີ່ບໍ່ມີທາງອອກສູ່ ທະເລເປັນປະເທດເຊື່ອມຈອດກັບບັນດາປະເທດໃກ້ຄຽງແລະພາກພື້ນຂອງ ສປປລາວ ສູງທີ່ສຸດ ໂດຍໂຄງການທາງລົດໄຟລາວ-ຈີນ ທີ່ພວມກໍ່ສ້າງນັ້ນເປັນຂໍກະແຈສຳຄັນໃນ ການບັນລຸນະໂຍບາຍດັ່ງກ່າວຂອງ ສປປລາວ ”.
ກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງເພື່ອການຮ່ວມມືສາກົນຄັ້ງທີ 2 ທີ່ຈະເລີ່ມຂຶ້ນ ໃນວັນທີ 25 ເມສານີ້ ທີ່ປັກກິ່ງແມ່ນຈະເປັນກອງປະຊຸມທີ່ຈະເປີດສັງກາດໃໝ່ໃຫ້ການດຳ ເນີນໂຄງການນີ້ໃຫ້ໃຫຍ່ກວ່າເກົ່າ, ດີກວ່າເກົ່າແລະຍົກລະດັບການຮ່ວມມືກັນໃຫ້ສູງກວ່າ ເກົ່າ ແລະຖ້າປະເທດໃດເຂົ້າຮ່ວມກ່ອນກໍ່ຈະໄດ້ຮັບຜົນປະໂຫຍດກ່ອນ ດັ່ງຕົວຢ່າງໂຄງ ການຂອງຫຼາຍປະເທດລວມທັງຂອງລາວເຮົາທີ່ພວມເປັນຮູບປະທຳຂຶ້ນມາໃຫ້ເຫັນແລ້ວ.
***************
ຄຳເຫັນ
0