ວັນທີ 15 ພຶດສະພານີ້, ກອງປະຊຸມສົນທະນາອາລະຍະທຳອາຊີພາຍໃຕ້ຫົວຂໍ້ “ ການແລກປ່ຽນແລະຮຽນຮູ້ເຊິ່ງກັນແລະກັນລະຫວ່າງອາລະຍະທຳແລະປະຊາຄົມຮ່ວມຊງາຕາກຳຂອງອາຊີ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວປາໄສໂດຍຊີ້ແຈ້ງທັດສະນະຂອງຈີນທີ່ມີຕໍ່ການແລກປ່ຽນແລະຮຽນຮູ້ເຊິ່ງກັນແລະກັນລະຫວ່າງອາລະຍະທຳອາຊີແລະອາລະຍະທຳມະນຸດ, ກ່າວເນັ້ນວ່າມະນຸດເຮົາມີພຽງແຕ່ຄວາມແຕກຕ່າງກັນດ້ານສີຜິວໜັງແລະພາສາເທົ່ານັ້ນ, ແຕ່ອາລະຍະທຳນັ້ນບໍ່ມີການຈຳແນກວ່າດີຫຼືວ່າຊົ່ວ, ລະດັບສູງຫຼືວ່າລະດັບຕ່ຳ. “ ການກະທຳທີ່ເຫັນວ່າເຊື້ອຊາດແລະອາລະຍະທຳຕົນສູງກວ່າເຊື້ອຊາດອື່ນ, ແລະດື້ດຶງດັດສ້າງຈົນກວ່າເຂົ້າແທນອາລະຍະທຳອື່ນໆ, ແມ່ນຄວາມຮັບຮູ້ທີ່ໂງ່ຈ້າ, ແມ່ນແບບການສ້າງຄວາມຫາຍະນະການກະທຳ! ” ທັດສະນະນີ້ໄດ້ເຮັດໃຫ້ຜູ້ນຳບັນດາປະເທດ, ເຈົ້າໜ້າທີ່, ຜູ້ຊ່ຽວຊານນັກວິຊາການແລະຜູ້ຕາງໜ້າສື່ມວນຊົນຂອງປະເທດຕ່າງໆທີ່ເຂົ້າຮ່ວມກອງປະຊຸມມີຄວາມຮູ້ສຶກຮ່ວມຢ່າງຄຶກຄັກ.
ຫວ່າງມໍ່ໆມານີ້, ນັກການເມືອງຕາເວັນຕົກບາງຄົນໄດ້ຕັ້ງໃຈສ້າງ “ ທິດສະດີການປະທະກັນລະຫວ່າງອາລະຍະທຳ” ຮອບໃໝ່, ແລະກ່າວຖ້ອຍຄຳໄຮ້ສາລະທີ່ ວ່າ“ ອາລະຍະທຳທີ່ຕ່າງກັນຍ່ອມຈະກາວສູ່ການປະທະກັນແລະເປັນປໍລະປັກກັນ” ອີກຄັ້ງໃໝ່. ພາຍໃຕ້ເງື່ອນໄຂດັ່ງກ່າວ, ກອງປະຊຸມສົນທະນາອາລະຍະທຳອາຊີທີ່ທ່ານປະທານສີຈິ້ນຜິງລິເລີ່ມໃນ 5 ປີກ່ອນນັ້ນໄດ້ຈັດຂຶ້ນຕາມກຳນົດ, ບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມໄດ້ຕີລາຄາວ່າເປັນກອງປະຊຸມ “ ທັນເວລາພໍດີ”. ໃນກອງປະຊຸມມະໂຫລານເພື່ອສົນທະນາແລະແລກປ່ຽນອາລະຍະທຳອຳຊີທີ່ມີຫຼາກຫຼາຍສີສັນຄັ້ງນີ້, ທ່ານປະທານສີຈິ້ນຜິງໄດ້ລົງເລິກບັນລະຍາຍການພົວພັນລະຫວ່າງອາລະຍະທຳຕ່າງໆຂອງອາຊີແລະອາລະຍະທຳອາຊີກັບອາລະຍະທຳໂລກ, ມີຈຸດຢືນ 4 ຂໍ້ກ່ຽວກັບບົດບາດຂອງອາລະຍະທຳໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊະຕາກຳອາຊີແລະມວນມະນຸດ, ເຊິ່ງໄດ້ຮັບການເອົາໃຈໃສ່ຢ່າງກວ້າງຂວາງຈາກທົ່ວໂລກ.
ມວນມະນຸດຮັບມືກັບສິ່ງທ້າທາຍຮ່ວມຕ້ອງການກຳລັງດ້ານວັດທະນະທຳ ແລະ ອາລະຍະທຳ. ໃນຊູ່ມື້ນີ້ທີ່ໂລກຫັນເປັນຫຼາຍຂົ້ວ, ເສດຖະກິດໂລກາວິວັດ, ວັດທະນະທຳມີຫຼາຍເຄົ້າ ແລະ ສັງຄົມຫັນເປັນຂໍ້ມູນຂ່າວສານ, ໂດຍປະເຊີນໜ້າກັບລັດທິເຈົ້າມະຫາອຳນາດ ແລະ ລັດທິແຜ່ອຳນາດດ້ານການຄ້າ, ກຳລັງດ້ານວັດທະນະທຳ ແລະ ອາລະຍະທຳຂອງມວນມະນຸດມັກຈະຖືກເບິ່ງຂ້າມເລື້ອຍໆ. ຖືເອົາອາຊີເປັນຕົວຢ່າງ,ເຖິງວ່າອາຊີກວມ 1/3 ຂອງແຜ່ນດິນບົກທົ່ວໂລກ, ມີປະຊາກອນກວມ 2/3 ຂອງໂລກ, ມີ 47 ປະເທດ, 1 ພັນກວ່າຊົນເຜົ່າ ແລະ ສ້າງຍອດປະລິມານເສດຖະກິດ 1/3 ຂອງໂລກກໍ່ຕາມ, ແຕ່ບັນດາປະເທດອາຊີຍັງມີປາຖະໜາທີ່ບັນລຸຜົນເປັນຈິງບໍ່ງ່າຍ 3 ຂໍ້, ຄື: ຫວັງຈະຫ່າງຈາກຄວາມຢ້ານກົວ, ມີຊີວິດຢູ່ເຢັນເປັນສຸກ ແລະ ມີຄວາມໝັ້ນຄົງໂດຍທົ່ວໄປ.ປັດຈຸບັນ, ບາງປະເທດອາຊີຍັງທຸກຍາກ ແລະ ຫຼ້າຫຼັງ, ຫວັງວ່າສາມາດຫ່າງຈາກຄວາມອັດຕັນ, ສາມາດໄປມາຫາສູ່-ແລກປ່ຽນກັບພາຍນອກຢ່າງສະດວກ. ແຕ່ຄວາມຫວັງນີ້ຢາກບັນລຸຜົນເປັນຈິງຈະບໍ່ແມ່ນງ່າຍ.
ອາຊີຢາກບັນລຸສັນຕິພາບ ມີຄວາມສະຫງົບ, ຈະເລີນຮຸ່ງເຮືອງຮ່ວມກັນ ແລະ ວິທະຍາສາດປະຕູແລະແລກປ່ຽນກັບພາຍນອກ, ຕ້ອງການກຳລັງດ້ານເສດຖະກິດ ແລະ ເຕັກໂນໂລຊີ, ທັງຕ້ອງການກຳລັງດ້ານວັດທະນະທຳ ແລະ ອາລະຍະທຳ. ທ່ານສີຈີ້ນຜິງກ່າວເນັ້ນວ່າ:ລະຫວ່າງອາລະຍະທຳຕ້ອງເຄົາລົບເຊິ່ງກັນແລະກັນ ແລະ ປະຕິບັດຕໍ່ກັນຢ່າງສະເໝີພາບ. ສ່ວນການກະທຳທີ່ວ່າເຊື້ອຊາດ ແລະ ອາລະຍະທຳຕົນເໜືອກວ່າຜູ້ອື່ນ, ດື້ດຶງດັດສ້າງຈົນກະທັ້ງເຂົ້າແທນອາລະຍະທຳອື່ນໆ, ມັນຈະເປັນຄວາມຮັບຮູ້ທີ່ໂງ່ຈ້າ ແລະເປັນການກະທຳແບບສ້າງຄວາມຫາຍະນະ. “ຖ້າອາລະຍະທຳມວນມະນຸດຫັນເປັນແບບມີສີດຽວ, ມີຮູບແບບດຽວແລ້ວ, ໂລກນີ້ກໍຈະເປັນແບບງ່າຍດາຍໂພດ ບໍ່ມ່ວນອີກແລ້ວ!” ທ່ານສີຈີ້ນຜິງກ່າວວ່າ.
ຄຳວິນິດໄສດັ່ງກ່າວໄດ້ເປັນການຕອບໂຕ້ຕໍ່ນັກການເມືອງຝ່າຍຕາເວັນຕົກຈຳນວນໜ້ອຍທີ່ຕັ້ງໃຈສ້າງ “ທິດສະດີການປະທະກັນລະຫວ່າງອາລະຍະທຳ” ໂດຍຖືເອົາຈີນເປັນເປົ້າໝາຍນັ້ນຢ່າງແຂງແຮງ. ຫວ່າງມໍ່ໆມານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານມາຮາເທຍ ນາຍົກລັດຖະມົນຕີມາເລເຊຍໄດ້ກ່າວເນັ້ນຫຼາຍເທື່ອວ່າ, ມາເລເຊຍບໍ່ຢ້ານຈີນ, ເພາະວ່າໄດ້ໄປມາຫາສູ່ກັບຈີນມາເປັນເວລາເກືອບ 2 ພັນປີແລ້ວ ຈີນບໍ່ໄດ້ “ຍຶດຄອງ” ຫຼື “ພິຊິດ” ມາເລເຊຍຈັກເທື່ອ. ຄຳສຳພາດດັ່ງກ່າວມາຈາກບົດຮຽນທີ່ໄປມາຫາສູ່ກັນ ແລະ ແລກປ່ຽນກັນກັບຈີນເປັນເວລາຍາວນານ, ມາຈາກຄວາມເຫັນດີເຫັນພ້ອມຕໍ່ອາລະຍະທຳຈີນທີ່ “ມິດຕະພາບກັບປະເທດໃກ້ຄຽງ ແລະ ປອງດອງກັນກັບປະເທດຕ່າງໆ”.
“ເຄົາລົບເຊິ່ງກັນແລະກັນ, ປະຕິບັດຕໍ່ກັນຢ່າງສະເໝີພາບ. ຊ່ວຍຜູ້ອື່ນບັນລຸຜົນສົມຄວາມປາຖະໜາ ແລະ ບັນລຸຜົນສົມຄວາມປາຖະໜາຮ່ວມກັນ. ເປີດປະຕູສູ່ພານນອກແລະກວມລວມ, ຮ່ຳຮຽນ-ຖອດຖອນບົດຮຽນເຊິ່ງກັນແລະກັນ. ກ້າວໜ້າໄປຕາມຍຸກສະໄໝ, ພັດທະນາດ້ວຍການປະດິດສ້າງໃໝ່.” ນີ້ແມ່ນຂໍ້ສະເໜີ 4 ຂໍ້ຂອງທ່ານສີຈີ້ນຜິງກ່ຽວກັບບັນດາປະເທດອາຊີ ແລະ ບັນດາປະເທດໃນໂລກລົງເລິກການແລກປ່ຽນອາລະຍະທຳ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕະກຳອາຊີ ແລະ ປະຊາຄົມຮ່ວມຊາຕະກຳມວນມະນຸດ. ທ່ານກ່າວເນັ້ນຕື່ມວ່າ, ອາລະຍະທຳກໍ່ຄືສິ່ງອິນຊີທີ່ມີຊີວິດຕ່າງໆ, ຖ້າອັດຕັນໂຕເອງເປັນເວລາດົນນານ, ຖ້າບໍ່ໄປຕາມປ່ອງລ່ອງຕາມແປວຂອງຍຸກສະໄໝ, ບໍ່ສ້າງອັນໃໝ່ເຂົ້າແທນອັນເກົ່າ ກໍ່ຍ່ອມຈະກ້າວສູ່ຄວາມຊຸດໂຊມ.
ອາລະຍະທຳຈະພັດທະນາຢ່າງຕໍ່ເນື່ອງ, ຕ້ອງແລກປ່ຽນແລະຮຽນຮູ້ເຊິ່ງກັນແລະກັນ, ສ່ວນມະນຸດຄົນເຮົາແມ່ນສື່ກາງການແລກປ່ຽນແລະຮຽນຮູ້ກັນທີ່ດີທີ່ສຸດ. ປີ 2018, ປະຊາຊົນຈີນໄດ້ໄປທ່ຽວຕ່າງປະເທດ 160 ລ້ານເທື່ອຄົນ, ຂະນະດຽວກັນຈີນໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 140 ລ້ານເທື່ອຄົນ. ປະຊາຊົນຈີນໄດ້ສຳຜັດແລະຮັບຮູ້ອາລະຍະທຳຕ່າງປະເທດນັບມື້ນັບຫຼາຍຂຶ້ນ, ພ້ອມກັນນັ້ນ, ຄົນຕ່າງປະເທດຈຳນວນນັບມື້ນັບຫຼາຍກໍໄດ້ຮັບຮູ້ວັດທະນະທຳຈີນທີ່ຕ່າງກັນກັບການບັນລະຍາຍໃນຫຼັກສູດຂອງເຂົ້າເຈົ້າໃນເວລາຮູ້ສຶກເຖິງພະລັງຊີວິດແຫ່ງການພັດທະນາເສດຖະກິດຂອງຈີນ.
“ພວກເຮົາຈະເຮັດໃຫ້ອາລະຍະທຳຂອງປະເທດຕົນເຕັມໄປຄວາມມີຊີວິດຊີວາ, ທັງຈະສ້າງເງື່ອນໄຂໃຫ້ແກ່ການພັດທະນາອາລະຍະທຳຂອງປະເທດອື່ນ, ເພື່ອເຮັດໃຫ້ອາລະຍະທຳໂລກມີຫຼາຍຮູບຫຼາຍແບບ.” ນີ້ແມ່ນທັດສະນະຂອງທ່ານສີຈິ້ນຜິງໃນເວລາກ່າວປາໄສໃນຕອນເຊົ້າວັນທີ 15 ພຶດສະພານີ້ເຊິ່ງໄດ້ຮັບຄວາມເຫັນດີເຫັນພ້ອມລະດັບສູງຈາກແຂກຜູ້ມີກຽດຕ່າງປະເທດບັນດາທ່ານ. ຍ້ອນວ່າພວກທ່ານໄດ້ເຫັນວ່າ, ປະເທດຈີນໃນຊູ່ມື້ນີ້, ບໍ່ພຽງແຕ່ເປັນຂອງປະເທດຈີນເທົ່ານັ້ນ, ແຕ່ກໍເປັນປະເທດຈີນຂອງອາຊີກໍຄືຂອງໂລກເຊັ່ນດຽວກັນ. ປະເທດຈີນແບບນີ້ “ຈະອ້ອມກອດໂລກດ້ວຍທ່າທາງທີ່ເປີດປະຕູກວ້າງກວ່າເກົ່າ, ແລະປະກອບສ່ວນຕໍ່ໂລກດ້ວຍໝາກຜົນອາລະຍະທຳທີ່ມີພະລັງຊີວິດກວ່າເກົ່າຢ່າງແນ່ນອນ” ໃນຂະບວນການສ້າງອະນາຄົດທີ່ສວຍງາມ.
ຄຳເຫັນ
0