吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຍິນ​ດີ​ປະຕິບັດ​​ແຜນການ​ຊຸກຍູ້​ການທ່ອງທ່ຽວ​ກັບ​ບັນດາ​ປະ​ເທດ​ອາຊີ

2019-05-15 12:06:40 cri

ວັນ​ທີ 15 ພຶດສະພາ​ນີ້, ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສະ​ເໜີ​ຈຸດ​ຢືນ 4 ຂໍ້​ດ້ານ​ການ​ຊຸູກຍູ້​ການ​ແລກປ່ຽນ ​ແລະ​ການ​ຮຽນ​ຮູ້​ອາ​ລະ​ຍະ​ທຳ​ເຊິ່ງກັນ ​ແລະ​ກັນ​ຂອງ​ອາຊີ. ທ່ານ​ກ່າວ​ເນັ້ນ​ວ່າ: ກາ​ນພັດ​ທະນາ​ຂອງ​ອາລະຍະ​ທຳ​ແບບ​ຍືນ​ຍົງ​ຕ້ອງ​ໄປພ້ອມ​ກັບ​ຍຸກ​ສະ​ໄໝ ​ແລະ​ມີ​ການ​ປະດິດ​ສ້າງ​ໃໝ່, ຄວນ​ກະ​ຕຸ້ນ​ແຫຼ່ງກຳ​ເນີ​ດຄວາມ​ກ້າວໜ້າ​ຂອງ​ອາລະຍະ​ທຳ, ສ້າງ​ໝາກຜົນ​ອາລະຍະ​ທຳ​ຂ້າມ​ອະ​ວະ​ກາດ-​ເວລາ ​ແລະ​ມີ​ຄວາ​ມສະ​ເໜ່​ແບບ​ຍືນ​ຍົງ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ກ່າວ​ວ່າ: ​ວິທີ​ກະ​ຕຸ້ນຫົວຄິດປະດິດ​ສ້າງ​​ຂອງ​ປະຊາຊົນ​​ໂດຍ​ກົງ​ທີ່​ສຸດ​ແມ່ນ​ຮຽນ​ຮູ້​ອາລະຍະ​ທຳ​ທີ່​ແຕກ​ຕ່າງ​ກັນ, ຄົ້ນພົບ​ທ່າ​ແຮງ​ຂອງ​ອາລະຍະ​ທຳ​ອື່ນ ​ແລະ​ກະ​ຕຸ້ນ​​ແນວ​ຄິດ​ຂອງ​ຕົນ. ຈີນ​ຍິນ​ດີ​ຮ່ວມ​ກັບບັນດາ​ປະ​ເທດອາ​ຊີ​ຈັດ​ຕັ້ງ​ປະຕິບັດ​ແຜນການ​ຊຸກ​ຍູ້​ການທ່ອງທ່ຽວ​​ອາຊີ, ປະກອບສ່ວນ​ເຂົ້າ​ໃນ​ການຊຸກຍູ້​ການ​ພັດທະນາ​ເສດຖະກິດ​ອາຊີ ​ແລະເພີ່ມ​ທະວີ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ອາຊີ​ໃຫ້​ຫຼາຍກວ່າ​ເກົ່າ.

​ໃນ​ປີ 2018, ປະຊາຊົນ​ຈີນ​​​ໄດ້​ໄປ​ທ່ອງ​ທ່ຽວ​ຢູ່​ຕ່າງປະ​ເທດ​ຫຼາຍ​ກວ່າ 160 ລ້ານ​ເທື່ອ​ຄົນ ​ແລະຈີນ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຫຼາຍ​ກວ່າ 140 ລ້ານ​ເທື່ອຄົນ.

ຄຳ​ເຫັນ

0