ວັນທີ 15 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວວ່າ, ອາຊີຄວນເພີ່ມທະວີຄວາມເຊື່ອມໝັ້ນຕໍ່ອາລະຍະທຳຕົນເອງ, ຍຶດໝັ້ນການແລກປ່ຽນແລະການຖອດຖອນບົດຮຽນກັບອາລະຍະທຳອື່ນໆໃນໂລກ, ພະຍາຍາມສ້າງອາລະຍະທຳອາຊີໃຫ້ມີຄວາມຮຸ່ງເຮືອງເຫຼືອງເຫຼືອມໃໝ່.
ທ່ານສີຈິ້ນຜິງກ່າວຕື່ມວ່າ, ອາຊີແມ່ນໜຶ່ງໃນຈຸດຕັ້ງຖິ່ນຖານທີ່ໄວກ່ອນໝູ່ຂອງມະນຸດ ທັງເປັນແຫຼ່ງກຳເກີດອາລະຍະທຳມະນຸດທີ່ສຳຄັນ. ໃນຂະບວນການພັດທະນາຫຼາຍພັນປີ, ປະຊາຊົນອາຊີໄດ້ສ້າງຜົນງານອາລະຍະທຳທີ່ຮຸ່ງເຮືອງເຫຼືອງເຫຼືອມ. ອາລະຍະທຳປະເທດຕ່າງໆໄດ້ພັດທະນາໃຫ້ມີຫຼາຍສີຫຼາຍສັນໃນອາຊີ ເຊິ່ງໄດ້ສ້າງປະຫວັດສາດແຫ່ງການພັດທະນາຂອງອາລະຍະທຳອາຊີ. ປັດຈຸບັນ, “ໜຶ່ງແລວໜຶ່ງເສັ້ນທາງ”, “ແລວເສດຖະກິດຄຸນມິງ-ລາວກາຍ-ຮາຍຟອງ-ກວາງນິງ”, “ແລວເສດຖະກິດນານນິງ-ລານເຊິ່ນ -ຮ່າໂນ້ຍ-ຮາຍຟອງ-ກວາງນິງ”, “ວົງເສດຖະກິດອ້ອມອ່າວເປີຍປູ້”, “ສະມາຄົມເສດຖະກິດເອີຣົບອາຊີ” ແລະອື່ນໆໄດ້ພັດທະນາຊ່ອງທາງແຫ່ງການແລກປ່ຽນແລະການຖອດຖອນບົນຮຽນລະຫວ່າງອາລະຍະທຳ. ອາລະຍະທຳອາຊີໄດ້ເຕີບໃຫຍ່ເຂັ້ມແຂງຂຶ້ນໃນຂະບວນການແລກປ່ຽນແລະການຖອດຖອນບົດຮຽນພາຍໃນອາຊີແລະກັບອາລະຍະທຳທົ່ວໂລກ, ໄດ້ສະໜອງທາງເລືອກອາລະຍະທຳທີ່ອຸດົມສົມບູນໃຫ້ແກ່ທົ່ວໂລກ.
ຄຳເຫັນ
0