ວັນທີ 15 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວວ່າ, ອາລະຍະທຳທຸກປະເພດກໍແມ່ນຜົນງານແຫ່ງຄວາມສວຍງາມ ເຊິ່ງສະແດງໃຫ້ເຫັນເຖິງຄວາມສວຍງາມດ້ານຫົວຄິດປະດິດສ້າງ. ແຕ່ເດີມອາລະຍະທຳປະເພດຕ່າງໆບໍ່ມີຄວາມຂັດແຍ້ງກັນ, ແຕ່ຕ້ອງມີສາຍຕາຊື່ນຊົມຄວາມສວຍງາມຂອງອາລະຍະທຳທຸກຊະນິດ. ທ່ານກ່າວຕື່ມວ່າ, ທຸກສິ່ງທີ່ດີງາມເຊື່ອມໂຍງເຂົ້າກັນໄດ້. ບັນດາປະເທດອາຊີຄວນໃຫ້ອາລະຍະທຳຂອງປະເທດຕົນເຕັມໄປດ້ວຍຄວາມມີຊີວິດຊີວາ ທັງຄວນສ້າງເງື່ອນໄຂໃຫ້ການພັດທະນາອາລະຍະທຳປະເທດອື່ນ ເພື່ອໃຫ້ອາລະຍະທຳທົ່ວໂລກພັດທະນາໃຫ້ມີຫຼາຍສີຫຼາຍສັນ.
ທ່ານສີຈິ້ນຜິງກ່າວຍັງກ່າວວ່າ, ຄວາມສວຍງາມຂອງອາລະຍະທຳໄດ້ເຈືອຈານຢູ່ໃນບົດປະພັນອະມະຕະແລະຜົນງານສິລະປະວັນທະຄະດີຕ່າງໆ. ຈີນຍິນດີຮ່ວມກັບປະເທດທີ່ກ່ຽວຂ້ອງ, ຈັດຕັ້ງປະຕິບັດແຜນການແປບົດປະພັນອະມະຕະອາຊີເຊິ່ງກັນແລະກັນ ແລະ ແຜນການແລກປ່ຽນແລະການຮ່ວມມືດ້ານຮູບເງົາແລະລະຄອນໂທລະພາບອາຊີ ເພື່ອຊ່ວຍໃຫ້ປະຊາຊົນຂອງບັນດາປະເທດລົງເລິກຄວາມເຂົ້າໃຈແລະຊື່ນຊົມວັດທະນະທຳຂອງກັນແລະກັນ ແລະ ສ້າງເວທີການແລກປ່ຽນແລະການຖອດຖອນບົດຮຽນໃຫ້ແກ່ການສະແດງແລະການເຜີຍແຜ່ຄວາມສວຍງາມຂອງອາລະຍະທຳ.
ຄຳເຫັນ
0