ຕາມຂ່າວສານຊິ່ນຮວາ: ວັນທີ 14 ພຶດສະພານີ້, ທ່ານສີຈີ້ນຜິງ ປະທານປະເທດຈີນພົບປະກັບສົມເດັດ ໂນໂຣໂດມ ສີຮາໂມນີ ເຈົ້າຊີວິດລາຊະອານາຈັກກຳປູເຈຍ ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.
ທ່ານສີຈີ້ນຜິງຊີ້ອອກວ່າ, ຝ່າຍຈີນຖະໜຸຖະໜອມແລະຫວງແຫນມິດຕະພາບພິເສດກັບພະບໍລົມມະວົງສານຸວົງກຳປູເຈຍ. ຈີນຈະສະໜັບສະໜູນກຳປູເຈຍກ້າວເດີນຕາມເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຕົນ, ຮ່ວມກັນກັບກຳປູເຈຍຊຸກຍູ້ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນກັບກຳປູເຈຍກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ. ສອງຝ່າຍຄວນປະຕິບັດແຜນການເຄື່ອນໄຫວສ້າງຄູ່ຮ່ວມຊາຕະກຳຈີນ-ກຳປູເຈຍໃຫ້ດີ, ເຮັດໃຫ້ປະຊາຊົນສອງປະເທດໄດ້ຮັບຜົນປະໂຫຍດ, ສ້າງແບບຢ່າງໃຫ້ແກ່ປະເທດຕ່າງໆ ໃນການເຄົາລົບຄວາມຫຼາກຫຼາຍຂອງວັດທະນະທຳ ແລະຊຸກຍູ້ການໄປມາຫາສູ່ກັນ ການຖອດຖອນບົດຮຽນລະຫວ່າງອາລະຍະທຳທີ່ແຕກຕ່າງກັນ.
ສົມເດັດສີຮາໂມນີກ່າວວ່າ, ຂອບໃຈລັດຖະບານແລະປະຊາຊົນຈີນທີ່ມີຄວາມຮັກແພງອັນເລິກເຊິ່ງຕໍ່ພະບໍລົມມະວົງສານຸວົງກຳປູເຈຍ ແລະການສະໜັບສະໜູນທີ່ລ້ຳຄ່າຕໍ່ປະຊາຊົນກຳປູເຈຍໃນໄລຍະຍາວນານມານີ້. ປະຊາຊົນກຳປູເຈຍຈະຢູ່ຮ່ວມກັນກັບປະຊາຊົນຈີນຢ່າງເດັດດ່ຽວໝັ້ນໜຽວບໍ່ວ່າພາຍໃຕ້ສະຖານະການແນວໃດກໍ່ຕາມ. ກອງປະຊຸມສົນທະນາອາລະຍະທຳອາຊີທີ່ຈັດຂຶ້ນພາຍໃຕ້ຂໍ້ລິເລີ່ມຂອງທ່ານປະທານສີຈີ້ນຜິງ ຈະເປັນການເສີມຂະຫຍາຍບົດບາດສຳຄັນຕໍ່ການແລກປ່ຽນວັດທະນະທຳແລະຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະເທດຕ່າງໆ.
ຄຳເຫັນ
0