蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ຈັດ​ງານ​ລ້ຽງ​ອາ​ຫານ​ຄ່ຳ​ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​ອາ​ລະ​ຍະ​ທຳ​ອາ​ຊີ

2019-05-15 10:15:28 CRI

图片默认标题_fororder_1124494040_15578469847371n

ກອງ​ປະ​ຊຸມ​ສົນ​ທະ​ນາ​ອາ​ລະ​ຍະ​ທຳ​ອາ​ຊີ​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 15 ພຶດ​ສະ​ພາ​ນີ້ ໂດຍ​ມີ​ຫົວ​ຂໍ້​ວ່າ: “ການ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ລະ​ຫວ່າງ​ອາ​ລະ​ຍະ​ທຳ​ອາ​ຊີ​ແລະ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ” ເຊິ່ງ​ແມ່ນ​​ກິດ​ຈະ​ກຳ​ທາງ​ການ​ທູດ​ສຳ​ຄັນ​ອີກ​ຄັ້ງ​ໜຶ່ງທີ່​ຈັດ​ຂຶ້ນ​ຢູ່​ຈີນ​ໃນ​ປີ​ນີ້ ພາຍຫຼັງ​ກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2 ແລະ ງານ​ວາງ​ສະ​ແດງ​ສິ​ລະ​ປະ​ສວນ​ໂລກ​ປັກ​ກິ່ງ. ຕອນ​ຄ່ຳ​ກ່ອນ​ໄຂ​ກອງ​ປະ​ຊຸມ, ທ່ານ​ສີ​ຈິ້ນ​ຜິງ ປະ​ທາ​ນ​ປະ​ເທດ​ຈີນ​ພ້ອມ​ດ້ວຍ​ທ່ານ​ນາງ​ເພິງ​ລີ້ຢວນ ພັນ​ລະ​ຍາ​ຂອງ​ທ່ານ​ໄດ້​ຈັດ​ງານ​ລ້ຽງ​ອາ​ຫານ​ຄ່ຳ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນ​ຫຼວງ​ປັກ​ກິ່ງ, ​ເພື່ອ​ສະ​ແດງ​ຄວາມຍິ​ນ​ດີ​ຕ້ອນ​ຮັບ​ຜູ້​ນຳ​​ບັນ​ດາປະ​ເທດ​ພ້ອມ​ພັນ​ລະ​ຍາ​ແລະ​ແຂກ​ຜູ້​ມີ​ກຽດ​ທີ່​ມາ​ເຂົ້າ​ຮວມກອງ​ປະ​ຊຸມ​ສົນ​ທະ​ນາ​ອາ​ລະ​ຍະ​ທຳ​ອາ​ຊີ.

图片默认标题_fororder_1124494040_15578468223211n

ໃນ​ງານ​ລ້ຽງ​ອາ​ຫານ​ຄ່ຳ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 14 ພຶດ​ສະ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ຄຳ​ປາ​ໄສ, ​ໂດຍ​ໄດ້ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ສະ​ແດງ​ຄວາມ​ຍິ​ນ​ດີ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຕໍ່​ບັນ​ດາແຂກ​ຜູ້​ມີ​ກຽດ​​ທີ່​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້, ແລະ ​ໄດ້​ກ່າວ​ເຖິງ​ຈຸດ​ປະ​ສົງ​ໃນ​ການ​ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ​ອາ​ລະ​ຍະ​ທຳ​ອາ​ຊີ​ອີກ​​ຄັ້ງ​ໜຶ່ງ ໂດຍ​ກ່າວ​ວ່າ: ການ​ຈັດ​ກອງ​ປະ​ຊຸມ​​ສົນ​ທະ​ນາອ​າ​ລ​ະ​ຍະ​ທຳ​ອາ​ຊີ​ແມ່ນ​ເປັນໄປ​ຕາມ​ທ່ວງ​ທ່າ​ການ​ຮ່ວມ​ມື​ແລະ​ການ​ພັດ​ທະ​ນາ​ຂອງ​ອາ​ຊີ ແລະ ຕອບ​ສະ​ໜອງ​ຕາມ​ຄາວມ​ມຸ້ງ​ຫວັງຂອງ​ບັນ​ດາ​ປະ​ເທດ​ທີ່​ມີ​ຕໍ່​ການ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ດ້ານ​ອາ​ລະ​ຍະ​ທຳ ພ້ອມ​ທັງ​ສ້າງ​ເວ​ທີ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ເພື່ອໃຫ້​ອາ​ລະ​ຍະ​ທຳ​ຕ່າງໆ​ພັດ​ທະ​ນາ​ຮ່ວມ​ກັນ. ໃຫ້​ພວກ​ເຮົາ​ຖື​​ເອົາກອງ​ປະ​ຊຸມ​ຄັ້ງ​ນີ້​ເປັນ​ຈຸດ​ເລີ່ມ​ໃໝ່, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ຈັບ​ມື​ກັນ​ກ້າວ​ໄປ​ໜ້າ ເພື່ອ​ເຮັດ​ໃຫ້​ອາ​ລະ​ຍະ​ທຳ​ປະ​ເທດ​ຕ່າງໆ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ໃນ​ການ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ.

ຄຳ​ເຫັນ

0