ວັນທີ 15 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຮຽກຮ້ອງໃຫ້ບັນດາປະເທດ, ບັນດາເຜົ່າ ແລະວັດທະນະທຳຕ່າງໆໃນໂລກເພີ່ມທະວີການແລກປ່ຽນ ແລະຮຽນຮູ້ເຊິ່ງກັນ ແລະກັນ, ສ້າງພື້ນຖານດ້ານວັດທະນະທຳຂອງມວນມະນຸດໃຫ້ໝັ້ນຄົງໃນການສ້າງປະຊາຄົມຮ່ວມຊາຕາກຳອາຊີ ແລະປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ທ່ານກ່າວວ່າ: ອາລະຍະທຳມີການແລກປ່ຽນເນື່ອງຈາກມີຄວາມຫຼາກຫຼາຍ, ມີການຮຽນຮູ້ເຊິ່ງກັນ ແລະກັນເນື່ອງຈາກມີການແລກປ່ຽນ ແລະມີການພັດທະນາເນື່ອງຈາກມີການຮຽນຮູ້ເຊິ່ງກັນ ແລະກັນ. ທ່ານຮຽກຮ້ອງໃຫ້ປະຊາຊົນຈົ່ງ “ຍຶດໝັ້ນການເຄົາລົບນັບຖືເຊິ່ງກັນ ແລະກັນ ແລະປະຕິບັດຕໍ່ກັນຢ່າງສະເໝີພາບ; ຍຶດໝັ້ນການຊອກຄົ້ນ ແລະຊື່ນຊົມຄວາມງາມຂອງຜູ້ອື່ນ, ແລ້ວຕ່າງຝ່າຍຕ່າງຊື່ນຊົມ ແລະສັນລະເສີນຄວາມງາມຂອງກັນ ແລະກັນ; ຍຶດໝັ້ນການເປີດປະຕູສູ່ພາຍນອກ ແລະກວມລວມ, ຮຽນຮູ້ເຊິ່ງກັນ ແລະກັນ; ຍຶດໝັ້ນຄວາມກ້າວໜ້າໄປພ້ອມກັບຍຸກສະໄໝ ແລະພັດທະນາດ້ວຍການປະດິດສ້າງໃໝ່.
ຄຳເຫັນ
0