刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ: ປະ​ເທດຈີນ​ໃນ​ສູ່​ມື້​ນີ້ເປັນ​ຂອງ​ໂລກ

2019-05-15 12:35:33 CRI

 

ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຊົນ​ທະ​ນາ​​ອາ​ລະ​ຍະ​ທຳ​ອາ​ຊີ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ພຶດ​ສະ​ພາ​ນີ້​ວ່າ, ປະ​ເທດ​ຈີນ​ໃນ​ສູ່​ມື້​ນີ້, ບໍ່​ພຽງ​ແຕ່​ແມ່ນ​ຂອງ​ປະ​ເທດ​ຈີນ​ເທົ່າ​ນັ້ນ, ຍັງ​ເປັນ​ຂອງ​ອາ​ຊີ ກໍ​ຄື​ຂອງ​ໂລກ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ​ອາ​ລະ​ຍະ​ທຳ​ຊົນ​ຊາດ​ຈີນ​ແມ່ນ​ພາກ​ສ່ວນ​ສຳ​ຄັນ​ຂອງ​​ອາ​ລະ​ຍະ​ທຳ​ອາ​ຊີ, ຕັ້ງ​ແຕ່ບູ​ຮານ​ນະ​ການ​ມາ​ແລ້ວ, ​ອາ​ລະ​ຍະ​ທຳ​ຊົນ​ຊາດ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງບໍ່​ຢຸດ​ຢັ້ງ​ໃນ​ຂະ​ບວນ​​ການ​ສືບ​ທອດ​ແລະປະ​ດິດ​ສ້າງ​ໃໝ່, ໄດ້​ຍົກ​ສູງ​ລະ​ດັບ​ຢ່າງບໍ່​ຢຸດ​ຢັ້ງ​ໃນ​ການ​ປ່ຽນ​ແປງ​ຕາມປະ​ຫວັດ​ສາດ ໂດຍ​ໄດ້​ສະ​ສົມ​ຄວາມ​ສະ​ແຫວງ​ຫາ​ດ້ານ​ຈິດ​ໃຈ​ທີ່​​ເລິກ​ເຊິ່ງ​ທີ່​ສຸດຂອງ​ຊົນ​ຊາດ​ຈີນ. ​ອາ​ລະ​ຍະ​ທຳ​ຊົນ​ຊາດ​ຈີນ​ໄດ້​​ຮີບ​ໂຮມ​ແລະ​ຮັກ​ສາ​​ອາ​ລະ​ຍະ​ທຳ​ທີ່​ຕ່າງ​ກັນ ແລະ​ພັດ​ທະ​ນາ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​​ຂຶ້ນເລື້ອຍໆ. ການ​ທີ່​ມີ​ສາຍ​ພົວ​ພັນ​ຢ່າງສະ​ໜິດ​ສະ​ໜົມ​ກັບເພື່ອນ​ບ້ານ​ໃກ້​ເຮືອນ​ຄຽງ, ປະ​ຊາ​ຊົນ​ຢູ່​ຮ່ວມ​ກັນ​ຢ່າງ​ປອງດອງ​ກັນ ແລະ​ປະ​ເທດ​ຕ່າງໆ​ໄປ​ມາ​ຫາ​ສູ່​ກັນ​ບົນ​ຈິດ​ໃຈ​ມິດ​ຕະ​ພາບ, ແມ່ນ​ວິ​ທີ​ດຳ​ເນີນ​ງານ​ຂອງ​ຊົນ​ຊາດ​ຈີນ​ມາ​ໂດຍ​ຕະຫຼອດ, ​ການ​ສ້າງ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ, ສ້າງ​ຄວາມ​ສະ​ຫງົບ​ສຸກແລະ​ຄວາມ​ຮັ່ງ​ມີ​ໃຫ້​ແກ່​ປະ​ຊາ​ຊົນ​ແມ່ນ​ທິດ​ທາງ​ທີ່​ມີ​ຄຸນ​ຄ່າ​ຢ່າງຈະ​ແຈ້ງ​ຂອງ​ອາ​ລະ​ຍະ​ທຳ​ຊົນ​ຊາດ​ຈີນ, ການ​ປະ​ຕິ​ຮູບ​ອັນ​ໃໝ່​ແລະ​ປະ​ດິດ​ສ້າງ​ອັນ​ໃໝ່, ​ສະ​ແຫວງ​ຫາ​ຄວາມກ້າວ​ໜ້າ​ໄປ​ຕາມ​ຍຸກ​ສະ​ໄໝ​ແມ່ນ​ຈິດ​ໃຈ​​ອະ​ມະ​ຕະ​ຂອງ​ຊົນ​ຊາດ​ຈີນ, ການ​ປະ​ຕິ​ບັດ​ຕາມ​ກົດ​ເກນ​ຂອງທຳ​ມະ​ຊາດ, ​ມະ​ນຸດ​ກັບ​ທຳ​ມະ​ຊາດເຊື່ອມ​ໂຍງ​ເຂົ້າ​ກັນແມ່ນທັດ​ສະ​ນະ​ການ​ດຳ​ລົງ​ຊີ​ວິດ​ຂອງ​ອາ​ລະ​ຍະ​ທຳ​ຊົນ​ຊາດ​ຈີນ. ທ່ານ​ເຊື່ອ​ໝັ້ນ​ວ່າ, ປະ​ເທດ​ຈີນ​ໃນ​ອະ​ນາ​ຄົດ ຈະ​​ມີ​ທ່າ​ທີທີ່​ເປີດກວ້າງກວ່າ​ເກົ່າ ແລະປະ​ກອບ​ສ່ວນ​ຜົນ​ງານ​ດ້ານ​​ອາ​ລະ​ຍະ​ທຳ​ທີ່​ມີ​ຊີ​ວິດ​ຊີ​ວາກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ໂລກ.

ຄຳ​ເຫັນ

0