ພາຍໃຕ້ຫົວຂໍ້ ງານມະຫະກຳວັດທະນະທຳຊາວໜຸ່ມ,ຮ່ວມກັນບັນລຸຄວາມໄຝ່ຝັນອາຊີ! ງານມະຫະກຳວັດທະນະທຳອາຊີຄັ້ງທຳອິດທີ່ ສະຖານີວິທະຍຸໂທລະພາບສູນກາງຈີນເປັນເຈົ້າພາບໄດ້ຈັດຂຶ້ນຢູ່ສະໜາມກິລາແຫ່ງຊາດ “ຮັງນົກ” ທີ່ນະຄອນຫຼວງປັກກິ່ງໃນຕອນຄ່ຳວັນທີ 15 ພຶດສະພານີ້ ໂດຍນຳໃຊ້ລະບົບໄຟແສງສີທີ່ສວຍງາມຕະການຕາ ແລະການສະແດງທີ່ຕື່ນເຕັ້ນມ່ວນຊື່ນນັ້ນໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມທຸກຖ້ວນໜ້າ. ອາລະຍະທຳອາຊີທີ່ມີຫຼາກຫຼາຍສີສັນໄດ້ປະສົມປະສານເຂົ້າກັບການສະແດງຢູ່ “ຮັງນົກ”, ດອກໄມ້ທີ່ສວຍສົດງົດງາມແຫ່ງອາລະຍະທຳອາຊີເບັ່ງບານຢູ່ “ຮັງນົກ”!
ຄວາມປະທັບໃຈຕ່າງໆຂອງງານມະຫະກຳວັດທະນະທຳອາຊີໃນວານນີ້ເປັນຜົນງານມາຈາກການທຸ່ມເທເຫື່ອແຮງແລະຈິດໃຈຢ່າງຫ້າວຫັນຂອງພະນັກງານ, ນັກສະແດງແລະວິສະວະກອນທີ່ເຮັດວຽກມາເປັນເວລາ 45 ວັນ, ຕໍ່ໄປຈະເປັນຂໍ້ມູນຕ່າງໆເຊິ່ງແມ່ນການເຄື່ອນໄຫວຢູ່ເບື້ອງຫຼັງຂອງງານມະຫະກຳວັດທະນະທຳອາຊີ.
ຄຳເຫັນ
0