ເວທີປຶກສາຫາລື “ອິດທິພົນຂອງອາລະຍະທຳອາຊີຕໍ່ ໂລກ”ຂອງກອງປະຊຸມສົນທະນາອາລະຍະທຳອາຊີໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນຕອນບ່າຍວັນທີ 15 ພຶດສະພານີ້ ພາຍໃຕ້ຫົວຂໍ້ “ຄ່ານິຍົມອາຊີ ທົ່ວໂລກແບ່ງປັນຮ່ວມກັນ”. ແຂກຖືກເຊີນທັງພາຍໃນແລະຕ່າງປະເທດໄດ້ນຳສະເໜີເນື້ອໃນທີ່ອຸດົມສົມບູນແລະຄ່ານິຍົມຍຸກປັດຈຸບັນຂອງອາລະຍະທຳອາຊີ ແລະຮ່ວມກັນປຶກສາຫາລືໜ້າທີ່ໃໝ່ແລະການປະພຶດໃໝ່ຂອງອາລະຍະທຳອາຊີໃນຍຸກໂລກາພິວັດ.
ໃນກອງປະຊຸມດັ່ງກ່າວ, ເຈົ້າໜ້າທີ່ລັດຖະບານ, ຊ່ຽວຊານ,ນັກວິຊາການທີ່ມີຊື່ສຽງ, ຜູ້ອາວຸໂສ ສື່ມວນຊົນ ແລະສິລະປິນຂອງອາຊີ, ເອີຣົບແລະທະວີບອາເມຣິກາໄດ້ປຶກສາຫາລືໂດຍປິ່ນອ້ອມຫົວຂໍ້ກອງປະຊຸມ, ລົງເລິກແລກປ່ຽນແລະຄົ້ນຄວ້າ, ທ້ອນໂຮມຄວາມເຫັນທີ່ເປັນເອກະພາບກັນ, ເພື່ອກະຕຸກຊຸກຍູ້ພະລັງແຫ່ງການປະດິດສ້າງ, ຊຸກຍູ້ການຖ່າຍທອດອາລະຍະທຳອາຊີໃນທົ່ວໂລກ ຊຸກຍູ້ການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອາລະຍະທຳຕ່າງກັນ. ກອງປະຊຸມຄັ້ງນີ້ຍັງໄດ້ນຳສະເໜີລະຄອນໂທລະພາບທີ່ດີເດັ່ນ 20 ເລື່ອງ ທີ່ຈີນແລະຕ່າງປະເທດຮ່ວມມືຖ່າຍທຳ ທີ່ຈະອອກອາກາດໃນໄວໆນີ້.
ຄຳເຫັນ
0