ຕາມຂ່າວCRI: ວັນທີ 17 ພຶດສະພານີ້,ໃນເວລາໃດ້ສຳພາດຕໍ່ນັກຂ່າວCRI, ທ່ານມາດິນ ອັນດານາວ ລັດຖະມົນຕີກະຊວງຖະແຫຼງຂ່າວຟິລິບປິນທີ່ພວມເຂົ້າຮ່ວມກອງປະຊຸມສົນທະນາອາລະຍະທຳອາຊີຢູ່ທີ່ປັກກິ່ງກ່າວວ່າ, ປັດຈຸບັນໄດ້ຮອດເວລາທີ່ປະເທດອາຊີເສີມຂະຫຍາຍບົດບາດຂອງຕົນຢູ່ເທິງເວທີສາກົນແລ້ວ. ທ່ານກ່າວວ່າ, “ເພື່ອການພັດທະນາຂອງອາຊີ, ພວກເຮົາບໍ່ຄວນຫຼົງລືມຮາກເຫງົ້າຂອງຕົນເອງ.”
ທ່ານອັນດານາວກ່າວວ່າ, ຫົວຂໍ້ກອງປະຊຸມອາລະຍະທຳອາຊີເທື່ອນີ້ແມ່ນ “ກ້າວໄປສູ່ປະຊາຄົມຮ່ວມຊາຕະກຳ,ເປີດອະນາຄົດອັນໃໝ່ຂອງອາຊີ”. ເພື່ອບັນລຸເປົ້າໝາຍນີ້, ທ່ານເຫັນດີຄຳເວົ້າຂອງທ່ານປະທານສີຈີ້ນຜິງ ຄື: ກ່ອນອື່ນໝົດ, ຕ້ອງຮັບຮູ້ວັດທະນະທຳ ແລະ ອາລະຍະທຳຂອງຕົນ, ແລະ ລົງເລິກຄວາມເຂົ້າໃຈກັນ. ທ່ານກ່າວເນັ້ນວ່າ, “ເພື່ອການພັດທະນາຂອງອາຊີ,ພວກເຮົາບໍ່ຄວນຫຼົງລືມຮາກເຫງົ້າຂອງຕົນເອງ.” ເພື່ອສ້າງ “ປະຊາຄົມຮ່ວມຊາຕະກຳ” ບັນດາປະເທດອາຊີມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ວັດທະນະທຳ, ອາລະຍະທຳ ແລະ ທຸກສິ່ງທຸກຢ່າງທີ່ມີຢູ່ໃນປັດຈຸບັນເຊິ່ງກັນແລະກັນ, ຊຸກຍູ້ການແລກປ່ຽນແລະຮຽນຮູ້ອາລະຍະທຳລະຫວ່າງບັນດາປະເທດອາຊີ, ສືບຕໍ່ເຮັດໃຫ້ການພົວພັນອັນໃກ້ຊິດລະຫວ່າງປະຊາຊົນໃນລົງສູ່ລວງເລິກ ແລະ ມີຄວາມອຸດົມສົມບູນຂຶ້ນ.
ທ່ານອັນດານາວເວົ້າດ້ວຍຄວາມພາກພູມໃຈວ່າ, ໃນດ້ານການຊຸກຍູ້ອາລະຍະທຳອາຊີແລກປ່ຽນຮຽນຮູ້ກັນ ແລະ ຊຸກຍູ້ການສ້າງ “ປະຊາຄົມຮ່ວມຊາຕະກຳ”, ແຮງງານຟິລິບປິນທີ່ຢູ່ຕ່າງປະເທດຈຳນວນຫຼາຍໄດ້ມີສ່ວນປະກອບອັນມະຫາສານ. ພວກເຂົາເຈົ້າແມ່ນຜູ້ເຜີຍແຜ່ວັດທະນະທຳ ແລະ ອາລະຍະທຳຂອງຟິລິບປິນຕໍ່ທົ່ວໂລກ, ພ້ອມກັນນັ້ນ, ພວກເຂົາເຈົ້າຍັງໄດ້ເສີມຂະຫຍາຍບົດບາດສຳຄັນເພື່ອແນະນຳວັດທະນະທຳຂອງປະເທດອື່ນໆຕໍ່ປະຊາຊົນຟິລິບປິນ.
ຄຳເຫັນ
0