ງານວາງສະແດງອາລະຍະທຳອາຊີໃນຫົວຂໍ້ “ອາຊີທີ່ສວຍງາມ”ເຊິ່ງເປັນໜຶ່ງໃນກິດຈະກຳຕ່າງໆຂອງກອງປະຊຸມສົນທະນາອາລະຍະທຳອາຊີໄດ້ຈັດຂຶ້ນຢູ່ຫໍພິພິດທະພັນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງໃນວັນທີ 13 ພຶດສະພານີ້ ເຊິ່ງຈະດຳເນີນໄປຈົນເຖິງວັນທີ 11 ສິງຫາປີນີ້. ໃນງານດັ່ງກ່າວໄດ້ຈັດໃຫ້ມີງານວາງສະແດງວັດຖຸບູຮານສຸດຍອດ ຂອງຫໍພິພິດທະພັນປະເທດລຽບຕາມເສັ້ນທາງສາຍໄໝໃນຫົວຂໍ້ “ຝ່າຍຕ່າງໆຊົມໃຊ້ຮ່ວມກັນ” ໃນນີ້ ວັດຖຸບູຮານລະດັບຊາດ 20 ກວ່າອັນຂອງຫໍພິພິດທະພັນແຫ່ງຊາດກຳປູເຈຍໄດ້ວາງສະແດງໃນສອງງານດັ່ງກ່າວນີ້.
ວັດຖຸບູຮານລະດັບຊາດຂອງກຳປູເຈຍທີ່ນຳມາວາງສະແດງ ປະກອບມີ ໂຖຮູບໜ້າຄົນ, ພະພົມສີ່ໜ້າທີ່ຄວັດດ້ວຍຫີນແລະອື່ນໆ. ຜູ້ຊົມທັງຫຼາຍໄດ້ເຂົ້າຊົມດ້ວຍຄວາມສົນໃຈຫຼາຍເພື່ອສຳຜັດກັບປະຫວັດສາດ, ສາສະໜາແລະສິລະປະວັດທະນະທຳຂອງລາຊະອານາຈັກຂະແມບູຮານ.
ຄຳເຫັນ
0