ວັນທີ 19 ພຶດສະພານີ້, ທ່ານມາຊູດ ຄາລິດ ເອກອັກຄະລັດຖະທູດປາກີສະຖານປະຈຳຈີນໄດ້ໃຫ້ສຳພາດໃນໂອກາດເຂົ້າຮ່ວມການສຳມະນາໃນຫົວຂໍ້ “ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງກັບການສ້າງປະຊາຄົມຮ່ວມຊາຕາກຳອາຊີ ”ທີ່ຈັດຂຶ້ນຢູ່ມະຫາວິທະຍາໄລຊິງຮວາທີ່ນະຄອນຫຼວງປັກກິ່ງວ່າ, ກອງປະຊຸມສົນທະນາອາລະຍະທຳອາຊີ ເຊິ່ງຈີນເປັນຜູ້ລິເລີ່ມຈັດຂຶ້ນນັ້ນ ມີຜົນດີຕໍ່ການໃຫ້ອາລະຍະທຳທີ່ຕ່າງກັນສາມາດຄົງຕົວຢູ່ຮ່ວມກັນໄດ້ຢ່າງກົມກຽວ.
ທ່ານມາຊູດກ່າວຕື່ມວ່າ: ກອງປະຊຸມສົນທະນາອາລະຍະທຳອາຊີເປັນເວທີທີ່ສະໜອງການແລກປ່ຽນກັນລະຫວ່າງປະເທດຕ່າງໆ, ສາສະໜາທີ່ຕ່າງກັນແລະວັດທະນະທຳທີ່ຕ່າງກັນເພື່ອພັດທະນາໃຫ້ເປັນໄປຕາມທິດທາງທີ່ກົມກຽວປອງດອງແລະໝັ້ນທ່ຽງ. ຕົວຢ່າງເຊັ່ນ, ໃນງານວາງສະແດງອາລະຍະທຳອາຊີໃນຫົວຂໍ້ “ອາຊີທີ່ສວຍງາມ” ທີ່ຈັດຂຶ້ນຢູ່ຫໍພິພິດທະພັນແຫ່ງຊາດຈີນກໍໄດ້ວາງສະແດງໃຫ້ເຫັນວັດທະນະທຳທີ່ມາຈາກປາກີສະຖານ ຂະນະດຽວກັນ, ຍັງມີຮູບເງົາຫຼາຍເລື່ອງຂອງປາກີສະຖານໄດ້ເຂົ້າຮ່ວມກິດຈະກຳສັບປະດາຮູບເງົາແລະລະຄອນໂທລະພາບອາຊີ.
ໃນເວລາກ່າວເຖິງການພົວພັນປາກີສະຖານ-ຈີນ, ທ່ານມາຊູດຢືນຢັນວ່າ ປັດຈະບັນ,ມີນັກສຶກສາປາກີສະຖານປະມານ 28.000 ຄົນກຳລັງຮຽນພາສາຈີນແລະວັດທະນະທຳຈີນຢູ່ຈີນ, ຂະນະດຽວກັນ, ມີຄົນຈີນ ປະມານ 17.000 ຄົນກຳລັງເຄື່ອນໄຫວເຮັດວຽກຢູ່ໃນຂົງເຂດຕ່າງໆຂອງປາກີສະຖານ. ປັດໄຈເຫຼົ່ານີ້ລ້ວນແຕ່ໄດ້ຊຸກຍູ້ການຂະຫຍາຍຕົວຂອງການພົວພັນປາກີສະຖານ-ຈີນໄດ້ຢ່າງຫຼວງຫຼາຍ.
ຄຳເຫັນ
0