李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ຈີນ​ກ່າວ​ວ່າ: ການ​ທີ່​ປະ​ເທດ​ໃດ​ໜຶ່ງ​ໄດ້​ຄອບ​ງຳ​ອັດ​ຕາ​ແລກ​ປ່ຽນຫຼື​ບໍ່​ນັ້ນ​ບໍ່​ແມ່ນອາ​ເມ​ຣິ​ກາເປັນ​ຜູ້​ຕັດ​ສິນ​

2019-05-30 17:44:45 cri

    ໂດຍ​ແນ​ໃສ່​ກໍ​ລະ​ນີ​ທີ່​ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ​ເປີດ​ເຜີຍ​ບົດ​ລາຍ​ງານ​ກ່ຽວ​ກັບ​ນະ​ໂຍ​ບາຍ​ອັດ​ຕາ​ແລກ​ປ່ຽນ​ໃນ​ໄລ​ຍະ​ເຄິ່ງ​ປີໃນ​ຫວ່າງ​ກ່ອນນີ້​ບໍ່​ດົນ​, ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປ​ະ​ຊຸມ​ຖະ​ແຫຼງ​ຂ່າວ​ເມື່ອ​ວັນ​ທີ 29 ພຶດ​ສະ​ພານີ້​ວ່າ: ຫວັງ​ວ່າ​ອາ​ເມ​ຣິ​ກາ​ຈະ​ໃຫ້​ການ​ເຄົາ​ລົບ​ສະ​ພາບ​ຄວາມ​ເປັນ​ຈິງ, ເຄົາ​ລົບ​ກົດ​ເກນ​ຕະຫຼາດ, ແລະ​ບໍ່​ຄວນ​ເຮັດ​ໃຫ້​ບັນ​ຫາ​ອັດ​ຕາ​ແລກ​ປ່ຽນ​ຫັນ​ເປັນ​​ເລື່ອງການ​ເມືອງ. ຂະ​ນະ​ດຽວ​ກັນ, ຈີນ​ໄດ້​ສະ​ເໜີຫຼາຍ​ເທື່ອ​ແລ້ວ​ໃຫ້​ອາ​ເມ​ຣິ​ກາ​​ປະ​ຕິ​ບັດ​ຕາມ​ກະ​ຕິ​ກາ​ສາ​ກົນຫຼາຍ​ຝ່າຍ​ທີ່​ກ່ຽວ​ຂ້ອງ, ບໍ່​ຄວນ​ປະ​ເມີນ​ອັດ​ຕາ​ແລກ​ປ່ຽນ​ຂອງ​ປະ​ເທດ​ອື່ນ​ແຕ່​ຝ່າຍ​ດຽວ. ການ​ທີ່​ປະ​ເທດ​ໃດ​ໜຶ່ງ​ໄດ້​ຄອບ​ງຳ​ອັດ​ຕາ​ແລກ​ປ່ຽນຫຼື​ບໍ່​ນັ້ນ ບໍ່​ແມ່ນອາ​ເມ​ຣິ​ກາ​​ຈະ​ເປັນ​ຜູ້ຕັດ​ສິນ​, ເພາະ​ວ່າ​ອົງ​ການ​ສາ​ກົນຫຼາຍ​ຝ່າຍ​ທີ່ກ່ຽວ​ຂ້ອງ ໄດ້​ມີ​ການ​ປະ​ເມີນ​ທີ່​ຊົງ​ອິດ​ທິ​ພົນ​ຕໍ່​ອັດ​ຕາ​ແລກ​ປ່ຽນ​ຂອງ​ບັນ​ດາ​ປະ​ເທດ​ມາ​ໂດຍ​ຕະຫຼອດ.

    ທ່ານ ລູ້​ຄ່າງ ກ່າວ​ຕື່ມ​ວ່າ: ເວົ້າ​ສຳ​ລັບ​ຈີນ​ແລ້ວ, ພວກ​ເຮົາ​ຈະ​ລົງ​ເລິກ​ປະ​ຕິ​ຮູບ​ອັດ​ຕາ​ແລກ​ປ່ຽນ​ຕາມ​ກົນ​ໄກ​ຕະຫຼາດ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ເພື່ອ​ຮັກ​ສາ​ອັດ​ຕາ​ແລກ​ປ່ຽນ​ຂອງ​ເງິນຢວນ​ຈີນ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ​ໃນ​ຂັ້ນ​ພື້ນ​ຖານ​​ໃນ​ລະ​ດັບ​ທີ່​ສົມ​ເຫດ​ສົມ​ຜົນ​ແລະ​ກ້ຳ​ເກິ່ງ​ກັນ.

    ວັນ​ທີ 28 ພຶດ​ສະ​ພານີ້, ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ “ບົດ​ລາຍ​ງານ​ກ່ຽວ​ກັບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ແລະ​ອັດ​ຕາ​ແລກ​ປ່ຽນ​ສາ​ກົນ” ທີ່​ແນ​ໃສ່​ຄູ່​ການ​ຄ້າ​ຕົ້ນ​ຕໍ ໂດຍ​ເຫັນ​ວ່າ, ຄູ່​ການ​ຄ້າ​ຕົ້ນ​ຕໍ​ຂອງ​ອາ​ເມ​ຣິ​ກາ ລ້ວນ​ແຕ່​ບໍ່​ໄດ້​ຄອບ​ງຳ​ອັດ​ຕາ​ແລກ​ປ່ຽນ, ແຕ່​ໄດ້​ຈັດ​ເອົາ 9 ປະ​ເທດ​ຄື: ຈີນ, ເຢຍ​ລະ​ມັນ, ອຽກ​ລັງ, ອີ​ຕາ​ລີ, ຍີ່​ປຸ່ນ, ສ.ເກົາຫຼີ, ມາ​ເລ​ເຊຍ, ສິງ​ກະ​ໂປ ແລະ​ຫວຽດ​ນາມ ເຂົ້າ​ໃນ​ບັນ​ຊີ​ທີ່​ຈະ​ຕິດ​ຕາມ​ນະ​ໂຍ​ບາຍ​ດ້ານ​ການ​ເງິນ.

ຄຳ​ເຫັນ

0