ເມືອງອູສີ ແຂວງສ້ານຊີ່ ທີ່ຕັ້ງຢູ່ ທົ່ງພຽງດິນເຫຼືອງ ເຄີຍເປັນບ່ອນພັກແຮງຂອງກອງທັບແດງໃນການເຄື່ອນທັບທາງໄກໃນສະໄໝປະຕິວັດ ແລະຍັງເປັນເມືອງທຳອິດໃນການຢູດຕິການຖາງປ່າເຮັດໄຮ່ແລະປູກຕົ້ນໄມ້ໃບຫຍ້າຄືນໃໝ່ຂອງຈີນ. ປີ 1998, ເມືອງອູສີ ເລີ່ມປະຕິບັດນະໂຍບາຍ ປິດປ່າເຊົາປູກຝັງ, ປູກຕົ້ນໄມ້ໃບຫຍ້າ, ລ້ຽງແກະໃນຄອກ. ໃນໄລຍະ 20 ປີຜ່ານມາ, ເມືອງອູສີໄດ້ຢຸດຕິການຖາງປ່າເຮັດໄຮ່ແລະປູໄມ້ໃຫ້ເປັນປ່າໄດ້ທັງໝົດ 160.000 ເຮັກຕາ ເຊິ່ງເຮັດໃຫ້ດິນເຫຼືອງທີ່ຮົກເຮືອໃນເມື່ອກ່ອນກັບ ກາຍມາເປັນສີຂຽວ ແລະໄດ້ປັບປຸງສະພາບແວດລ້ອມການດຳລົງຊີວິດແລະສິ່ງແວດລ້ອມທຳມະຊາດໃຫ້ດີຂຶ້ນຢ່າງຈະແຈ້ງ.
ຄຳເຫັນ
0