ງານສາຍຮູບເງົາເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປ ຈີນ ຄົບຮອບ 70 ປີໄດ້ໄຂຂຶ້ນຢູ່ສູນວັດທະນະທຳຈີນປະຈຳເລີແກ ປະເທດເອຢິບ ໃນວັນທີ 30 ມິຖຸນາແລ້ວນີ້ ໂດຍຈະສາຍຮູບເງົາຈີນດີເດັ່ນ 6 ເລື່ອງໃຫ້ຜູ້ຊົມເອຢິບໄດ້ຮັບຊົມ.
ທ່ານຟາຕາຊີ ອັບເດວ ວາຮາບ ປະທານກອງທຶນພັດທະນາວັດທະນະທຳກະຊວງວັດທະນະທຳເອຢິບໄດ້ປະກອບຄຳເຫັນໃນພິທີເປີດງານວ່າ: ຮູບເງົາຈີນມີ ອິດທິພົນຊື່ສຽງຢ່າງກວ້າງຂວາງໃນໂລກ ຂະນະດຽວກັນ ຍັງໄດ້ເຜີຍແຜ່ວັດທະນະທຳຈີນສູ່ປະຊາຊົນໂລກ. ຫວັງວ່າ ງານສາຍຮູບເງົາຈີນຄັ້ງນີ້ຈະປະສົບຜົນສຳເລັດຢ່າງຈົບງາມຢູ່ເອຢິບ.
ຄຳເຫັນ
0