覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ “ຮ້ານ​ຊຸບ​ເປີ​ມາ​ເກັດການ​ກຸ​ສົນ”

2019-07-18 11:17:44 cri

图片默认标题_fororder_jishflsfnlsfljsfljisfjlisfe1
 

ວັນ​ທີ 16 ກໍ​ລະ​ກົດ​ນີ້, ບ້ານ​ກວ່າ​ຢວນ ເມືອງ​ຢູນ​ໂຈ່ວ ນະ​ຄອນ​ຕ້າ​ທົງ ແຂວງ​ຊ່ານ​ຊີ່ ສ​ປ ຈີນ​ໄດ້​ແຈກ​ “ບັດ​ຄະ​ແນນ​​ໃຈ​ບຸນ”ໃຫ້​ຊາວ​ບ້ານ. ເລີ່ມ​ແຕ່​ທ້າຍ​ປີ 2018 ເປັນ​ຕົ້ນ​ມາ, ເມືອງ​ຢູນ​ໂຈ່ວ​ໄດ້​ສ້າງ​ຕັ້ງ “ຮ້ານ​ຊຸບ​ເປີ​ມາ​ເກັດ​ການ​ກຸ​ສົນ” 30 ແຫ່ງ​ຢູ່​ບ້ານ​ຕ່າງໆ​ໃນ​ຕາ​ແສງ​ທີ່​ຂຶ້ນ​ກັບ​ເມືອງ​ຕົນ ເຊິ່ງ​ສິນ​ຄ້າ​ຕ່າງໆ​ທີ່​ຂາຍ​ໃນ​ຮ້ານ​ຕົ້ນ​ຕໍ​ແມ່ນ​​ໄດ້​ຮັບ​ການບໍ​ລິ​ຈາກ​ໂດຍ​ໜ່ວຍ​ງານ​ຊ່ວຍ​ເຫຼືອຫຼຸດ​​ຜ່ອນຄວາມ​ທຸກ​ຍາກ​ແລະ​ບັນ​ດາບຸກ​ຄົນໃຈ​ບຸນ​ຈາກວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ແລະ​ວິ​ສາ​ຫະ​ກິດ. ຄອບ​ຄົວ​ທຸກ​ຍາກ​ແລະ​ປະ​ຊາ​ຊົນ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ເມືອງ​ຢູນ​ໂຈ່ວ​ສາ​ມາດ ໄດ້​ຮັບ “ຄະ​ແນນໃຈ​ບຸນ”​ແລ້ວ​ນຳ​ໄປ​ແລກ​ເອົາ​ສິນ​ຄ້າ​ທີ່​ຕົນ​ຕ້ອງ​ການ​ໃນ “ຮ້ານ​ຊຸບ​ເປີ​ມາ​ເກັດ​ກຸ​ສົນ”​ໂດຍຜ່ານ​ຈາກ​ການ​ປະ​ພຶດ​ທີ່​ດີ​ໃນ​ດ້ານ​ຕ່າງໆ​ເປັນ​ຕົ້ນ ຮັກ​ສາ​ສິ່ງ​ແວດ​ລ້ອມ​ການ​ດຳ​ລົງ​ຊີ​ວິດ, ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ເພື່ອຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ລວມ​ໝູ່​ແລະ​ອື່ນໆ​.

 

图片默认标题_fororder_jishflsfnlsfljsfljisfjlisfe3

ຄຳ​ເຫັນ

0