ຕາມຂ່າວCRI: ນາງ ຊູ່ລີ້ ທີ່ຢູ່ນະຄອນເຊີ່ນເຈີ້ນແຂວງກວາງຕຸ້ງເປັນຄົນພິການຂາ,ປີກາຍນີ້ ນາງໄດ້ເຮັດໃບຢັ້ງຢືນຄົນພິການຂອງຕົນເສຍ,ເຮັດໃຫ້ເກີດມີຄວາມບໍ່ສະດວກຕໍ່ຕົນເອງ.
ໃນຂະນະທີ່ເອື້ອຍຊູ່ເປັນຄົນໃຈຮ້ອນ,ລາວໄດ້ຄິດອອກນຳໃຊ້ Mini ໂບຼແກຼມທີ່ຊື່ວ່າ “ເຢວ້ເສີງຊື້” ຊ່ວຍແກ້ໄຂບັນຫາຂອງຕົນເອງ. ເອື້ອຍຜູ້ນີ້ແນະນຳໃຫ້ຮູ້ວ່າ: ຫຼັງຈາກໄດ້ປະຕິບັດຕາມຂັ້ນຕອນຢູ່ເທິງ Mini ໂບຼແກຼມດ້ວຍມືຖືແລ້ວ,ປະມານ 1 ອາທິດກວ່າກໍ່ໄດ້ຮັບໃບຢັ້ງຢືນໃໝ່,ຖ້າທຽບໃສ່ເມື່ອກ່ອນ,ຕ້ອງໄດ້ໃຊ້ເວລາ 1 ເດືອນຈຶ່ງຈະໄດ້ໃບຢັ້ງຢືນ.
ທ່ານ ວາງຊິ່ນຮຸ່ຍ CEO ຂອງບໍລິສັດການສ້າງຕາໜ່າງເຄືອຂ່າຍກວາງຕຸ້ງດີຈີຕອນຈຳກັດທີ່ຮັບຜິດຊອບການພັດທະນາແລະດຳເນີນງານຂອງ Mini ໂບຼແກຼມ “ເຢວ້ເສີງຊື້” ກ່າວວ່າ: ບັນຫາທີ່ປະຊາຊົນສົນໃຈທີ່ສຸດແມ່ນເປົ້າໝາຍແລະແນວຄິດການອອກແບບຂອງ Mini ໂບຼແກຼມ “ເຢວ້ເສີງຊື້”. ກໍ່ແມ່ນຍ້ອນທັດສະນະຄະຕິໃນການອອກແບບທີ່ຖືປະຊາຊົນເປັນໃຈກາງ,ຈຶ່ງໄດ້ເຮັດໃຫ້ Mini ໂບຼແກຼມ ດັ່ງກ່າວມີຜູ້ນຳໃຊ້ເພີ່ມຂຶ້ນຢ່າງວ່ອງໄວຫຼັງໄດ້ຂຶ້ນເນັດ,ປັດຈຸບັນ,ຈຳນວນຜູ້ນຳໃຊ້ທີ່ໄດ້ຈົດທະບຽນໄປແລ້ວນັ້ນມີເຖິງ 13,17 ລ້ານຄົນ, ປະລິມານການເຂົ້າເບິ່ງເວັບໄຊສະເລ່ຍຕໍ່ມື້ມີ 9,15 ລ້ານເທື່ອຄົນ. ປັດຈຸບັນ, Mini ໂບຼແກຼມ “ເຢວ້ເສີງຊື້” ສາມາດສະໜອງການບໍລິການໃຫ້ແກ່ປະຊາຊົນກວມເອົາ 687 ລາຍການ.
ຄຳເຫັນ
0