ຕາມຂ່າວCRI: ວັນທີ 3 ພະຈິກ ປີ2013, ທ່ານສີຈີ້ນຜີງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ສະເໜີ “ການລົບລ້າງຄວາມທຸກຍາກໃຫ້ຖືກເປົ້າໝາຍ” ເປັນເທື່ອທຳອິດຢູ່ໝູ່ບ້ານສືປ່າຕົ້ງ ກິ່ງແຂວງປົກຄອງຕົນເອງເຜົ່າຖູເຈ່ຍເຜົ່າມົ້ງຊ່ຽງຊີ່ ແຂວງຮູນານຈີນ. ຈາກນັ້ນ ມາຮອດປັດຈຸບັນ, ໝູ່ບ້ານດັ່ງກ່າວໄດ້ມີການປ່ຽນແປງແບບໜ້າມືເປັນຫຼັງມື, ການທ່ອງທ່ຽວໄດ້ກາຍເປັນອຸດສາຫະກຳເສົາຄ້ຳຂອງທ້ອງຖິ່ນ. ວັນທີ 25 ສິງຫານີ້, ເປັນໄລຍະເວລາຕົ້ນລະດູໃບໄມ້ຫຼົ່ນ, ຊາວບ້ານສືປ່າຕົ້ງໄດ້ເຕົ້າໂຮມກັນ ເພື່ອຈັດກິດຈະກຳບວງສວງລະດູໃບໄມ້ຫຼົ່ນຢ່າງຟົດຟື້ນ. ຄົນທັງຫຼາຍໄດ້ໃສ່ຊຸດປະຈຳຊົນເຜົ່າ, ຟ້ອນລຳທຳເພງ ເພື່ອຂໍພອນໃຫ້ຟ້າຝົນອຳນວຍ, ຜົນເກັບກ່ຽວຈົ່ງເປັນທີ່ອຸດົມສົມບູນໃນປີໜ້າດ້ວຍຮູບແບບຂອງຕົນ.
ຄຳເຫັນ
0