CRI ລາຍງານວ່າ: ວັນທີ 25 ສິງຫານີ້, ຢູ່ເຂດຜະລິດໝາກກີວີຂອງໝູ່ບ້ານຊືປ່າຕຸ້ງຕາແສງຊ່ວງລົງເມືອງຮວ່າຢວນກິ່ງແຂວງປົກຄອງຕົນເອງເຜົ່າຖູເຈ່ຍເຜົ່າມົ້ງຊຽງຊີ່ແຂວງຮູນານ ສປ ຈີນ, ຊາວກະສິກອນທັງຫຼາຍກຳລັງແຍກແລະເອົາໝາກກີວີໃສ່ແກັດຢ່າງເຄັ່ງຮ້ອນ. ໝູ່ບ້ານຊືປ່າຕຸ້ງໃນເມື່ອກ່ອນ, ມີເນື້ອທີ່ການຜະລິດກະສິກຳສະເລ່ຍຕໍ່ຫົວຄົນ ພຽງປະມານ 0,06 ເຮັກຕາເທົ່ານັ້ນ, ໃນບ້ານມີອຸດສາຫະກຳໜ້ອຍແຫ່ງ. ນັບແຕ່ປະຕິບັດນະໂຍບາຍ “ລົບລ້າງຄວາມທຸກຍາກໃຫ້ຖືກເປົ້າໝາຍ”ມານີ້, ຊາວບ້ານໄດ້ພັດທະນາອຸດສາຫະກຳເສົາຄ້ຳໂດຍອີງຕາມເງື່ອນໄຂເອື້ອອຳນວຍຂອງຕົນໂດຍສ້າງໃຫ້ເປັນລະບົບອຸດສາຫະກຳແບບ “ການທ່ອງທ່ຽວ+”ທ່ອງທ່ຽວຊົນນະບົດ, ສົ່ງແຮງງານໄປຕ່າງຖິ່ນແລະອື່ນໆ. ໃນນີ້, ຜະລິດຕະພັນໃນເຂດຜະລິດໝາກກີວີພັນດີ ກວມເນື້ອທີ່ປະມານ 67 ເຮັກຕາແລະຖືກຮັບຮອງຕາມມາດຕະຖານສິນຄ້າສົ່ງອອກ ແລະສາມາດສົ່ງຂາຍໄປຮົງກົງ,ມາກາວໂດຍກົງແລະຈຳໜ່າຍທາງອິນເຕີເນັດ, ສະເພາະແຕ່ອຸດສາຫະກຳດ້ານນີ້ເທົ່ານັ້ນ, ກໍສາມາດສ້າງລາຍຮັບໃຫ້ຊາວບ້ານໃນປີ 2018 ເພີ່ມຂຶ້ນສະເລ່ຍ 1200 ຢວນຕໍ່ຄົນ.
ຄຳເຫັນ
0