尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນ​ຂ່າວກ່ຽວ​ກັບ​ກິດ​ຈະ​ກຳ​ສະ​ເຫຼີມ​ສະ​ຫຼອງ​ການ​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃໝ່​ຄົບ​ຮອບ 70 ປີຈະ​ເລີ່ມ​ດຳ​ເນີນ​ງານ​ໃນ​ວັນ​ທີ 23 ກັນ​ຍາ

2019-08-31 15:28:41 cri

ຕາມ​ຂ່າວCRI: ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ການ​ສ້າງ​ຕັ້ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 70 ປີ, ກ່ອນ​ແລະ​ຫຼັງ​ວັນ​ທີ 1 ຕຸ​ລາ​ປີ​ນີ້, ນະ​ຄອນ​ຫຼວງ​ປັກ​ກິ່ງ​ຈະ​ຈັດ​ກິດ​ຈະ​ກຳ​ສະ​ເຫຼີມ​ສະ​ຫຼອງ​ຢ່າງ​ຄຶກ​ຄື້ນ,​ສະ​ນັ້ນຍິນ​ດີ​ຕ້ອນ​ຮັບນັກ​ຂ່າວ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ມາ​ເອົາ​ຂ່າວ​ຢູ່​ປັກ​ກິ່ງ​. ສູນ​ຂ່າວ​ດັ່ງ​ກ່າວຕັ້ງ​ຢູ່​ຕຶກ​ສູນ​ເມ​ເດຍ​ທີ່​ປັກ​ກິ່ງ, ຈະ​ເລີ່ມ​ດຳ​ເນີນ​ງານ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 23 ກັນ​ຍາ​ໜ້າ​ນີ້​ເປັນ​ຕົ້ນ​ໄປ. ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ນັກ​ຂ່າວທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໃນ​ການ​ເອົາ​ຂ່າວ,ສູນ​ຂ່າວ​ດັ່ງ​ກ່າວ​ຈະ​ຮັບ​ຜິດ​ຊອບ​ການ​ຕ້ອ​ນ​ຮັບ​ນັກ​ຂ່າວ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ,ຈະ​ຈັດ​ໃຫ້​ມີ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ແລະ​ງານ​ລ້ຽງ​ນັກ​ຂ່າວ,ຕິ​ດ​ຕໍ່​ແລະ​ຈັດ​ຕັ້ງ​ການ​ສຳ​ພາດ​​ໃຫ້ນັກ​ຂ່າວ​ຈີນ​ແລ​ະ​ຕ່າງ​ປະ​ເທດ,ພ້ອມ​ທັງ​ເປີດ​ບໍ​ລິ​ການ​ເວັບ​ໄຊ​ທາງ​ການ​ແລະ​ຄໍ​ລຳ​​ທາງວິ​ແຊັດ​ຂອງ​ສູນ​ຂ່າວ,ເພື່ອ​ສະ​ໜອງ​​ຂໍ້​ມູນ​ຂ່າວ​ສານແລະ​ການ​ຮັບ​ປະ​ກັນ​ດ້ານ​ເຕັກ​ໂນ​ໂລ​ຊີ​ທີ່​ຈຳ​ເປັນ​ໃຫ້​ແກ່​​ນັກ​ຂ່າວ​ໃນການ​ເອົາ​ຂ່າວ​ແລະ​ລາຍ​ງານຂ່າວຕໍ່​ກິດ​ຈະ​ກຳ​ດັ່ງ​ກ່າວ.
 

​​ນັກ​ຂ່າວ​ຈາກ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ,ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ,ເຂດ​ໄຕ້​ຫວັນ​ແລະ​ນັກ​ຂ່າວ​ຕ່າງ​ປະ​ເທດສາ​ມາດຈົດ​ທະ​ບຽນ​ສະ​ເໜີ​ຊື່​ເຂົ້າ​ຮ່ວມ​ການ​ສຳ​ພາດ​ໂດຍ​ຜ່ານເວັບ​ໄຊ​ຄືດັ່ງ​ນີ້: http://reg70prc.zgjx.cn), ​ເຊິ່ງ​ການ​ຈົດ​ທະ​ບຽນ​ແລະ​ສະ​ເໜີ​ຊື່​ໄດ້​ເລີ່ມ​ແຕ່​ວັນ​ທີ 22 ສິງ​ຫາ​ນີ້​ເປັນ​ຕົ້ນ​ໄປ​​ຈົນ​ຮອດ​ວັນ​ທີ 8 ​ກັນ​ຍາ​ໜ້າ​ນີ້.

ຄຳ​ເຫັນ

0