莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແນະ​ນຳ​ສິ່ງທຳ​ອິດ​ຂອງ ສ​ປ ຈີນ: ໂຄງ​ການ​ຊົນ​ລະ​ປະ​ທານ​ຂະ​ໜາດ​ໃຫຍ່​ແຫ່ງ​ທຳ​ອິດ

2019-09-05 11:42:48 cri

​ແນະ​ນຳ​ສິ່ງ​ທຳ​ອິດຂອງ ສ​ປ​ ຈີນ, ພາ​ທ່ານໄປຮູ້​​ຈັກ​ກັບຜົນ​ສຳ​ເລັດ​ການ​ພັດ​ທະ​ນາ​ໃນ​ໄລ​ຍະ 70 ປີ​ຂອງ ສ​ປ ຈີນ. ຄຳ​ສັບ​ຕົ້ນ​ຕໍ​ສຳ​ລັບ​ມື້ນີ້​ແມ່ນ “ໂຄງ​ການ​ຊົນ​ລະ​ປະ​ທານ​ຂະ​ໜາດ​ໃຫຍ່​ທຳ​ອິດ​”.

“ຍ່ານ​ອັນ​ຕະ​ລາຍ​ຂອງແມ່​ນ້ຳ​ຢາງ​ຊີ​ກ່ຽງ​ແມ່ນ​ຢູ່​​​ຍ່ານຈິ່ງ​ຈ່ຽງ”. ​ເມື່ອ 300 ປີ​ກ່ອນ​​ທີ່​ຍັງ​ບໍ່​ທັນ​ໄດ້ການ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ, ​ເຂື່ອນ​ກັ້ນ​ນ້ຳ​ຢູ່​ຍ່ານ​ຈິ່ງ​ຈ່ຽງເຄີຍ​ແຕກ 34 ເທື່ອ​ໃນ​ໄລ​ຍະ​ນ້ຳ​ຂຶ້ນ. ວັນ​ທີ 5 ເມ​ສາປີ 1952, ໂຄງ​ການ​ແບ່ງ​ນ້ຳ​ນອງ​ຂອງ​ຈິ່ງ​ຈ່ຽງ​ໄດ້​ເລີ່ມ​ລົງ​ມືກໍ່​ສ້າງ, ທະ​ຫານ​ແລະ​ປະ​ຊາ​ຊົນ 3 ແສນກວ່າ​ຄົນ​ໃຊ້​ເວ​ລາ 75 ວັນ​ກໍ່​ສ້າງ​​ໂຄງ​ການຫຼັກ​ໄລ​ຍະ​ທີ I ຈົນ​ສຳ​ເລັດ. ເດືອນ​ກໍ​ລະ​ກົດ​ປີ 1954, ລ້ອງ​ແມ່​ນ້ຳ​ຢາງ​ຊີ​​ກ່ຽງ​ໄດ້​ເກີດ​ນ້ຳ​ນອງ​ແຮງ​ພິ​ລຶກ​​ໃນ 100 ປີ​ຈຶ່ງ​ພົບ​ເທື່ອ​ໜຶ່ງ, ໂຄງ​ການ​ດັ່ງ​ກ່າວ​ໄດ້​ເປີດ​ປະ​ຕູ​ແບ່ງ​ນ້ຳ​ນອງ 3 ຄັ້ງ​​ຕາມ​ລຳ​ດັບ, ການ​ທົດ​ສອບຜ່ານ​ໄປ​ດ້ວຍ​ຄວາມ​ສະ​ດວກ. ໂຄງ​ການ​ດັ່ງ​ກ່າວ​ແມ່ນ​ໂຄງ​ການ​ຊົນ​ລະ​ປະ​ທານ​ປ້ອງ​ກັນ​ນ້ຳ​ນອງ​ຂະ​ໜາດ​ໃຫຍ່​ແຫ່ງ​ທຳ​ອິດ​ທີ່​ສ້າງ​ຂຶ້ນຫຼັງ​ສະ​ຖາ​ປະ​ນາ​ ສ​ປ ​ຈີນ​, ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ເພື່ອ​ປ້ອງກັນ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ຊັບ​​ສິນ​ຂອງ​ປະ​ຊາ​ຊົນ​ໃນ​ເຂດ​ລຽບ​ຕາມ​ແມ່​​ນ້ຳ​ດັ່ງ​ກ່າວ.

图片默认标题_fororder_微信图片_20190905093821

图片默认标题_fororder_微信图片_20190905093829

图片默认标题_fororder_微信图片_20190905093837

 

ຄຳ​ເຫັນ

0